ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວຫາ ສະຫະລັດ ແລະ ສະຫະພາບຢູໂຣບ ວ່າສະໜັບສະໜຸນ ການກໍ່ລັດຖະປະຫານ ທີ່ຢູເຄຣນ.


ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວຕໍ່ກອງປະຊຸມນັກຂ່າວ ຍ່າງຂ້າງນອກ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນີວຍອກF ວັນທີ 26 ກັນຍາ 2014.
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວຕໍ່ກອງປະຊຸມນັກຂ່າວ ຍ່າງຂ້າງນອກ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນີວຍອກF ວັນທີ 26 ກັນຍາ 2014.

ຣັດ​ເຊຍ ທີ່ຖືກພວກ​ປະ​ເທດຕາ​ເວັນ​ຕົກລົງ​ໂທດ​ຢ່າງ​ໜັກ ຍ້ອນ
ບົດບາດ​ຂອງ​ຕົນ​ໃນ​ວິ​ກິດ​ການ​ຢູ​ເຄຣນນັ້ນ ກ່າວ​ຫາ​ນສະຫະ
ລັດ​ແລະ​ສະຫະພາບ​ຢູ​ໂຣບ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ສະໜັບສະ
ໜຸນ “ການ​ກໍ່​ລັດຖະປະຫານ” ທີ່​ຂັບ​ໄລ່​ປະທານາທິບໍດີ​ຂອງ​
ຢູ​ເຄຣນ ທີ່​ນິມົຍຣັດ​ເຊຍ​ອອກ​ຈາກ​ອຳນາດ​ໄປໃນ​ຕົ້ນ​ປີ​ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ກ່າວ​
ໃນ​ຄຳ​ປາ​ໄສ​ຕໍ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ວ່າ “ວໍ​ຊິງ​ຕັນ
​ໄດ້​ປະກາດ​ອອກ​ມາ​ຢ່າງ​ຈະ​ແຈ້ງ​ ສິດທິ​ຂອງ​ຕົນທີ່​ຈະໃຊ້​ກຳລັງ​ແຕ່​ຝ່າຍ​ດຽວ”
​ແລະກໍ​ກຳລັງ ​ຕາມ​ຄວາມ​ເວົ້າ​ຂອງ​ທ່ານ ກໍ​ແມ່ນ​ວ່າ “ພະຍາຍາມ​ຕັດສິນ​ໃຈແທນ​ໝົດ​ທຸກ​ຄົນວ່າ ​ອັນ​ໃດ​ດີ​ແລະ​ອັນ​ໃດ​ບໍ່​ດີ​.”

ຄຳ​ປາ​ໄສ​ໃນ​ວັນ​ເສົາ​ວານ​ນີ້ ​ແມ່ນ​ຫຼັກ​ຖານ​ອັນ​ຫຼ້າ​ສຸດ​ຂອງສາຍ​ພົວພັນ​ທີ່​ເຊື່ອມ​ໂຊມລົງ​ນັບ​ມື້ ລະຫວ່າງ​ມົສກູ ​ແລະ​ຝ່າຍ​ຕາ​ເວັນ​ຕົກ. ຢູ່​ໃນ​ຄຳ​ປາ​ໄສ​ນັ້ນ ທ່ານ Lavrov ​ໄດ້ເອີ່​ຍ​ເຖິງ​ການ​ຖິ້ມ​ລະ​ເບີດ​ຂອງ​ກຸ່ມ​ເນໂຕ້​ ໃນ​ປີ 1999 ໃສ່​ເປົ້າ​ໝາຍ​ຕ່າງໆ​ຂອງ​ຊາວ​ Serb ​ໃນ Kosovo ການ​ຮຸກ​ຮານ​ເຂົ້າ​ໄປໃນ​ອີຣັກ​ໃນ​ປີ 2003 ​ແລະ​ການ​ແຊກ​ແຊງ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ປີ 2011 ​ຢູ່​ລີ​ເບຍ ວ່າ​ເປັນ​ໂຕ​ຢ່າງ​ຂອງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ນະໂຍບາຍ​ຈອງຫອງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ.”

ທ່ານ Lavrov ຍັງ​ກ່າວເຊັ່ນ​ກັນເຖິງ​ເລື້ອງ​ການ​ຍຶດ​ເອົາ​ແຫລມ Crimea ​ເຂົ້າ​ມາ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງຣັດ​ເຊຍ ​ໃນ​ເດືອນ​ເມສາແລ້ວ​ນີ້ ​ວ່າ​ເປັນ​ທາງ​ເລືອກ​ຂອງ​ປະຊາຊົນ​ທີ່​ປາກ​ພາສາຣັດ​ເຊຍ​ຢູ່​ທີ່​ນັ້ນ.

ບໍ່​ດົນກ່ອນ​ໜ້າຄຳ​ປາ​ໄສ​ຂອງ​ທ່ານ Lavrov ນັ້ນ ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Frank-Walter Steinmeier ​ເອີ້ນ​ການຍຶດ​ເອົາ​ Crimea ​ວ່າ ​ເປັນ​ອາ​ຊະ​ຍາ​ກຳ ຊຶ່ງ​ຄຳບັນລະ​ຍາຍ​ທີ່​ທາງ​ວໍ​ຊິງ​ຕັນ​ ​ແລະ​ພວກ 28 ປະ​ເທດ​ສະມາຊິກ​ຂອງສະຫະພາບ​ຢູ​ໂຣບ ເຫັນ​ພ້ອມນຳ.

XS
SM
MD
LG