ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ຕ່າງປະເທດຣັດເຊຍ ຢ້ຽມຢາມລາວ


ເຈົ້າໜ້າທີ່ຣັດເຊຍ ກ່າວວ່າ ການຄ້າ ແລະເສດຖະກິດ ຈະເປັນຫົວຂໍ້ ສຳຄັນສຸດ​ ຂອງການ​ສົນທະນາ​ກັນ ເວລາ ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ SERGEI LAVROV ເດີນທາງ ໄປຢ້ຽມຢາມລາວ ໃນວັນພຸດ ມື້ອື່ນນີ້.

ໃນການໃຫ້ສຳພາດ ມື້ວານນີ້ ໂຄສົກ ຂອງກະຊວງ ການຕ່າງປະເທດ ຣັດເຊຍ ກ່າວວ່າ ທ່ານ LAVROV ຍັງຈະຫາລືກັນ ກ່ຽວກັບເລື່ອງ ພະລັງງານ ການຮ່ວມມື ກ່ຽວກັບ ດ້ານເທັກນິກ ທາງທະຫານ ການບິນພົນລະເຮືອນ ການສື່ສານຄົມມະ ນາຄົມ ວັດທະນະທຳ ການສຶກສາ ແລະ ການທ່ອງທ່ຽວ ນຳ​ອີກ.

ທ່ານ LAVROV ຊຶ່ງໄດ້ເດີນທາງ ໄປຍັງຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ເພື່ອເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ ພາກພື້ນ ຂອງ ສະມາຄົມອາຊ່ຽນ ຢູ່ທີ່ປະເທດວຽດນາມນັ້ນ ຈະພົບປະ ເຈລະຈາກັບ ລັດຖະມົນຕີ ການຕ່າງປະເທດ ຂອງລາວ ທ່ານທອງລຸນ ສີສຸລິດ. ນອກນັ້ນ ທ່ານຍັງຈະໄດ້ ພົບປະກັບ ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ແລະ ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ຂອງລາວ.

ໂຄສົກ ຂອງກະຊວງ ການຕ່າງປະເທດ ຣັດເຊຍ ກ່າວວ່າ ປະເທດທັງສອງ ເຫັນພ້ອມນຳກັນ ຢ່າງໃກ້ຊິດ ກ່ຽວກັບ ບັນຫາສາກົນ ຫຼາຍໆບັນຫາ ຮວມທັງ ການກໍ່ການຮ້າຍ ແລະການຟື້ນໂຕຄືນ ຂອງເສດຖະກິດໂລກ. ນອກນັ້ນແລ້ວ ທ່ານ LAVROV ຍັງຢາກຈະ ສົນທະນາຫາລື ກ່ຽວກັບ ການກະກຽມ ເພື່ອການພົບປະສຸດຍອດ ຮອບ 2 ລະຫວ່າງຣັດເຊຍ ແລະ ສະມາຄົມ ອາຊ່ຽນ ຊຶ່ງຈະມີຂຶ້ນ ທີ່ປະເທດວຽດນາມ ໃນເດືອນຕຸລາ ທ້າຍປີນີ້.

XS
SM
MD
LG