ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ກ່າວວ່າ ການທີ່ໃຫ້ທ່ານ Assad ກຳອຳນາດຢູ່ຕໍ່ໄປ ແມ່ນບໍ່ເປັນເລື້ອງສຳຄັນ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືກັບ ປະທານາທິບໍດີ ທ່ານ Bashar al-Assad ໃນລະຫວ່າງ ການພົບປະກັນ ຢູ່ທີ່ວັງ Kremlin ໃນນະຄອນຫຼວງ Moscow, Russia, ວັນທີ 20 ຕຸລາ 2015.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືກັບ ປະທານາທິບໍດີ ທ່ານ Bashar al-Assad ໃນລະຫວ່າງ ການພົບປະກັນ ຢູ່ທີ່ວັງ Kremlin ໃນນະຄອນຫຼວງ Moscow, Russia, ວັນທີ 20 ຕຸລາ 2015.

ລັດຖະມົນຕີຕ່າງປະເທດ ຣັດເຊຍ ກ່າວວ່າ ຊະຕາກຳຂອງ
ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ຄວນຈະ
ໄດ້ຮັບການຕັດສິນ ໂດຍປະຊາຊົນຊີເຣຍ ແລະ ການທີ່ໃຫ້ທ່ານ
ມີອຳນາດຢູ່ຕໍ່ໄປນັ້ນບໍ່ແມ່ນວັດຖຸປະສົງທີ່ສຳຄັນ ຂອງມົດກູູ.

ໂຄສົກກະຊວງການຕ່າງປະເທດ ຣັດເຊຍ ທ່ານນາງ Maria
Zakharova ກ່າວຕໍ່ວິທະຍຸ Ekho Moskvy ໃນວັນອັງຄານ
ວານນີ້ວ່າ ນະໂຍບາຍຂອງຣັດເຊຍ ຕໍ່ຊີເຣຍນັ້ນ ວ່າ “ພວກເຮົາ
ບໍ່ເຄີຍເອີ່ຍວ່າ ການທີ່ທ່ານ Assad ມີອຳນາດຢູ່ຕໍ່ໄປນັ້ນ ແມ່ນ
ເປັນພື້ນຖານຫຼັກການ.”

ແຕ່ ທ່ານນາງໄດ້ເນັ້ນວ່າ ການຮັກສາໄວ້ ລັດຖະບານທີ່ເຄື່ອນໄຫວໄດ້ຢູ່ໃນຊີເຣຍ ແມ່ນ
ເປັນສູນກາງການສິ້ນສຸດ ຂອງສົງຄາມກາງເມື່ອງ ທີ່ແກ່ຍາວມາໄດ້ຫຼາຍກວ່າສີ່ປີແລ້ວ.

ທ່ານນາງຍັງໄດ້ເຕືອນ ວ່າ ການປ່ຽນລະບອບໃນຊີເຣຍ ທີ່ໃນປັດຈຸບັນນີ້ ບັນດາປະເທດ
ໃນຕາເວັນຕົກ ຢາກໃຫ້ປ່ຽນນັ້ນ ອາດກາຍເປັນ “ຄວາມຫາຍະນະໃນຂົງເຂດ” ເຮັດໃຫ້
ຜົນກະທົບຂອງສົງຄາມ ໂຫດຮ້າຍຂຶ້ນຕື່ມອີກ ຊຶ່ງມັນໄດ້ເອົາຊີວິດ ຫຼາຍກວ່າ 200,000
ຄົນມາແລ້ວ ແລະ ເຮັດໃຫ້ເກີດມີຊາວອົບພະຍົບ ຫຼາຍລ້ານຄົນ ນັບແຕ່ປີ 2011 ເປັນຕົ້ນມາ.

ເມື່ອຕອນແລງວັນອັງຄານວານນີ້ ຢູ່ທີ່ທຳນຽບຂາວ ໂຄສົກທຳນຽບຂາວ ທ່ານ Josh
Earnest ໄດ້ກ່າວລົດຄຸນຄ່າ ຄຳເຫັນຂອງຣັດເຊຍ ວ່າ “ຂ້າພະເຈົ້າ ມີຄວາມສົງໄສວ່າ ພວກເຂົາ ບໍ່ໄດ້ສະທ້ອນເຖິງການປ່ຽນແປງໃດໆເລີຍ” ໃນອັນທີ່ທ່ານອະທິບາຍວ່າ ເປັນ
“ຍຸດທະສາດທີ່ບົກພ່ອງ” ຂອງມົສກູ ໃນຊີເຣຍ.

ຄຳເຫັນດັ່ງກ່າວນັ້ນ ຈາກສອງນະຄອນຫຼວງ ໄດ້ເນັ້ນໃຫ້ເຫັນເຖິງພື້ນຖານຄວາມແຕກ
ຕ່າງກັນ ຂອງຍຸດທະສາດ ຕໍ່ຊີເຣຍ ລະຫວ່າງ ສະຫະລັດ ແລະ ຣັດເຊຍ ໂດຍທາງ ວໍຊິງຕັນ
ແລະ ພັນທະມິດຂອງຕົນ ຢືນຢັດວ່າ ທ່ານ Assad ບໍ່ຄວນມີສ່ວນຮ່ວມ ໃນການແກ້ໄຂ
ທາງການເມືອງ ໄລຍະຍາວ ສຳຫລັບຊີເຣຍ.

ແຕ່ຢ່າງໃດກໍຕາມ ຣັດເຊຍ ໄດ້ຍົກລະດັບ ການສະໜັບສະໜູນ ປະທານາທິບໍດີ Assad
ທາງດ້ານທະຫານຂອງຕົນຂຶ້ນຕື່ມອີກ ໃນໄລຍະສອງເດືອນຜ່ານມາ ໂດຍສົ່ງເຮືອບິນລົບ
ຫຼາຍລຳ ໄປຍັງປະເທດດັ່ງກ່າວ ແລະ ໄດ້ປະຕິບັດການໂຈມຕີທາງອາກາດຫຼາຍບັ້ນແລ້ວ.

XS
SM
MD
LG