ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້ານັກການທູດຣັດເຊຍ ພົບປະກັບ ຄູ່ຕໍາແໜ່ງ ຈາກຍີ່ປຸ່ນ


ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara (ຊ້າຍ) ພົບປະກັບຄູ່ຕຳແໜ່ງຝ່າຍຣັດເຊຍ ທ່ານ Sergei Lavrov ທີ່ກຸງມົສກູ (11 ກຸມພາ 2011)
ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Seiji Maehara (ຊ້າຍ) ພົບປະກັບຄູ່ຕຳແໜ່ງຝ່າຍຣັດເຊຍ ທ່ານ Sergei Lavrov ທີ່ກຸງມົສກູ (11 ກຸມພາ 2011)

ຫົວໜ້ານັກການທູດຂອງຣັດເຊຍແລະຍີ່ປຸ່ນຈະພົບປະກັນ
ໃນວັນສຸກມື້ນີ້ ເພື່ອສົນທະນາຫາລື ກ່ຽວກັບບັນຫາຂັດ
ແຍ້ງໃນເລື່ອງເກາະດອນຢູ່ນອກແຄມຝັ່ງທະເລທາງເໜືອ
ຂອງຍີ່ປຸ່ນ ທີ່ມີມາເປັນເວລາຫຼາຍທົດສະວັດແລ້ວນັ້ນ.

ລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei La-
vrov ແລະຄູ່ຕຳແໜ່ງຝ່າຍຍີ່ປຸ່ນທ່ານ Seiji Maehara
ຈະທຳການເຈລະຈາຫາລືແບບປິດລັບ ຢູ່ທີ່ກຸງມົສກູ.

ການເຈລະຈາໃນວັນສຸກມື້ນີ້ແມ່ນໝາຍເຖິງການຫຼຸດຜ່ອນ
ຄວາມເຄັ່ງຕຶງ ທີ່ໄດ້ມີມາກ່ຽວກັບເລື່ອງກຳມະສິດ ຂອງໝູ່
ເກາະ ທີ່ຕັ້ງຢູ່ນອກແຄມຝັ່ງທະເລໃນເຂດຕາເວັນອອກໄກຂອງຣັດເຊຍ ຊຶ່ງເປັນບ່ອນຢູ່
ບ່ອນອາໄສຂອງປະຊາຊົນຫຼາຍກວ່າ 16,000 ຄົນນັ້ນ. ໝູ່ເກາະດອນທີ່ເປັນບັນຫາຂັດ ແຍ້ງດັ່ງກ່າວແມ່ນຮູ້ກັນໃນນາມໝູ່ເກາະ Kurils ໃຕ້ໃນຣັດເຊຍແລະດິນແດນຕອນເໜືອ
ໃນຍີ່ປຸ່ນ.

ຣັດເຊຍໄດ້ສະເໜີທີ່ຈະຫັນປ່ຽນໃຫ້ໝູ່ເກາະ Kurils ເປັນເຂດການຄ້າເສລີເພື່ອຊຸກຍູ້ໃຫ້ຍີ່
ປຸ່ນເຂົ້າໄປລົງທຶນແຕ່ພວກຜູ້ນຳຂອງຍີ່ປຸ່ນບໍ່ໄດ້ໃຫ້ການສະໜັບສະໜຸນຕໍ່ຄວາມຄິດດັ່ງກ່າວ.
ຕັ້ງແຕ່ນັ້ນມາ ຣັດເຊຍກໍໄດ້ສະເໜີແນະວ່າການສົ່ງກຳລັງທະຫານໄປປະຈຳຢູ່ທີ່ໝູ່ເກາະນີ້
ອາດມີຄວາມຈຳເປັນໃນກໍລະນີທີ່ຍີ່ປຸ່ນອາດພະຍາຍາມທີ່ຈະເຂົ້າໄປຢຶດເອົາ.

ອະດີດສະຫະພາບໂຊວຽດ ໄດ້ເຂົ້າຢຶດເອົາໝູ່ເກາະເຫຼົ່ານີ້ໃນຕອນທ້າຍຂອງສົງຄາມໂລກ
ຄັ້ງທີ 2. ບັນຫາຂັດແຍ້ງທີ່ວ່ານີ້ໄດ້ເປັນອຸບປະສັກຂັດຂວາງ ບໍ່ໃຫ້ປະເທດທັງສອງລົງນາມ
ໃນສົນທິສັນຍາຢຸດຍິງ ຢ່າງເປັນທາງການ.

XS
SM
MD
LG