ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຍ້ອງຍໍ ຄວາມເຫັນເປັນເອກະພາບຂອງກຸ່ມ G20 ​ຕໍ່ການເຄົາລົບອະທິປະໄຕຂອງດິນແດນ ບັນດາປະເທດຕ່າງໆ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໂອ້ລົມກັບ ນາຍົກລັດຖະມົນຕີອັງກິດ ທ່ານ ທ່ານຣີຊີ ຊູນາກ ໃນຂະນະທີ່ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະປະທານາທິບໍດີເທີກີທ່ານ​ເຣ​ເຊັບ ຕາ​ຢິບ ເອີ​ດວນ ເຝົ້າເບ່ິ່ງ ໃນກອງປະຊຸມສຸດຍອດ G20 ທີ່ນິວ ເດລີ ໃນອິນເດຍ ວັນທີ 9 ກັນຍາ 2023
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໂອ້ລົມກັບ ນາຍົກລັດຖະມົນຕີອັງກິດ ທ່ານ ທ່ານຣີຊີ ຊູນາກ ໃນຂະນະທີ່ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະປະທານາທິບໍດີເທີກີທ່ານ​ເຣ​ເຊັບ ຕາ​ຢິບ ເອີ​ດວນ ເຝົ້າເບ່ິ່ງ ໃນກອງປະຊຸມສຸດຍອດ G20 ທີ່ນິວ ເດລີ ໃນອິນເດຍ ວັນທີ 9 ກັນຍາ 2023

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນວັນອາທິດວານນີ້ ໄດ້ຍ້ອງຍໍການປະກາດຢ່າງ​ເປັນ​ເອກ​ກະ​ພາບໃນກອງປະຊຸມສຸດຍອດຂອງ 20 ປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໄດ້ຮຽກຮ້ອງໃຫ້ມີການເຄົາລົບອະທິປະໄຕຂອງດິນແດນລັດເອກະລາດຕ່າງໆ.

ຖະ​ແຫຼ​ງການ​ທີ່​ພິທີ​ສະ​ຫຼຸບ​ຄັ້ງ​ນີ້​ໄດ້​ກ່າວ​ປະນາມ​ການ​ໃຊ້​ກຳລັງ​ເຂົ້າ​ຍຶດ​ເອົາ​ເຂດ​ດິນ​ແດນ ​ແຕ່ບໍ່​ເຖິງ​ຂັ້ນ​ກັບ​ກ່າວ​ປະນາມ​ຣັດ​ເຊຍ​ໃນ​ສົງຄາມ​ຢູ​ເຄຣນ. ຣັດ​ເຊຍ​ໄດ້​ບຸກລຸກ​ເຂົ້າ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ໃນ​ເດືອນ​ກຸມ​ພາ 2022.

ໃນການໃຫ້ສໍາພາດໃນລາຍການ " State of the Union" ຂອງ CNN, ທ່ານບລິງເກັນ ກ່າວວ່າ ຖະແຫຼງການຂອງບັນດາປະເທດ G20 "ຢືນຢັນຢ່າງໜັກແໜ້ນຕໍ່ຂໍ້ສະເຫນີທີ່ວ່ານີ້ ເປັນເລື້ອງກ່ຽວກັບຄວາມເປັນເອກະລາດ ແລະອະທິປະໄຕຂອງຢູເຄຣນ."

ເຖິງວ່າສຽງຕໍ່ກັບການຮຸກຮານຂອງຣັດເຊຍຈະຫຼຸດລົງເມື່ອທຽບກັບການເຈລະຈາ ຂອງ​ກຸ່ມ G20 ໃນປີທີ່ຜ່ານມາ, ທ່ານບລິງເກັນ ກ່າວຕໍ່ CNN ວ່າມີຄວາມເປັນເອກະສັນກັນ ໃນບັນດາຜູ້ເຂົ້າຮ່ວມວ່າ "ພວກເຂົາບໍ່ພຽງແຕ່ຢາກເຫັນການສິ້ນສຸດຂອງສົງຄາມຄັ້ງນີ້, ແຕ່ພວກເຂົາຢາກເຫັນການຢຸດຕິສົງຄາມດ້ວຍເງື່ອນ ໄຂທີ່ຍຸຕິທໍາ ແລະຍືນຍົງ.”

ທ່ານບລິງເກັນ ກ່າວ​ວ່າ ບັນດາ​ຜູ້​ນໍາ​ໄດ້​ສະແດງໃຫ້ເຫັນຢ່າງ​ຈະ​ແຈ້ງ​ວ່າ “ຜົນ​ສະທ້ອນ​ຂອງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ກຳລັງເກີດຂຶື້ນ​ໃນ​ທົ່ວ​ບັນດາ​ປະ​ເທດ ກຸ່ມ G20 ​ແລະ ທົ່ວ​ປະ​ເທດ​ກຳລັງ​ພັດທະນາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG