ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຍິງຈະຫຼວດ ຄັ້ງທຳອິດ ຈາກສະຖານີ ສົ່ງຍານອະວະກາດໃໝ່ Vostochny


ຈະຫຼວດ Soyuz 2.1a ຂອງຣັດເຊຍ ທີ່ບັນທຸກພວກດາວທຽມ ຂະໜາດນ້ອຍ Lomonosov, Aist-2D ແລະ SamSat-218 ໄດ້ຖືກຍິງຂຶ້ນສູ່ທ້ອງຟ້າ ໂດຍມີແປວ ໄຟເປັນສາຍ ແລະຄວັນ ໃນຂະນະທີ່ທະຍານຂຶ້ນ ຈາກສະຖານີສົ່ງຍານອະວະກາດໃໝ່ Vostochny, ວັນທີ 28 ເມສາ 2016.
ຈະຫຼວດ Soyuz 2.1a ຂອງຣັດເຊຍ ທີ່ບັນທຸກພວກດາວທຽມ ຂະໜາດນ້ອຍ Lomonosov, Aist-2D ແລະ SamSat-218 ໄດ້ຖືກຍິງຂຶ້ນສູ່ທ້ອງຟ້າ ໂດຍມີແປວ ໄຟເປັນສາຍ ແລະຄວັນ ໃນຂະນະທີ່ທະຍານຂຶ້ນ ຈາກສະຖານີສົ່ງຍານອະວະກາດໃໝ່ Vostochny, ວັນທີ 28 ເມສາ 2016.

ຣັດເຊຍໄດ້ຍິງຈະຫຼວດ ເປັນຄັ້ງທຳອິດ ຈາກສະຖານີສົ່ງຍານອະວະກາດໃໝ່ Vostochny ຫຼັງຈາກທີ່ໄດ້ເລືີ່ອນເວລາອອກໄປ ໜຶ່ງມື້ ຍ້ອນບັນຫາ ທາງດ້ານ ເຕັກນິກຕ່າງໆ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ເດີນທາງໄປສະຖານທີ່ດັ່ງກ່າວ ຊຶ່ງ ຕັ້ງຢູ່ກ້ຳຕາເວັນອອກ​ໄກ ຂອງຣັດເຊຍ ເພື່ອຊົມການຍິງຈະຫຼວດ ແລະ ໄດ້ກ່າວສັນລະ ເສີນ ບັນດາພະນັກງານສະຖານີສົ່ງຍານອະວະກາດ ຫລັງຈາກ​ການ​ຍິງ​ຈະຫຼວດ ໃນ ຂະນະດຽວກັນ ທ່ານກໍໄດ້ຕຳນິ ພວກເຂົາເຈົ້າ ກ່ຽວ​ກັບການເລື່ອນເວລາດັ່ງກ່າວ.

ທ່ານ Putin ໄດ້ກ່າວຢູ່ໃນການພົບປະ ຫຼັງການຍິງຈະ​ຫຼວດ ທີ່ມີ​ການຖ່າຍທອດທາງ​ໂທລະພາບວ່າ “ເຖິງແມ່ນວ່າ ຈະມີຂໍ້ຂາດ​ຕົກບົກຜ່ອງທັງຫຼາຍ ກໍຕາມ ຣັດເຊຍ ກໍຍັງ ຄົງເປັນຜູ້ນຳຂອງໂລກ ໃນການສົ່ງຍານອະວະກາດ ຂຶ້ນສູ່​ວົງ​ໂຄຈອນ.”

ຈະຫຼວດ Soyuz ໄດ້ບັນທຸກ ດາວທຽມນ້ອຍ 3 ໜ່ວຍ ຂຶ້ນສູ່ວົງໂຄ ຈອນ ໃນວັນພະຫັດ ມື້ນີ້. ທ່ານ Putin ໄດ້ກ່າວຫຼັງຈາກນັ້ນ ວ່າ ຂັ້ນຕໍ່ໄປສຳລັບສະຖານີ Vostochny ກໍຄື ຈະສົ່ງຈະຫຼວດ ທີ່ໃຫຍ່ກວ່ານີ້.

ສື່ມວນຊົນຂອງຣັດເຊຍ ໄດ້ລາຍງານ ​ໃນ​ເຊົ້າວັນພຸດວານນີ້ ວ່າ ການຍິງຈະຫຼວດຄັ້ງ ທຳອິດ ໄດ້ຖືກຍຸຕິລົງ ພຽງບໍ່ເທົ່າໃດນາທີ ກ່ອນຈະທະຍານຂຶ້ນ ສູ່​ທ້ອງຟ້າ.

ສະຖານີສົ່ງຍານອະວະກາດ Vostochny ຊຶ່ງຢູ່ໃນເຂດຕາ​ເວັນ​ອອກ​ໄກ Amur ຂອງ ຣັດເຊຍ ໄດ້ຖືກຍົກຍ້ອງໂດຍ ວັງ Kremlin ວ່າ ເປັນບາດກ້າວທີ່ສຳຄັນ ເຖິງແມ່ນວ່າ ຈະມີການຊັກຊ້າໃນການກໍ່ສ້າງຫຼາຍຢ່າງ ແລະ ມີງົບປະມານທີ່ີສູງເຖິງ 6 ຕື້ໂດລາ ກໍຕາມ.

ມີການມອງເຫັນວ່າ ​ແມ່ນເຫດຜົນນຶ່ງເພື່ອລຸດຜ່ອນການກາງ​ຕໍ່ອາໄສ ສະຖານີສົ່ງຍານ ອະວະກາດ Baikonur ໃນ Kazakstan ຂອງຣັດເຊຍ. ຣັດເຊຍ ໄດ້ຖືກກົດດັນໃຫ້ຈ່າຍ ຄ່າເຊົ່າ ສຳລັບການນຳໃຊ້ ສະຖານີ Baikonur ໃນອັດຕາ 115 ລ້ານໂດລາຕໍ່ປີ ນັບຕັ້ງ ແຕ່ ສະຫະພາບໂຊຫວຽດ ໄດ້ພັງ​ທະລາຍລົງ.

ແຕ່ບັນດາເຈົ້າໜ້າທີ່ ຣັດເຊຍ ກ່າວວ່າ ພວກເຂົາ ຈະສືີບຕໍ່ໃຊ້ ສະຖານີ Baikonur ຕໍ່ໄປ ສຳລັບພາລະກິດຕ່າງໆ ທີ່ມີນັກບິນອະວະກາດ ຈົນເຖິງປີ 2023. ການຍິງສົ່ງຈະ​ຫລວດ ຈາກສະຖານີ Vostochny ໃນວັນພະຫັດມື້ນີ້ ແມ່ນເປັນພຽງຄັ້ງດຽວ ທີ່ໄດ້ວາງແຜນໄວ້ ສຳລັບປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia Space Launch
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG