ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍ ສັງຫານ 5 ຄົນ ໃນການໂຈມຕີຮອບໃໝ່ ໃສ່ເມືອງເຄີຊອນ ທາງພາກໃຕ້ຂອງຢູເຄຣນ


ຊາກຫັກພັງກະຈາຍເທິງພື້ນດິນ ຢູ່ສະຖານີລົດເມ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການຍິງໂຈມຕີດ້ວຍປືນໃຫຍ່ໃນເມືອງເຄີຊອນ ຂອງຢູເຄຣນ, ວັນທີ 21 ກຸມພາ 2023.
ຊາກຫັກພັງກະຈາຍເທິງພື້ນດິນ ຢູ່ສະຖານີລົດເມ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການຍິງໂຈມຕີດ້ວຍປືນໃຫຍ່ໃນເມືອງເຄີຊອນ ຂອງຢູເຄຣນ, ວັນທີ 21 ກຸມພາ 2023.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນວັນອັງຄານວານນີ້ ໄດ້ກ່າວຫາຣັດເຊຍ ໃນ “ການເຂັ່ນຂ້າພົນລະເຮືອນຢ່າງໄຮ້ຄວາມເມດຕາ” ຢູ່ໃນເມືອງເຄີຊອນ ທາງພາກໃຕ້ຂອງປະເທດ ຫຼັງຈາກການໂຈມຕີດ້ວຍລູກສອນໄຟ ທີ່ເຮັດໃຫ້ 5 ຄົນເສຍຊີວິດ ແລະ ອີກ 16 ຄົນບາດເຈັບ.

“ລົດຄັນນຶ່ງ ທີ່ຈອດຢູ່ໃນບໍລິເວນທີ່ຢູ່ອາໄສ ຊຶ່ງເປັນຕຶກສູງຫຼາຍຊັນ ແລະປ້າຍຈອດຂອງການຂົນສົ່ງສາທາລະນະແຫ່ງນຶ່ງ ຖືກໂຈມຕີ” ທ່ານເຊເລັນສກີ ໄດ້ກ່າວ ດ້ວຍຂໍ້ຄວາມທີ່ຂຽນລົງໃນແອັບສື່ສັງຄົມ ເທເລແກຣມ. ທ່ານກ່າວອີກວ່າ “ກອງທັບຂອງຣັດເຊຍ ແມ່ນຍິງປືນໃຫຍ່ຢ່າງໜັກ ໃສ່ເມືອງເຄີຊອນ. ອີກເທື່ອນຶ່ງເຂັ່ນຂ້າປະຊາກອນທີ່ເປັນພົນລະເຮືອນຢ່າງໄຮ້ຄວາມເມດຕາ.”

ຜູ້ນຳຂອງຢູເຄຣນ ໄດ້ກ່າວວ່າ “ໂລກບໍ່ມີສິດທີ່ຈະລືມຊ່ວງເວລາອັນດຽວນີ້ ທີ່ຄວາມໂຫດຮ້າຍຂອງຣັດເຊຍ ແລະການຮຸກຮານທີ່ບໍ່ມີຂອບເຂດ.” ທ່ານໄດ້ນຳເອົາພາບຖ່າຍຕ່າງໆລົງທາງອອນໄລນ໌ ທີ່ສະແດງໃຫ້ເຫັນຊາກສົບພວກຄົນລົ້ມຕາຍຢູ່ຕາມທາງ.

ຣັດເຊຍ ໄດ້ປະຕິເສດຕໍ່ການແນເປົ້າໝາຍໃສ່ພົນລະເຮືອນ.

ຢູເຄຣນ ຢຶດເອົາເມືອງເຄີຊອນ ກັບຄືນມາໄດ້ໃນເດືອນພະຈິກ ຫຼັງຈາກແປດເດືອນໃນການຄຸ້ມຄອງຂອງຣັດເຊຍ ໂດຍຖືກກົດດັນໃຫ້ກອງກຳລັງຂອງຣັດເຊຍ ປະຖິ້ມເມືອງເອກຂອງຂົງເຂດດັ່ງກ່າວພຽງແຫ່ງດຽວ ທີ່ພວກເຂົາຢຶດມາໄດ້ ນັບຕັ້ງແຕ່ບຸກລຸກເຂົ້າມາໃນຢູເຄຣນ ໃນວັນທີ 24 ກຸມພາ ປີກາຍນີ້. ແຕ່ການຍິງໂຈມຕີດ້ວຍປືນໃຫຍ່ຂອງມົສກູ ໃສ່ເມືອງນີ້ ກໍຍັງມີຢູ່ຕໍ່ເນື່ອງ.

ທ່ານໂອເລັກຊານເດີ ໂປຣຄູດິນ ຫົວໜ້າບໍລິຫານດ້ານທະຫານເຂດເຄີຊອນ ໄດ້ກ່າວວ່າ ພວກທະຫານຣັດເຊຍ ໄດ້ແນເປົ້າໝາຍໃສ່ເມືອງນີ້ “ອາດເປັນໄປໄດ້ດ້ວຍ ກຣາດ” ທີ່ເປັນລົດຍິງຈະຫຼວດຫຼາຍລຳກ້ອງ ແລະວ່າ ໄດ້ຍິນສຽງລະເບີດ 20 ເທື່ອ.

ການໂຈມຕີດັ່ງກ່າວ ມີຂຶ້ນຂະນະທີ່ ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ໄດ້ປົກປ້ອງການບຸກລຸກ ໃນການກ່າວຄຳປາໄສ ຕໍ່ໜ້າສະພາແຫ່ງຊາດຂອງຣັດເຊຍ ໃນນະຄອນຫຼວງມົສກູ ແລະ ນຶ່ງວັນຫຼັງຈາກທີ່ ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ເດີນທາງມາຢ້ຽມຢາມນະຄອນຫຼວງ ກີຢິບ ຂອງຢູເຄຣນ ໂດຍບໍ່ໄດ້ປະກາດລ່ວງໜ້າ ເພື່ອຮັບປະກັນຕໍ່ທ່ານເຊເລັນສກີ ໃນການສະໜັບສະໜຸນຢ່າງຕໍ່ເນື່ອງ ຂອງສະຫະລັດ ແລະບັນດາພັນທະມິດຕາເວັນຕົກຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG