ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

AI ຂໍໃຫ້ ຣັດ​ເຊຍ ຍົກເລີກ ​ຄະດີ ທ່ານ Magnitsky


ຮູບຂອງມື້ລາງທະນາຍຄວາມ Sergei Magnitsky ທີ່ກ່າວກັນວ່າ ຖືກທຸບຕີຈົນຕາຍ ຢູ່ໃນຄຸກນັ້ນ.
ຮູບຂອງມື້ລາງທະນາຍຄວາມ Sergei Magnitsky ທີ່ກ່າວກັນວ່າ ຖືກທຸບຕີຈົນຕາຍ ຢູ່ໃນຄຸກນັ້ນ.
ອົງການນິລະໂທດກຳສາກົນ ເອີ້ນການດຳເນີນຄະດີ ທະນາຍ
ຄວາມຣັດເຊຍທີ່ມີການກ່າວຫາວ່າຖືກທຸບຕີຈົນຕາຍຢູ່ໃນຄຸກ
ນັ້ນ ເປັນເລື່ອງລໍ້ຫຼິ້ນ Kafkaesque.

ອົງການນິລະໂທດກຳສາກົນຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຣັດ ເຊຍຍົກເລີກແຜນການທີ່ຈະດຳເນີນຄະດີທ່ານ Sergei Mag-
nitsky ໂດຍກ່າວວ່າ ການນໍາເອົາຄົນທີ່ຕາຍແລ້ວໄປຂຶ້ນສານ ແລະບັງຄັບໃຫ້ຍາດຕິພີ່ ນ້ອງຂອງທ່ານໄປໃຫ້ການນັ້ນ ແມ່ນເປັນອັນຕະລາຍທີ່ສຸດແບບບໍ່ເຄີຍມີມາກ່ອນ ຊຶ່ງອົງ ການນິລະໂທດກຳສາກົນເວົ້າວ່າມັນຈະເປັນບົດຕອນໃໝ່ໃນອັນທີ່ຮ້ອງວ່າປະຫວັດການ ເຄົາລົບນັບຖືສິດທິມະນຸດທີ່ຊຸມໂຊມລົງຂອງຣັດເຊຍ.

ອົງການນິລະໂທດກຳສາກົນກ່າວວ່າ ການດຳເນີນຄະດີຫຼັງຈາກການເສຍຊີວິດແລ້ວເປັນ ເລື່ອງຕະລົກໜ້າຢາກຫົວ ມີຈຸດປະສົງຮ້າຍແລະລະເມີດຕໍ່ສິດທິພື້ນຖານຂອງທ່ານ Mag-
nitsky ເຖິງແມ່ນວ່າຜູ້ກ່ຽວໄດ້ຕາຍໄປແລ້ວກໍຕາມ.

ສານລັດຖະທໍາມະນູນຂອງຣັດເຊຍໄດ້ຕັດສິນໃນປີ 2011 ນັ້ນວ່າ ຄອບຄົວຂອງຜູ້ຕ້ອງສົງ
ໄສທີ່ຕາຍກ່ອນການດຳເນີນຄະດີນັ້ນ ມີສິດທີ່ຈະຮຽກຮ້ອງໃຫ້ຍຸຕິການສືບສວນໄດ້.

ອົງການນິລະໂທດກຳສາກົນກ່າວວ່າ ຄອບຄົວຂອງທ່ານ Magnitsky ຕ້ອງການຢາກໃຫ້ ນຳເອົາພວກຮັບຜິດຊອບກ່ຽວກັບການເສຍຊີວິດຂອງທ່ານນັ້ນມາລົງໂທດ ແຕ່ບໍ່ເຄີຍຮຽກ ຮ້ອງໃຫ້ເປີດຄະດີອາຍາດັ່ງກ່າວຄືນໃໝ່ອີກ.

ທ່ານ Magnitsky ຊຶ່ງເປັນທະນາຍຄວາມຣັດເຊຍ ໄດ້ກ່າວຫາບັນດາເຈົ້າໜ້າທີ່ຂັ້ນສູງສໍ້ ໂກງໃນການເສຍພາສີ ເມື່ອປີ 2008 ແຕ່ທ່ານໄດ້ຖືກຈັບ ແລະຖືກກ່າວຫາວ່າ ທ່ານເອງ ເປັນຜູ້ສໍ້ໂກງການເສຍພາສີ.

ບັນດາຜູ້ສະໜັບສະໜູນຂອງທ່ານ ກ່າວວ່າ ທ່ານໄດ້ຖືກຂັງດ່ຽວ ຖືກທຸບຕີ ແລະຖືກປະຕິ ເສດບໍ່ໃຫ້ໄດ້ຮັບການປິ່ນປົວຕໍ່ການເຈັບປວດທີ່ມີຢູ່ແລ້ວນັ້ນກ່ອນທ່ານເສຍຊີວິດຢູ່ໃນຄຸກ ໃນປີຕໍ່ມາ.

ພະຍາບານປະຈໍາຄຸກສອງຄົນ ໄດ້ຖືກກ່າວຫາມີຄວາມຜິດດ້ານອາຍາທີ່ບໍ່ເອົາໃຈໃສ່ກ່ຽວ ກັບເລື່ອງນີ້ ແຕ່ວ່າບໍ່ມີໃຜຖືກລົງໂທດ.
XS
SM
MD
LG