ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ບັນຊາການ ເນໂຕ້ ກ່າວວ່າ ຣັດເຊຍ ອາດກະກຽມ ບຸກໂຈມຕີເທື່ອໃໝ່ ໃນຢູເຄຣນ


ຜູ້ບັນຊາການ ອົງການ NATO ນາຍພົນສະຫະລັດ ທ່ານ Philip Breedlove.
ຜູ້ບັນຊາການ ອົງການ NATO ນາຍພົນສະຫະລັດ ທ່ານ Philip Breedlove.

ຜູ້​ບັນຊາ​ການທະຫານ ອົງການ​ NATO ນາຍ​ພົນ Philip
Breedlove ຈາກກອງທັບສະຫະລັດກ່າວ​ວ່າ ພັນທະ​ມິດ
ຈຳເປັນຕ້ອງໄດ້ມີການ​ສືບລັບ​ທາງ​ທະຫານ​ທີ່ດີຂື້ນ ປະຕິ
ບັດງານທາງ​ພາກ​ພື້ນ​ດິນ ​ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​
ເຄຣນ ບ່ອນ​ທີ່ທ່ານ​ກ່າວ​ວ່າ ກຳລັງ​ທະຫານຣັດ​ເຊຍ ປາ
ກົດ​ວ່າ​ພວມເສີມຄວາມເຂັ້ມແຂງ​ທາງ​ທະຫານໃຫ້ແກ່ເຂດ
ທີ່ຕົນຍຶດມາໄດ້ ເຖິງ​ແມ່ນ​ວ່າໄດ້​ມີ​ການ​ຢຸດ​ຍິງ​ມາ​ໄດ້​ສອງ
ເດືອນແລ້ວກໍຕາມ.

ການ​ຊັ່ງ​ຊາ​ຂອງນາຍພົນ Breedlove ​ໄດ້​ມີຂຶ້ນ ​ໃນ​ວັນ​ພະ
ຫັດ​ວານ​ນີ້ ​ໃນ​ການໃຫ້ການ ຕໍ່​ຄະນະ​ກຳມະການກອງທັບ
ຂອງສະພາສູງທີ່​ນະຄອນຫລວງວໍ​ຊິງ​ຕັນ. ທ່ານ​ໄດ້​ກ່າວ​ຫາ​ມົສກູວ່າ​ ສົ່ງ ​“ອາວຸດ​ໜັກ ​ໃຫ້
ການເຝິກ​ແອບ ​ແລະໃຫ້ຄຳປຶກສາ” ​ແກ່​ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຢູ່
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ພ້ອມ​ດ້ວຍ “ການ​ຍິງ​ປືນ​ໃຫຍ່​ສະໜັບສະໜູນ ​ແລະ​
ຍຸດທະວິທີ ​ພ້ອມທັງການຊ່ວຍເຫລືອໃນລະດັບການ​ປະຕິບັດ​ງານຕໍ່ຕ້ານ​ທາງ​ອາກາດ.”

ນາຍພົນ Breedlove ຍັງ​ໄດ້​ຍອມຮັບວ່າ​ “​ມີຊ່ອງ​ຫວ່າງ​ທີ່​ສຳຄັນໃນ​ການ​ເກັບ​ກຳ​ແລະ​ວິ​ເຄາະຂໍ້ມູນ” ກ່ຽວກັບ​ການ​ສືບລັບ​ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນໃນ​ຂະນະ​ທີ່​ຄວາມ
ຮຽກຮ້ອງ​ຕ້ອງການ​ດ້ານ​ສືບ​ລັບ​ເພີ້​ມຂື້ນ ພາຍໃຕ້ “ສະພາບແວດລ້ອມຂອງການຖືກ​ຂົ່ມຂູ່​”
ທີ່ຍັງຮວມທັງ ສົງຄາມ​ກາງ​ເມືອງ​ໃນຊີ​ເຣຍແລະ ​ຄວາມ​ບໍ່​ໝັ້ນຄົງ​ຢູ່​ໃນ​ອາ​ຟຣິກາເໜືອ ທີ່​ໄດ້​
ເຮັດ​ໃຫ້​ມີ​ການ​ຫລັ່ງ​ໄຫລ​ໜີຂອງພວກ ອົບພະຍົບໄປສູ່ຢູ​ໂຣບນັ້ນ.

ທ່ານ​ໄດ້​ໃຫ້​ເຫ​ດຜົນກ່ຽວກັບຊ່ອງ​ຫວ່າງນີ້ວ່າ ​ສ່ວນໃຫຍ່ແລ້ວແມ່ນເປັນຍ້ອນ ການຫລຸດ
​ລົງ​ຢ່າງ​ໃຫຍ່ຫຼວງ ​ໃນ​ການ​ສືບລັບ​ກ່ຽວກັບຣັດ​ເຊຍ ນັບ​ຕັ້ງ​ແຕ່ສົງ ຄາມ​ເຢັນ​ໄດ້​ສິ້ນ​ສຸດ​ລົງ
ໃນ​ຂະນະ​ທີ່​ການ​ສືບ​ລັບຂອງ​ປະ​ເທດ​ຕາ​ເວັນ​ຕົກ ໄດ້ຖືກຫັນໄປໃສ່ສົງຄາມ​ໃນອີຣັກແລະ
​ອັຟກາ​ນິສຖານ.

Ukraine Putin
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG