ກະຊວງຍຸຕິທຳຣັດເຊຍ ໃນວັນອັງຄານມື້ນີ້ ໄດ້ລະບຸອົງການຂ່າວສະຫະລັດ 9 ອົງການ
ຮວມທັງ ວິທະຍຸສຽງອາເມຣິກາ ວ່າເປັນ "ຕົວແທນຂອງຕ່າງປະເທດ."
ກະຊວງດັ່ງກ່າວຍັງລະບຸຕື່ມອີກວ່າ ວິທະຍຸຢູໂຣບເສຣີ ແລະວິທະຍຸລີເບີຕີ ແລະອີກ
ຫລາຍໆສະຖານີ ທີ່ເປັນເຄືອຂ່າຍ ຫລັງຈາກໄດ້ເຕືອນໃນເດືອນແລ້ວນີ້ວ່າ ເຂົາເຈົ້າ
ອາດຈະໄດ້ຮັບຜົນກະທົບ.
ປະທານາທິບໍດີີຣັດເຊຍ ທ່ານວລາເດີເມຍ ປູຕິນ ໄດ້ເຊັນກົດໝາຍໃນເດືອນພະຈິກ
ໃຫ້ອຳນາດແກ່ລັດຖະບານລະບຸອົງການຂ່າວຕ່າງໆ ທີ່ຮັບທຶນຈາກຕ່າງປະເທດວ່າ
“ເປັນຕົວແທນຕ່າງປະເທດ” ແລະວາງມາດຕະການລົງໂທດຕໍ່ພວກເຂົາເຈົ້າ.
ບັນດາເຈົ້າໜ້າທີ່ຣັດເຊຍ ໄດ້ຮ້ອງກົດໝາຍໃໝ່ນີ້ວ່າ “ເປັນການຕອບໂຕ້ທີ່ສົມສ່ວນ”
ຕໍ່ອັນທີ່ເຂົາເຈົ້າອະທິບາຍວ່າ ເປັນການກົດດັນຂອງສະຫະລັດຕໍ່ສື່ມວນຊົນຣັດເຊຍ.
ໃນວັນທີ 13 ເດືອນພະຈິກ ໂທລະພາບ ອາຣທີ ຂອງຣັດເຊຍ ທີ່ໄດ້ທຶນຈາກລັດຖະ
ບານ ໄດ້ລົງທະບຽນຢູ່ໃນສະຫະລັດ ພາຍໃຕ້ກົດໝາຍເກົ່າຫລາຍທົດສະວັດ ທີ່ມີຊື່
ວ່າ ການລົງທະບຽນເປັນຕົວແທນຂອງຕ່າງປະເທດ (ແອັຟເອອາຣເອ)
ເອກອັກຄະລັດຖະທູດສະຫະລັດ ປະຈຳຣັດເຊຍ ທ່ານ ຈອນ ຮັນສ໌ແມນ ກ່າວວ່າ
ແອັຟເອອາຣເອ ແນໃສ່ການສົ່ງເສີມຄວາມໂປ່ງໃສ ແຕ່ບໍ່ໄດ້ຈຳກັດລະບົບການປະ
ຕິບັດງານຂອງໂທລະພາບຢູ່ໃນສະຫະລັດ.
ກະຊວງຕ່າງປະເທດສະຫະລັດ ໄດ້ປະນາມກົດໝາຍຣັດເຊຍ ໂດຍກ່າວວ່າ ຂັດ
ຂວາງຕໍ່ເສຣີພາບດ້ານການຂ່າວ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດທ໌ ກ່າວຢູ່ໃນຖະ
ແຫລງການໃນເດືອນແລ້ວນີ້ວ່າ "ຮ່າງກົດໝາຍໃໝ່ຂອງຣັດເຊຍ ທີ່ອະນຸຍາດໃຫ້
ກະຊວງຍຸຕິທຳ ລະບຸສື່ມວນຊົນຕ່າງປະເທດວ່າ “ເປັນນັກສືບຕ່າງປະເທດແລະຕິດ
ຕາມ ຫລືກີດກັ້ນກິດຈະການອິນເຕີແນັດຢ່າງໃດຢ່າງນຶ່ງ ທີ່ສະເໜີໃຫ້ເຫັນອີກວ່າ
ເປັນການຂົ່ມຂູ່ໃໝ່ ຕໍ່ເສຣີພາບຂອງສື່ມວນຊົນໃນຣັດເຊຍ.”