ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຣັດເຊຍ ຮຽກຮ້ອງໃຫ້ປະຕິຮູບ ອຸສາຫະກຳການບິນ


ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຢືນໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດຍ້ອນ ເຮືອບິນຕົກທີ່ແຄມແມ່ນໍ້າ Volga ໃກ້ໆເມືອງ Yaroslavl ຫ່າງຈາກກຸງມົສກູ ໄປທາງກໍ້າຕາເວັນອອກສຽງເໜືອ ປະມານ 240 ຫຼັກກິໂລແມັດ (8 ກັນຍາ 2011)
ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຢືນໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດຍ້ອນ ເຮືອບິນຕົກທີ່ແຄມແມ່ນໍ້າ Volga ໃກ້ໆເມືອງ Yaroslavl ຫ່າງຈາກກຸງມົສກູ ໄປທາງກໍ້າຕາເວັນອອກສຽງເໜືອ ປະມານ 240 ຫຼັກກິໂລແມັດ (8 ກັນຍາ 2011)

ປະທານາທິບໍດີຣັດເຊຍທ່ານ Dmitry Medvedev ໄດ້ຮຽກຮ້ອງໃນວັນພະຫັດມື້ນີ້ໃຫ້ທຳ
ການປະຕິຮູບຢ່າງຈິງຈັງ ກ່ຽວກັບອຸສາຫະກຳ ການບິນຂອງປະເທດ ຂະນະທີ່ທ່ານໄປຢ້ຽມ
ບ່ອນເຮືອບິນ ປະສົບອຸບັດຕິເຫດຕົກ ທີ່ເຮັດໃຫ້ທີມກິລາຮອັກກີ້ຊັ້ນນຳທີມນຶ່ງຂອງຣັດເຊຍ
ເສຍຊີວິດນັ້ນ.

ທ່ານ Medvedev ກ່າວວ່າ ຣັດເຊຍຄວນຈະຫຼຸດຈຳນວນສາຍການບິນທີ່ໃຫ້ບໍລິການຢູ່ພາຍ ໃນປະເທດລົງຢ່າງຫຼວງຫຼາຍ ນຳໃຊ້ເຮືອບິນໃໝ່ເຂົ້າບິນແທນຝູງບິນ ທີ່ເກົ່າແກ່ຂອງປະເທດ ໂດຍໄວແລະໃຫ້ການຝຶກອົບຮົມ ພວກພະນັກງານການບິນດີຂຶ້ນກວ່າເກົ່າ. ປະທານາທິບໍດີ
Medvedev ກ່າວຕື່ມວ່າ ຖ້າຣັດເຊຍຫາກບໍ່ສາມາດຜະລິດເຮືອບິນທີ່ໜ້າເຊື່ອຖືໄດ້ຣັດເຊຍກໍ ຈຳເປັນຈະຕ້ອງໄດ້ຊື້ເຮືອບິນທີ່ຕ່າງປະເທດເຮັດ.

ຂະນະດຽວກັນ ພວກກູ້ໄພໄດ້ຄົ້ນພົບສົບຂອງພວກທີ່ເສຍຊີວິດ ໃນມື້ວັນພຸດວານນີ້ທັງ 43 ຄົນເວລາເຮືອບິນໂດຍສານສ່ວນໂຕ Yak-42 ໄດ້ປະສົບອຸບັດຕິເຫດຕົກລົງໃສ່ແຄມຝັ່ງແມ່
ນໍ້າ Volga ທີ່ເມືອງ Yaroslavl ປະມານ 240 ຫຼັກກິໂລແມັດຫ່າງຈາກກຸງມົສກູໄປທາງ
ທິດຕາເວັນອອກສຽງເໜືອ.

ເດີນທາງໄປນຳເຮືອບິນລຳນີ້ແມ່ນສະມາຊິກທີມຮອັກກີ້ Lokomotiv Yaroslavl ຂອງຣັດ
ເຊຍ ຊຶ່ງຫຼາຍໆຄົນຂອງຈຳນວນດັ່ງກ່າວເປັນດາລາຫຼິ້ນຮອັກກີ້ ທີ່ມີຊື່ສຽງລະຫວ່າງປະເທດ. ນອກນັ້ນແລ້ວຍັງມີຄູຝຶກຫຼືໂຄຊແລະເຈົ້າໜ້າທີ່ຂອງສະໂມສອນອີກຫຼາຍໆຄົນເສຍຊີວິດ. ມີ
ນັກກິລາຄົນນຶ່ງແລະພະນັກງານປະຈຳເຮືອບິນອີກຄົນນຶ່ງໄດ້ຮັບບາດເຈັບສາຫັດ.

ທີມກິລາຮອັກກີ້ນໍ້າແຂງດັ່ງກ່າວ ພວມຢູ່ໃນລະຫວ່າງການເດີນທາງ ໄປຍັງນະຄອນຫຼວງ
Minsk ຂອງ Belarus ເພື່ອ​ເຂົ້າແຂ່ງຂັນ​ໃນ​ເກ​ມເປີດລະດູ.

ໃນວັນພະຫັດມື້ນີ້ປະທານາທິບໍດີ Medvedev ໄດ້ສັ່ງໃຫ້ທຳການສືບສວນຢ່າງລະອຽດເພື່ອ
ໃຫ້ຮູ້ວ່າແມ່ນຫຍັງ ຄືສາເຫດທີ່ພາໃຫ້ເຮຶອບິນຕົກ ຊຶ່ງເປັນເທື່ອລ່າສຸດຂອງອຸບັດຕິເຫດຮ້າຍ ແຮງທາງເຮືອບິນແລະເຮືອບິນຂົນສົ່ງທີ່ມີມາເປັນລຳດັບຢູ່ໃນຣັດເຊຍ.

ໃນເດືອນແລ້ວນີ້ ມີ 11 ຄົນເສຍຊີວິດເວລາເຮືອບິນຂົນສົ່ງ Antonov-12 ໄດ້ປະສົບອຸບັດ
ຕິເຫດຕົກ ລຸນຫຼັງທີ່ໄດ້ພະຍາຍາມລົງຈອດສຸກເສີນໃນເຂດໄຊບີເຣຍ ທາງພາກຕາເວັນອອກ
ສຽງເໜືອຂອງຣັດເຊຍ ໃນເດືອນມິຖຸນາຜ່ານມາເຮືອບິນໂດຍສານ Tupolev ທີ່ສ້າງໃນສະ
ໄໝໂຊວຽດກໍໄດ້ປະສົບອຸບັດຕິເຫດຕົກຢູ່ໃນພາກຕາເວັນຕົກສຽງເໜືອຂອງຣັດເຊຍ ເຮັດໃຫ້
ມີຜູ້ເສຍຊີວິດ 45 ຄົນ.

XS
SM
MD
LG