ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​​​​​​ນັກ​ຂ່າວ​ຝ່າ​ຍສືບສວນ​ຂອງຣັດ​ເຊຍ​ຄົນ​ນຶ່ງ ໄດ້ເສຍຊີວິດ ຫຼັງຈາກ ໄດ້ຕົກຈາກລະບຽງ


ພາບທີວທັດຂອງຕົວເມືອງ​ເຢັກກາ​ເຕີຣິນ​ເບີກ (Yekaterinburg), ຣັດເຊຍ, ເມສາ 14, 2018.
ພາບທີວທັດຂອງຕົວເມືອງ​ເຢັກກາ​ເຕີຣິນ​ເບີກ (Yekaterinburg), ຣັດເຊຍ, ເມສາ 14, 2018.

​ນັກ​ຂ່າວ​ຝ່າ​ຍສືບສວນ​ຂອງຣັດ​ເຊຍ​ຄົນ​ນຶ່ງ ຊຶ່ງໃນຫວ່າງມໍ່ໆມານີ້ ໄດ້ຂຽນບົດຄວາມ
ກ່ຽວກັບການຕາຍຂອງພວກທະຫານຮັບຈ້າງຊາວຣັດ​ເຊຍ ທີ່ເຮັດເພື່ອເງິນ ​ໃນ​ຊີ​ເຣຍ ​
ໄດ້ເສຍ​ຊີວິດ​ ຕົກລົງ​ຈາກ​ລະບຽງຊັ້ນ​ທີ 5 ຂອງຕຶກ ​ໃນ​ເມືອງ​ເຢັກກາ​ເຕີຣິນ​ເບີກ.

ທ່ານ ​ເມັ​ກຊິ​ມ ​ໂບ​ໂຣດິນ ​ໄວ 32 ​ໄດ້​ຖືກ​ພົບ​ເຫັນ​ວ່າ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຮ້າຍ​ແຮງ
ໃນ​ທາງ​ຍ່າງ ​ໃຕ້​ລະບຽງຂອງ​ຕຶກທີ່​ລາວ​ອາ​ໄສ​ຢູ່ ​ແລະ​ໄດ້​ຖືກ​ນຳ​ສົ່ງ​ໂຮງພະຍາບານ.
ບ່ອນ​ທີ່​ລາວ​ໄດ້​ເສຍ​ຊີວິດ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້, ຊຶ່ງ​ນາຍ​ຈ້າງ ​ເຈົ້າ​ຂອງ​ແວັບ​ໄຊ​ຕ໌ ​
ໂນ​ວີ​ເດັນ ຫຼື New Day ​ໄດ້​ກ່າວ​ໄວ້.

ທ່ານ ວີ​ອາ​ເຈ​ສລາບ ບາສຄອບ​ວ໌ ໝູ່​ຂອງ​ທ່ານ ໂບ​ໂຣດິນ ​ໄດ້​ຂຽນ​ລົງ​ທາງ​ເຟສບຸ​ກວ່າ
ໂບ​ໂຣດິນ ​ໄດ້​ຕິດ​ຕໍ່​ຫາ​ລາວ ​ໃນ​ເຊົ້າ​ຂອງ​ມື້ວັນ​ພຸດ ນຶ່ງ​ມື້ ກ່ອນ​ທີ່​ລາວ​ຕົກລົງ​ຈາກ​ຕຶກ ​
ແລະ​ບອກ​ລາວ​ວ່າ ​ໄດ້​ມີ​ຊາຍ​ຜູ້​ນຶ່ງ​ຖື​ປືນ​ໃນ​ລະບຽງ​ຂອງ​ລາວ ​ແລະ​ມີ​ອີກ​ຫຼາຍ​ຄົນ
ທີ່​ພາກັນ​ໃສ່ໜ້າ​ກາກ​ແລະ​ສວມ​ໃສ່​ເສື້ອ​ຜ້າ​ທີ່ອຳ​ພາງຕົວ​ ​ໄດ້​ພາກັນ​ແລ່ນ​ຂຶ້ນ​ຂັ້ນ​ໄດ​
ເພື່ອ​ເຂົ້າ​ໄປ​ຍັງ​ຕຶກ​ທີ່​ຢູ່ຂອງ​ລາວ.

ທ່ານ ບາສຄອບ​ວ໌ ​ໄດ້​ກ່າວ​ວ່າ ​ໂບ​ໂຣດິນ ​ໄດ້​ໂທ​ກັບ​ໄປ​ຫາ​ລາວ ປະມານນຶ່ງ​ຊົ່ວ​ໂມງ​
ຕໍ່​ມາ ​ແລະ​ໄດ້​ກ່າວ​ວ່າ ລາ​ວ​ເ​ຂົ້າ​ໃຈຜິດ ​ແລະ​ລາວ​ຄຶດ​ວ່າ ພວກ​ຊາຍສະກັນ​ທີ່​ຕິດ​ອາວຸດ
ທັງຫຼາຍ​ນີ້ ຄື​ການ​ຝຶກ​ແອບ​ເທົ່າ​ນັ້ນ.

​ໂບ​ໂຣດິນ ​ຕາມ​ປົກກະຕິ​ແລ້ວ ​ແມ່ນ​ຂຽນ​ຂ່າວ​ຂອງ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ສຳຄັນ
​ແລະ​ຄະດີອາ​ຊະ​ຍາ​ກຳ​ໃນຣັດ​ເຊຍ. ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ທ່ານ​ໄດ້​ເປີດ​ເຜີຍ​ກ່ຽວ
​ກັບພວກ​ທະຫານຊາວຣັດ​ເຊຍ ຮັບຈ້າງທີ່​ໄປ​ທຳ​ງານ​ເພື່ອ​ເງິນ ​ໃນ​ສະໜາມ​ລົບ​ປະ​ເຊີນ​
ກັບ​ກອງ​ກຳລັງ ສະຫະ​ລັດ ​ໃກ໊ໆ​ກັບ​ເມື​ອງ ​ເດຍ​-ອີ​ໂຊ (Deir-Ezzor) ​ໃນ​ຊີ​ເຣຍ.

ປີ​ກາຍ​ນີ້ ທ່ານ​ໄດ້ໃຫ້ການ​ສຳພາດກັບ​ຊ່ອງ​ໂທລະພາບ​ອິດສະຫຼະ ທີ​ວີ​ເຣນ ​ແລະ​ກ່າວ
​ກ່ຽວ​ກັບ​ຮູບ​ເງົາ​ “ມາ​ທຽລດາ” ທີ່​ເປັນ​ເລື່ອງ​ນອງ​ນັນ ​ແລະ​ກໍ​ໄດ້​ເປັນການຕາ​ມລ້າ​ໄລ່​ຕີ​
ຫົວ ​ດ້ວຍ​ທໍ່​ເຫຼັກ ມາ​ໂດຍ​ຕະຫຼອດ​ ຊຶ່ງ​ບໍ່​ຮູ້​ວ່າ​ແມ່ນ​ພວກໃດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG