ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍພົນ ສຫລ ເວົ້າວ່າ ຣັດເຊຍ ເຂົ້າຮ່ວມ ແບບລັງເລໃຈ ໃນວິກິດການ ຢູເຄຣນ (ວີດີໂອ)


ນາຍ​ພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມຂອງ
ກອງ​ທັບສະຫະລັດ
ນາຍ​ພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມຂອງ ກອງ​ທັບສະຫະລັດ

ເຈົ້າ​ໜ້າ​ທີ່ຂັ້ນ​ສູງທາງທະຫານ​ສະຫະລັດກ່າວ​ວ່າ ທ່ານ​ຄິດ​ວ່າ
ຣັດ​ເຊຍ ເປັນຜູ້ເຂົ້າຮ່ວມແບບລັງ​ເລ​ໃຈ​ ໃນບັນຫາ​ຂັດ​ແຍ້​ງ​ຢູ
​ເຄຣນ.

ນາຍ​ພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມຂອງ
ກອງ​ທັບສະຫພລັດ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ກອງທັບຣັດ​ເຊຍ ​
ແລະ​ບັນດາ​ຜູ້ນຳ “ອາດເປັນຜູ້ເຂົ້າຮ່ວມ ທີ່​ຂ້ອນຂ້າງມີ​ຄວາມ​
ລັງ​ເລ​ໃຈ” ກ່ຽວ​ກັບ​ຮູບການສົງຄາມ ທີ່​ໃຊ້ຢູ່​ໃນຢູ​ເຄຣນ.

ການໃຫ້ຄວາມເຫັນຂອງນາຍ​ພົນ Dempsey ​ມີ​ຂິຶ້ນ​ໃນ​ຂະນະ
​ທີ່ສະຫະລັດໄດ້​ກ່າວ​ຫາຣັດ​ເຊຍ ວ່າ ​ກຳລັງ​ຈະ​ສົ່ງ​ອາວຸດ​ຂອງ
ຣັດ​ເຊຍ ​ເຂົ້າ​ໄປ​ໃຫ້ ພວກ​ແບ່ງ​ແຍກດິນ​ແດນ ​ໃນ​ຢູ​ເຄຣນ. ສະຫະຣັດຍັງ​ໄດ້​ກ່າວ​ຫາຣັດ​ເຊຍ
ວ່າ ສື​ບຕໍ່ຍິງປືນ​ໃຫຍ່​ຂ້າມ​ຊາຍ​ແດນ ​ເຂົ້າ​ໄປໃນຢູ​ເຄຣນ​ ​ແຕ່ ສະຫະລັດ ກ່າວ​ວ່າ ຕົນບໍ່​ໄດ້​ເຫັນ​ຮ່ອງ​ຮອຍ ທີ່ຢູ​ເຄຣນ ຍິງ​ປືນ​ເຂົ້າ​ໄປໃສ່ຣັດ​ເຊຍ ແຕ່ຢ່າງໃດເລີຍ.

ນາຍ​ພົນ Dempsey ທີ່ກ່າວ​ຄຳປາໄສ ຕໍ່ກອງປະຊຸມຄວາມໝັ້ນຄົງ​ຢູ່​ລັດ Colorado ​ເວົ້າ
ວ່າ ທ່ານມີ​ຄວາມ​ເປັນ​ຫ່ວງ​ “ກ່ຽວກັບກະແສຟອງຊາດນິຍົມທີ່ພວມ ເພີ້ມຂຶ້ນ” ທີ່ໄດ້​ເລີ້ມ
ຂຶ້ນ​ຢູ່​ໃນຣັດ​ເຊຍ ອາດ​ຈະແຜ່ລາມ ​ໄປ​ສູ່​ພາກ​ອື່ນໆ ຂອງຢູ​ໂຣບ.

​ໂຄສົກ ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Steve Warren ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ການ​ສົ່ງ​ອາວຸດ ຂອງຣັດ​ເຊຍ ​ເຂົ້າ​ໄປໃນຢູ​ເຄຣນ ແມ່ນຈະ​ຮວມ​ທັງປືນໃຫຍ່ “ທີ່​ໜັກກວ່າເກົ່າ ມີ​ສະມັດ​ຖະພາບສູງຂື້ນກວ່າເກົ່າ” ທີ່​ເຄີຍ​ໃຊ້​ມາ​ກ່ອນ. ສະຫະລັດ ​ໄດ້​ກ່າວ​ມາ​ຫລາຍ​ອາທິດ​ແລ້ວ​ວ່າ ຣັດ​ເຊຍກຳລັງ​ສົ່ງອາວຸດແລະ​ອຸບປະກອນ
​ໃຫ້​ແກ່ພວກ​ແບ່ງ​ແຍກ​ດິນ​ແດນ.

ທ່ານ Warren ຍັງກ່າວ​ວ່າ ລະບົບອາວຸດມີ​ການ​ເຄື່ອນຍ້າຍແມ່ນລະບົບອາວຸດ ທີ່ຍິງຈາກ
ພາກພື້ນດິນຫາພາກພື້ນດິນ ບໍ່ແມ່ນຈາກພາກພື້ນດິນຫາອາກາດຄືກັນ ກັບທີ່ສົງໄສວ່າມີ
ການໃຊ້ໃນອາທິດແລ້ວເພື່ອຍິງເຮືອບິນໂດຍສານມາເລເຊຍຕົກ ທີ່ເກືອບ 300 ຄົນເສຍ
ຊີວິດໄປນັ້ນ.

ນອກນັ້ນໃນວັນສຸດວານນີ້ ເອກອັກຄະລັດຖະທູດ ຂອງສະຫະພາບຢູໂຣບໄດ້ພົບ ປະກັນທີ່
ນະຄອນ Brussels ເພື່ອລົງຄະແນນສຽງ ໃນການຂະຫຍາຍການລົງ ໂທດທີ່ພົວພັນກັບ
ຢູເຄຣນທີ່ແນເປົ້າໝາຍໃສ່ເຈົ້າໜ້າທີ່ອະວຸໂສດ້ານສືບລັບຂອງ ຣັດເຊຍແລະພວກຜູ້ນຳ
ໃນການກໍ່ກະບົດທີ່ນິຍົມຣັດເຊຍຢູ່ໃນພາກຕາເວັນອອກ ຂອງຢູເຄຣນ. ໃນບັນດາພວກ
ທີ່ຖືກລົງໂທດໃໝ່ 15 ຄົນແມ່ນຮວມທັງຫົວໜ້າ ຮັກສາຄວາມສະຫງົບຂອງລັດຖະບານ
ກາງຣັດເຊຍ. 18 ບໍລິສັດກໍໄດ້ຖືກເພີ້ມ ຊື່ເຂົ້າໃນບັນຊີການລົງໂທດ.

ກະຊວງການຕ່າງປະເທດຣັດເຊຍ ໄດ້ກ່າວໂຈມຕີຕໍ່ການລົງໂທດໃໝ່ດັ່ງກ່າວໃນວັນເສົາມື້
ນີ້ໂດຍເວົ້າວ່າ ມັນຈະບ່ອນທຳລາຍການຕໍ່ສູ້ເພື່ອຕ້ານກັບພວກກໍ່ ການຮ້າໂດຍຈຳກັດການ
ຮ່ວມມືຈາກມົສກູ.

UKRAINE SOT
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG