ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ຕັດສິນ ໃຫ້ເຈົ້າໜ້າທີ່ ຄຸມຄຸກ ພົ້ນໂທດ


ທ່ານ Dmitry Kratov ເຈົ້າໜ້າທີ່ພຽງຄົນດຽວເທົ່ານັ້ນ ທີ່ຮັບຜິດຊອບກ່ຽວກັບການເສຍຊີວີດຂອງທ່ານ Magnitsky
ໄດ້ຖືກປ່ອຍ ຫຼັງຈາກສານໃນກຸງມົສກູຕັດສິນໃຫ້ທ່ານພົ້ນໂທດ (28 ທັນວາ 2012)
ທ່ານ Dmitry Kratov ເຈົ້າໜ້າທີ່ພຽງຄົນດຽວເທົ່ານັ້ນ ທີ່ຮັບຜິດຊອບກ່ຽວກັບການເສຍຊີວີດຂອງທ່ານ Magnitsky ໄດ້ຖືກປ່ອຍ ຫຼັງຈາກສານໃນກຸງມົສກູຕັດສິນໃຫ້ທ່ານພົ້ນໂທດ (28 ທັນວາ 2012)
ສານແຫ່ງນຶ່ງຂອງຣັດເຊຍ ໄດ້ປະກາດໃຫ້ພົ້ນໂທດ ເຈົ້າໜ້າທີ່
ຄວບຄຸມຄຸກຂັ້ນສູງທີ່ຮັບຜິດຊອບກ່ຽວກັບການຕາຍຂອງທ່ານ
Sergei Magnitsky ທະນາຍຄວາມ ທີ່ເປີດເຜີຍການກະທຳ
ຜິດຂອງເຈົ້າໜ້າທີ່ ໃນປີ 2009.

ໃນວັນສຸກມື້ນີ້ ສານ Tverskoy ໄດ້ພົບເຫັນວ່າ ທ່ານ Dmitry
Kratov ບໍ່ມີຄວາມຜິດ ໃນການບໍ່ເອົາໃຈໃສ່ທີ່ເຮັດໃຫ້ທ່ານ Magnitsky ເສຍຊີວິດ.

ທ່ານ Magnitsky ຊຶ່ງເປັນທະນາຍຄວາມ ຕໍ່ຕ້ານການສໍ້ລາດບັງຫຼວງໄດ້ເສຍຊີວິດຢູ່ໃນ ຄຸກຫລັງຈາກໄດ້ເປີດເຜີຍກ່ຽວກັບເຄືອຂ່າຍຂອງວົງການເຈົ້າໜ້າທີ່ທີ່ພົວພັນກັບການຍັກ ຍອກເງິນພາສີຈໍານວນ 250 ລ້ານ ໂດລາ.

ຄະດີດັ່ງກ່າວ ໄດ້ກາຍມາເປັນຈຸດປະທ້ວງ ແກ່ພວກສະໜັບສະໜຸນສິດທິມະນຸດ ຢູ່ໃນຣັດ ເຊຍ ແລະຢູ່ໃນຕ່າງປະເທດ.

ລັດຖະສະພາສະຫະລັດ ໃນເດືອນນີ້ໄດ້ຮັບຜ່ານກົດໝາຍ Magnitsky ຮຽກຮ້ອງໃຫ້ລົງ ໂທດຕໍ່ບັນດາເຈົ້າໜ້າທີ່ຣັດເຊຍ ທີ່ຖືກກ່າວຫາລະເມີດສິດທິມະນຸດ.

ຣັດເຊຍ ໄດ້ຕອບໂຕ້ ດ້ວຍການອອກກົດໝາຍ ຫ້າມບໍ່ໃຫ້ຊາວອາເມຣິກັນ ຮັບເອົາເດັກ ນ້ອຍຣັດເຊຍ ມາລ້ຽງເປັນລູກບຸນທຳ.
XS
SM
MD
LG