ສະຫະລັດໄດ້ສະແດງ “ຄວາມເປັນຫ່ວງໃນລະດັບສູງສຸດ” ຫລັງຈາກເຮືອບິນລົບອາຍ
ພົ່ນຣັດເຊຍລຳນຶ່ງ ໄດ້ບິນເຂົ້າມາໃກ້ທີ່ເປັນອັນຕະລາຍ ຕໍ່ເຮືອບິນສະຫະລັດ ເທິງເຂດ
ນ່ານຟ້າສາກົນ ຢູ່ທະເລດຳ ໃນວັນຈັນວານນີ້.
ການປະເຊີນໜ້າດັ່ງກ່າວ ໄດ້ເກີດຂຶ້ນໃນລະຫວ່າງການຊ້ອມລົບທາງທະຫານຂອງ
ຣັດເຊຍ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດທ໌ ກ່າວໃນຖະແຫລງ
ການໃນແລງວານນີ້ວ່າ “ໃນຂະນະທີ່ເຮືອບິນສະຫະລັດໄດ້ປະຕິບັດງານພາຍໃຕ້ກົດ
ໝາຍສາກົນ ແຕ່ຝ່າຍຣັດເຊຍໄດ້ລະເມີດຢ່າງເປີດແປນ ຕໍ່ຂໍ້ ຕົກລົງຕ່າງໆທີ່ມີຢູ່ແລ້ວ
ແລະກົດໝາຍສາກົນ.”
“ນີ້ແມ່ນ ເປັນໂຕຢ່າງອັນຫລ້າສຸດໃນກິດຈະກຳຕ່າງໆຂອງກອງທັບຣັດເຊຍ ທີ່ບໍ່ໃຫ້
ຄວາມເຄົາລົບຕໍ່ຫລັກການ ແລະຂໍ້ຕົກລົງຕ່າງໆຂອງສາກົນ.”
ອີງຕາມກອງທັບເຮືອສະຫະລັດໃນເຂດຢູໂຣບແລ້ວ ເຮືອບິນ SU-27 ຂອງຣັດເຊຍ
ໄດ້ບິນຕັດ ປະມານນຶ່ງແມັດເຄິ່ງ ຕໍ່ໜ້າເສັ້ນທາງບິນຂອງເຮືອບິນ EP-3 ຂອງອາເມ
ຣິກັນ.
ຍັງບໍ່ມີການຊີ້ແຈງໃດໆ ຈາກຣັດເຊຍເທື່ອ ມາຈົນເຖິງເວລານີ້.
ກະຊວງຕ່າງປະເທດສະຫະລັດຮຽກຮ້ອງໃຫ້ຣັດເຊຍ ຢຸດເຊົາໃນອັນທີ່ຮ້ອງວ່າການ
ປະຕິບັດທີ່ບໍ່ມີຄວາມປອດໄພ ທີ່ຈະພາໃຫ້ມີການສ່ຽງເພີ້ມຂຶ້ນ ຂອງການຄຳນວນທີ່
ຜິດພາດ ແລະການຕຳກັນຢູ່ເທິງອາກາດ.