ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ດໍາເນີນການໂຈມຕີທີ່ຮ້າຍແຮງ ດ້ວຍລູກສອນໄຟ ໃສ່ນະຄອນຫຼວງ ແລະຂົງເຂດຄາກີບຂອງຢູເຄຣນ

ເຈົ້າໜ້າທີ່ການແພດ ກໍາລັງປິ່ນປົວຊາວທ້ອງຖິ່ນທີ່ໄດ້ຮັບບາດເຈັບ ໃນຖານທີ່ຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງ ໃນລະຫວ່າງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ, ທ່າມກາງການບຸກໂຈມຕີຢູເຄຣນຂອງຣັດເຊຍ, ໃນຂົງເຂດຄາກີບ, ຢູເຄຣນ, ວັນທີ 23​ມັງກອນ 2024.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນກ່າວ​ວ່າ ຣັດ​ເຊຍ ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃນ​ວັນ​ອັງ​ຄານ​ວານນີ້ ເຊິ່ງ​ໄດ້​ສັງຫານປະຊາຊົນ​ຢ່າງ​ໜ້ອຍ 7 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກຫຼາຍກວ່າ 60 ຄົນ, ໃນ​ຂະ​ນະ​ດຽວກັນກໍ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາ​ຄານ​ທີ່​ຢູ່​ອາ​ໄສ​ຫລາຍ​ຫລັງ ​ໃນ​ນະ​ຄອນຫຼວງກີຢິບ ແລະຂົງເຂດຄາກີບ.

ກອງທັບ​ອາກາດ​ຢູ​ເຄຣນກ່າວ​ວ່າ ​ກອງ​ປ້ອງ​ກັນທາງ​ອາກາດ​ຂອງ​ຢູ​ເຄຣນ​ໄດ້​ຍິງ​ລູກ​ສອນ​ໄຟ​ 21 ໃນ​ຈຳນວນ 41 ລູກ ຂອງຣັດເຊຍ ຕົກ.

ການ​ໂຈມ​ຕີ​ເປົ້າໝາຍຫຼັກ ​ແມ່ນ​ແນ​ໃສ່​ນະຄອນຫຼວງກີຢິບ, ເຊັ່ນດຽວກັບຂົງເຂດ ຄາກີບ ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ​ຢູ​ເຄຣນ.

ທ່ານໂອເລ ຊີເນຮູໂບບວ໌ (Oleh Synehubov), ຜູ້ປົກຄອງພາກພື້ນຂອງເຂດຄາກີບກ່າວ​ວ່າ ມີຜູ້ເສຍຊີວິດ 3 ຄົນ​ ​ແລະມີຜູ້ບາດເຈັບອີກ 42 ຄົນ​.

ເຈົ້າເມືອງຄາກີບ ທ່ານໄອຮໍ ເຕເຣຄອບ (Ihor Terekhov) ກ່າວ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້ແກ່ອາຄານທີ່ຢູ່ອາໄສ 30 ຫລັງ.

ພະນັກງານກູ້ໄພ ປະຕິບັດງານຢູ່ໃນບ່ອນເກີດເຫດ ຂອງອາຄານທີ່ໄດ້ຮັບຄວາມເສຍຫາຍໂດຍລູກຈະຫຼວດຂອງ ຣັດເຊຍ ທີ່ໂຈມຕີໃສ່ຂົງເຂດຄາກີບ, ຢູເຄຣນ, ວັນທີ 23​ ມັງກອນ 2024.
ພະນັກງານກູ້ໄພ ປະຕິບັດງານຢູ່ໃນບ່ອນເກີດເຫດ ຂອງອາຄານທີ່ໄດ້ຮັບຄວາມເສຍຫາຍໂດຍລູກຈະຫຼວດຂອງ ຣັດເຊຍ ທີ່ໂຈມຕີໃສ່ຂົງເຂດຄາກີບ, ຢູເຄຣນ, ວັນທີ 23​ ມັງກອນ 2024.

ເຈົ້າເມືອງນະຄອນກີຢິບ ທ່ານວິທາລີ ກລິດໂກ (Vitali Klitschko) ກ່າວ​ວ່າ ການ​ໂຈມ​ຕີດັ່ງກ່າວ ​ໄດ້​ກະທົບໃສ່​ຫລາຍ​ຂົງເຂດ​ຂອງ​ນະຄອນຫລວງ ​ສົ່ງຜົນເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຢ່າງ​ໜ້ອຍ 20 ຄົນ.

ໃນນັ້ນ, ​ຍັງ​ມີ​ຜູ້​ເສຍ​ຊີວິດອີກ​ຄົນ​ນຶ່ງ​ໃນ​ເມືອງປາບໂລຣາດ (Pavlohrad) ທີ່ຕັ້ງຢູ່ທາງທິດ​ຕາ​ເວັນ​ອອກ​ຂອງ​ພາກພື້ນດານິໂປຣເປໂຕຣບສ໌ (Dnipropetrovsk) ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG