ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ດໍາເນີນການສືບສວນທາງອາຍາ ກັບຜູ້ປະນາມວັງເຄຣມລິນ ທີ່ມີຊື່ສຽງ


ແຟ້ມ-ທ້າວອາເທີ ສໂມລຢານີນອບ, ນັກສະແດງຮູບເງົາ ແລະລະຄອນເວທີ ທີ່ມີຊື່ສຽງ, ມາຮອດງານຮູບເງົາມົສກູນານາຊາດ ໃນນະຄອນຫຼວງມົສກູ, ວັນທີ 19 ມິຖຸນາ 2009. ເຈົ້າໜ້າທີ່ຂອງ ຣັດເຊຍ ໄດ້ປະກາດການສືບສວນທາງອາຍາຕໍ່ ທ້າວສໂມລຢານີນອບວ໌ ຍ້ອນບໍ່ເຫັນດີກ່ຽວກັບສົງຄາມຢູ່ໃນຢູເຄຣນ.
ແຟ້ມ-ທ້າວອາເທີ ສໂມລຢານີນອບ, ນັກສະແດງຮູບເງົາ ແລະລະຄອນເວທີ ທີ່ມີຊື່ສຽງ, ມາຮອດງານຮູບເງົາມົສກູນານາຊາດ ໃນນະຄອນຫຼວງມົສກູ, ວັນທີ 19 ມິຖຸນາ 2009. ເຈົ້າໜ້າທີ່ຂອງ ຣັດເຊຍ ໄດ້ປະກາດການສືບສວນທາງອາຍາຕໍ່ ທ້າວສໂມລຢານີນອບວ໌ ຍ້ອນບໍ່ເຫັນດີກ່ຽວກັບສົງຄາມຢູ່ໃນຢູເຄຣນ.

ເຈົ້າໜ້າທີ່ຣັດເຊຍໄດ້ປະກາດການສອບສວນ​ຄຽງ​ຄູ່ທາງອາຍາ​ຕໍ່ນັກສະແດງທີ່ມີຊື່ສຽງ ທີ່ໄດ້ວິຈານກ່ຽວກັບສົງຄາມຢູ່ໃນຢູເຄຣນ, ແລະຜູ້ທີ່ມີ​ໃຈ​ບຸນ ທີ່ສະໜັບສະໜຸນ​ກຸ່ມຝ່າຍ​ຄ້ານ​ຂອງລັດຖະບານຣັດເຊຍ, ເຊິ່ງເປັນເຫດການຫຼ້າສຸດໃນຮອບນຶ່ງເດືອນ ເພື່ອກວດລ້າງ ແລະປາບປາມຕໍ່ຜູ້ທີ່ບໍ່ເຫັນດີກັບການປະຕິບັດງານຂອງລັດຖະບານ.

ຄະນະກໍາມະການສືບສວນຂອງ ຣັດເຊຍ ກ່າວຢູ່ໃນຖະແຫຼງການວ່າ ຫົວໜ້າຂອງພວກເຂົາ ທ່ານອາເລັກຊານເດີ້ ບາສທຣິກິນ (Alexander Bastrykin) ໄດ້ມີຄໍາສັ່ງໃຫ້ດໍາເນີນຄະດີອາຍາ ກັບນັກສະແດງຮູບເງົາ ແລະລະຄອນຂອງ ຣັດເຊຍ ທ້າວອາເທີ ສໂມລຢານີນອບ (Artur Smolyaninov), ເຊິ່ງໄດ້ໜີອອກຈາກປະເທດ ລຸນຫຼັງກອງກໍາລັງທະຫານຂອງຣັດເຊຍ ບຸກເຂົ້າໄປຮຸກຮານ ຢູເຄຣນ, ແລະລາວກໍໄດ້ກ່າວຕໍ່ຕ້ານກ່ຽວກັບສົງຄາມດັ່ງກ່າວຫຼາຍໆຄັ້ງ.

ອີງຕາມຖະແຫຼງການ, ທ້າວສໂມລຢານີນອບ “ໄດ້ດໍາເນີນຖະແຫຼງການຫຼາຍຄັ້ງ ໃນການໃຫ້ສໍາພາດກັບສື່ມວນຊົນຂອງປະເທດຕາເວັນຕົກ ເພື່ອຕໍ່ຕ້ານລັດ ຖະບານ ຣັດເຊຍ ໂດຍກົງ.” ຄະນະກໍາມະການສືບສວນ ບໍ່ໄດ້ຊີ້ແຈງລາຍລະ ອຽດໃດໆກ່ຽວກັບການກະທໍາທີ່ຖືເປັນຄວາມຜິດທາງອາຍາຂອງ ທ້າວສໂມລຢານີນອບ, ແລະລາວຈະຕ້ອງມີຂໍ້ຫາແນວໃດ.

