ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ແລະຢູເຄຣນ ຈະສ້າງກອບການເຈລະຈາ ເຂົ້າເປັນສະມາຊິກ ຂອງກີຢິບ ໃນໄວໆນີ້


ແຟ້ມພາບ - ທຸງຂອງສະຫະພາບຢູໂຣບ ແລະ ທຸງຊາດຂອງຢູເຄຣນ ປິວຢູ່ນອກລັດຖະສະພາຢູໂຣບ ໃນເມືອງສຕຣາສບວກ (Strasbourg), ປະເທດຝຣັ່ງ, ວັນທີ 8 ມີນາ 2022.
ແຟ້ມພາບ - ທຸງຂອງສະຫະພາບຢູໂຣບ ແລະ ທຸງຊາດຂອງຢູເຄຣນ ປິວຢູ່ນອກລັດຖະສະພາຢູໂຣບ ໃນເມືອງສຕຣາສບວກ (Strasbourg), ປະເທດຝຣັ່ງ, ວັນທີ 8 ມີນາ 2022.

ຢູເຄຣນ ແລະຄະນະກຳມາທິການຢູໂຣບ ຈະປະເມີນຄວາມຄືບໜ້າໃນໄວໆນີ້ ທີ່ ກີຢິບ ໄດ້ດຳເນີນການປັບລະບຽບກົດໝາຍຂອງຕົນ ໃຫ້ສອດຄ່ອງກັບສະ ຫະພາບຢູໂຣບ ແລະຈະສ້າງກອບສຳລັບການເຈລະຈາການເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບ ເຊິ່ງຄາດວ່າ ຈະເກີດຂຶ້ນໃນປີໜ້າ, ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສ໌ກີ ກ່າວໃນຄຳປາໄສ ທາງວີດີໂອ ຕອນກາງຄືນວັນອາທິດຂອງທ່ານ.

ທ່ານເຊເລນສ໌ກີ ກ່າວ​ວ່າ “ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ, ພ້ອມກັບ​ຄະ​ນະກຳມາທິການ ຢູໂຣບ, ພວກ​ເຮົາ​ຈະ​ເປີດຕົວ​ຂະ​ບວນ​ການ​ປະ​ເມີນ​ກົດ​ໝາຍ​ຂອງຢູເຄຣນຢ່າງ​ເປັນ​ທາງ​ການ ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ກົດ​ໝາຍ EU ເຊິ່ງເປັນຂະ​ບວນ​ການ​ຄັດ​ເລືອກ."

​ຄະ​ນະກຳມາທິການຢູໂຣບ ໄດ້​ລາຍ​ງານ​ໃນ​ເດືອນ​ແລ້ວ​ນີ້​ວ່າ, ຢູເຄຣນ ​ໄດ້​ປະ ຕິບັດຕາມ​ຂໍ້​ສະ​ເໜີ 4 ​ໃນ​ຈຳນວນ 7 ຂໍ້ ​ໃນ​ການ​ເຈລະຈາ​ເຂົ້າ​ເປັນ​ສະມາຊິກ​ຂອງ EU, ​ໃນ​ນັ້ນ​ມີ​ການ​ຈ້າງ​ເຈົ້າ​ໜ້າ​ທີ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ກະກຽມ​ອົງການ​ຕຸລາການ​ໃນ​ການ​ຍົກ​ລະດັບ​ຄັ້ງໃຫຍ່ ​ແລະ ປັບປຸງກົດໝາຍ​ສື່​ມວນ​ຊົນ ໃຫ້ສອດຄ່ອງ ກັບມາດຕະຖານ​ຂອງ EU.

ຄະນະ​ກຳມາ​ທິການ​ ກ່າວ​ວ່າ ຈະ​ປະເມີນ​ຄວາມ​ຄືບ​ໜ້າ​ຂອງ​ຢູ​ເຄຣນ ​ອີກ​ຄັ້ງໃນ​ເດືອນ​ມີນາ ຊຶ່ງ​ເປັນ​ສ່ວນນຶ່ງ​ຂອງ​ເສັ້ນທາງ​ທີ່​ຍາວ​ນານ ​ແລະ​ສັບຊ້ອນ​ໃນ​ການ​ເຂົ້າ​ເປັນ​ສະມາຊິກ ຊຶ່ງ​ເອກ​ອັກຄະ​ລັດຖະທູດ EU ປະຈຳ​ຢູ​ເຄຣນ ທ່ານນາງ ກາຕາຣີນາ ມາເທີໂນວາ (Katarina Mathernova) ​ໄດ້​ອະທິບາຍ​ວ່າ​ ເປັນ​ເລື້ອງທີ່ມີ​ການ​ຮຽກ​ຮ້ອງ​ຢ່າງ​ຫຼວງ​ຫຼາຍນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG