ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ຕ່າງປະເທດຣັດເຊຍ ພົບປະພວກຜູ້ນຳ ຂອງລາວ


ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ໄດ້ພົບປະ ກັບ ພວກຜູ້ນຳ ສປປ ລາວເພື່ອສະເຫຼີມສະຫຼອງການສ້າງຕັ້ງ ຄວາມສຳພັນທາງດ້ານການທູດ ເກືອບ 50 ປີ ລະຫວ່າງ ປະເທດທັງສອງ ແລະສົນທະນາຫາລື ກ່ຽວກັບບັນຫາລະ ຫວ່າງປະເທດ ແລະພູມີພາກ ທີ່ສຳຄັນໆ ຈຳນວນນຶ່ງ.

ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມລາວນັ້ນ ທ່ານ SERGEI LAVROV ໄດ້ພົບປະ ກັບທ່ານຈູມມະລີ ໄຊ ຍະສອນ ປະທານປະເທດ ສປປ ລາວ ນາຍົກລັດຖະ ມົນຕີ ບົວສອນ ບຸບຜາວັນ ແລະ ລັດຖະມົນຕີການຕ່າງ ປະເທດ ທ່ານທອງລຸນ ສີສຸລິດ.

ການຄ້າແລະເສດຖະກິດ ແມ່ນຫົວຂໍ້ ສຳຄັນສຸດ ໃນການເຈລະຈາ ສອງຝ່າຍ ຊຶ່ງນອກນັ້ນ ຍັງຄາດວ່າ ໄດ້ຮວມທັງ ການສົນທະນາຫາລື ກ່ຽວກັບເລື່ອງ ພະລັງງານ ການຮ່ວມມືໃນ ດ້ານເທັກນິກ ທາງທະຫານ ການບິນພົນລະເຮືອນ ການສື່ສານ ຄົມມະນາຄົມ ວັດທະນະ ທຳ ການສຶກສາ ແລະ ການທ່ອງທ່ຽວ.

ທ່ານ LAVROV ໄດ້ເດີນທາງ ໄປຢ້ຽມຢາມຂົງເຂດ ເພື່ອເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງ ພູມີພາກ ຂອງອາຊ່ຽນ ຊຶ່ງຈະໄຂຂຶ້ນ ທີ່ຫວຽດນາມ ໃນວັນສຸກມື້ອື່ນນີ້.

ໂຄສົກຄົນນຶ່ງ ຂອງຣັດເຊຍ ກ່າວໃນຕົ້ນ ອາທິດນີ້ວ່າ ຣັດເຊຍ ແລະລາວ ເຫັນພ້ອມ ນຳກັນ ຢ່າງໃກ້ຊິດ ກ່ຽວກັບບັນຫາສາກົນ ຫຼາຍໆບັນຫາ ຮວມທັງ ບັນຫາພວກກໍ່ຮ້າຍ ແລະການຟື້ນໂຕຄືນ ຂອງເສດຖະກິດໂລກ.

XS
SM
MD
LG