ການສໍາພາດຫຼ້າສຸດຂອງ ທ້າວສໂມລຢານີນອບວ໌ ໃນອາທິດທີ່ຜ່ານມາ ໄດ້ເປັນຈຸດທີ່ສ້າງຄວາມບໍ່ພໍໃຈທີ່ສຸດໃຫ້ແກ່ບັນດາຜູ້ສະໜັບສະໜຸນວັງເຄຣມລິນ. ນັກ ສະແດງຜູ້ນີ້ໄດ້ບອກກັບອົງການຂ່າວໂນວາຢາ ກາເຊຕາ (Novaya Gazeta) ຂອງຢູໂຣບວ່າ ຖ້າລາວຫາກໄດ້ເຂົ້າຕໍ່ສູ້ຢູ່ໃນສົງຄາມ, ລາວຈະຕ້ອງຕໍ່ສູ້ “ໃນຝ່າຍຂອງຢູເຄຣນ.” ລາວກ່າວວ່າ “ສໍາລັບຂ້ອຍແລ້ວ, ມັນເປັນການຕໍ່ສູ້ຄຽງຂ້າງບັນດາອ້າຍນ້ອງຂ້ອງຂ້ອຍ ທີ່ຖືກໂຈມຕີໂດຍບັນດາອ້າຍນ້ອງອີກຈໍານວນນຶ່ງຂອງຂ້ອຍ.”

ໃນວັນຈັນວານນີ້, ໂຄສົກຂອງວັງເຄຣມລິນ ທ່ານດີມິທຣີ ເປສກອບ ມີຄວາມຍິນດີກັບການສອບສວນ ທ້າວສໂມລຢານີນອບ, ມັນບໍ່ມີຫຍັງ “ສໍາຄັນທີ່ອົງ​ການບັງຄັບໃຊ້ກົດໝາຍຂອງພວກເຮົາ ຄິດກ່ຽວກັບຂໍ້ສັງເກດຕ່າງໆເຫຼົ່ານີ້.”

ການສອບສວນທ້າວສໂມລຢານີນອບ ມີຂຶ້ນທ່າມກາງການໃຊ້ວາຈາທີ່ຮຸນແຮງເພີ້ມຂຶ້ນກ່ຽວກັບປະຊາຊົນຣັດເຊຍ ທີ່ຕ້ອງໜີຈາກປະເທດເນື່ອງຈາກສົງຄາມ. ສະມາຊິກສະພາໃຫ້ຄວາມເຫັນວ່າ ຄວນຢຶດຊັບສິນຂອງຜູ້ທີ່ໜີອອກໄປຕ່າງ ປະເທດເຫຼົ່ານັ້ນ ຫຼືສືບຕໍ່ເພີ້ມການເສຍພາສີອາກອນສໍາລັບຜູ້ທີ່ເຮັດວຽກຢູ່ໄກ ໃຫ້ແກ່ບໍລິສັດຕ່າງໆຂອງ ຣັດເຊຍ, ເຊິ່ງຫຼາຍຄົນໄດ້ປະນາມພວກເຂົາເຈົ້າວ່າເປັນ “ຄົນຂາຍຊາດ.”

ນອກນັ້ນ, ກະຊວງພາຍໃນຂອງ ຣັດເຊຍ ຍັງໄດ້ຈັດເອົາ ທ່ານບໍຣິສ ຊີມິນ (Boris Zimin) ຜູ້​ໃຈ​ບຸນທີ່ມີຊື່ສຽງຄົນສໍາຄັນ ເຂົ້າຢູ່ໃນລາຍຊື່ຂອງບຸກຄົນທີ່ມີຄວາມຕ້ອງການທີ່ສຸດໃນລະດັບສາກົນ ກ່ຽວກັບຂໍ້ຫາການສໍ້ໂກງ, ອີງຕາມການກ່າວຂອງເຈົ້າໜ້າທີ່ໃນວັນຈັນວານນີ້. ທ່ານຊີມິນ ໄດ້ໃຫ້ທຶນແກ່ອົງກອນຂ່າວອິດສະຫຼະຂອງຣັດເຊຍຫຼາຍແຫ່ງ ເຊັ່ນດຽວກັບໂຄງການຕ່າງໆ ກ່ຽວກັບຜູ້ນໍາຝ່າຍຄ້ານ ທ່ານອາເລັກຊີ ນາວາລນີ (Alexey Navalny) ທີ່ຖືກກັກຂັງຢູ່ໃນ​ເວ​ລານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG