ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ທີ່ບໍ່ຖ່ານຫີນ ຣັດເຊຍ


ອົງການຂ່າວ ຂອງຣັດເຊຍ ແຈ້ງວ່າ ໂຕເລກພວກເສຍຊີວິດ ຈາກເຫດລະເບີດ 2 ຄັ້ງ ຂອງແກັສມີເທນ ທີ່ບໍ່ຖ່ານຫີນແຫ່ງນຶ່ງ ຢູ່ໃນພາກຕາເວັນຕົກ ຂອງແຄວ້ນໄຊບີເຣຍ ໄດ້ເພີ້ມຂຶ້ນ ເປັນ 47 ຄົນ ໃນວັນອັງຄານມື້ນີ້.

ເຈົ້າໜ້າທີ່ ເວົ້າວ່າ ມີພະນັກງານ ຂຸດບໍ່ຖ່ານຫີນ ອີກ 43 ຄົນ ຍັງຫາຍສາບສູນ ແລະພວກທີ່ອາດ ລອດຊີວິດມາໄດ້ ຢູ່ຂ້າງໃນ ບໍ່ຖ່ານຫີນ ກໍປະເຊີນກັບ ລະດັບນຳ ທີ່ພວມສູງຂຶ້ນ. ເຈົ້າໜ້າທີ່ ກ່າວວ່າ ພວກກູ້ໄພ ມີເວລາເຫລືອຢູ່ ບໍ່ຮອດ 2 ມື້ ເພື່ອຊອກຄົ້ນຫາ ພວກທີ່ອາດລອດ ຊີວິດມາໄດ້.

ນາຍົກລັດຖະມົນຕີ ຣັດເຊຍ ທ່ານ VLADIMIR PUTIN ໄດ້ພົບປະ ກັບພວກຂຸດ ບໍ່ຖ່ານຫີນ ທີ່ໄດ້ຮັບບາດເຈັບ ຢູ່ທີ່ໂຮງໝໍເມືອງເກເມໂຣໂວ ໃນແຄວ້ນໄຊບີເຣຍ. ນອກນັ້ນ ທ່ານ PUTIN ຍັງໄດ້ໄປຢ້ຽມ ບໍ່ຖ່ານຫີນ ຣາປາສກາຢາ ເພື່ອກວດກາເບິ່ງ ການປະຕິບັດງານ ກູ້ໄພ ແລະມີຄຳສັ່ງໃຫ້ ທຳການສືບສວນ ຢ່າງລະອຽດ ເບິ່ງອຸບັດຕິເຫດ ໃນຄັ້ງນີ້.

XS
SM
MD
LG