ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍພົວພັນ ຣັດເຊຍ ກັບ ອິສຣາແອລ ຂະຫຍາຍຕົວ ດ້ວຍອິດທິພົນ ຂອງວັງ Kremlin ຢູ່ພາກພື້ນ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືທັກທາຍກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໃນລະຫວ່າງກອງປະຊຸມ
ຖະແຫຼງຂ່າວທີ່ວັງ Kremlin ໃນນຄອນຫຼວງ ມອສໂກ, ຣັດເຊຍ. 7 ມິຖຸນາ, 2016.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືທັກທາຍກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໃນລະຫວ່າງກອງປະຊຸມ ຖະແຫຼງຂ່າວທີ່ວັງ Kremlin ໃນນຄອນຫຼວງ ມອສໂກ, ຣັດເຊຍ. 7 ມິຖຸນາ, 2016.

ການພົບປະຄັ້ງທີສອງຂອງ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ເກີດຂຶ້ນ ໃນຮອບບໍ່ເຖິງສອງເດືອນໃນວັນອັງ ຄານວານນີ້ ທີ່ເປັນການເນັ້ນເຖິງສາຍພົວ ອັນໃກ້ຊິດທີ່ເພີ່ມຂຶ້ນ ລະຫວ່າງ ປະເທດທີ່ເປັນພັນທະມິດກັບ ສະຫະລັດ ແລະ ຣັດເຊຍ, ໃນຂະນະທີ່ອິດທິພົນ ຂອງ ນະຄອນຫຼວງ ມອສໂກ ເຕີບໂຕຂຶ້ນໃນ ຕາເວັນອອກກາງ. ການຕໍ່ສູ້ທາງການທະ ຫານຂອງ ຣັດເຊຍ ໃນການສະໜັບ ສະໜູນປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ນັ້ນແມ່ນບໍ່ໄດ້ສະແດງ ໃຫ້ເຫັນສັນຍານການສິ້ນສຸດເລີຍ, ແມ່ນກະທັ້ງທີ່ວັງ Kremlin ໄດ້ປະກາດໃນ ເດືອນມີນາທີ່ຜ່ານມາ ກ່ຽວກັບ ການຖອນກຳລັງພາກສ່ວນຂອງ ພວກເຂົາ ເຈົ້າ. ນອກນັ້ນ ມອສໂກ ຍັງຂະຫຍາຍສາຍພົວພັນກັບ ອີຣ່ານ ເຊັ່ນກັນ, ລວມ ທັງການຂາຍອາວຸດທະຫານ, ເຊິ່ງຕາມມາຈາກຂໍ້ຕົກລົງນິວເຄລຍ ເພື່ອຍົກ ເລີກມາດຕະການລົງໂທດ.

ແຕ່ວ່າໃນຂະນະທີ່ລັດຖະບານປະເທດຕາເວັນຕົກສ່ວນໃຫຍ່ມີຄວາມສົງໄສ ກ່ຽວກັບ ເຈ ຕະນາຂອງ ຣັດເຊຍຢູ່ນີ້, ນະຄອນຫຼວງ Tel Aviv ແມ່ນມີ ຄວາມເປັນຫ່ວງກ່ຽວກັບ ພວກ ນັກຮົບຈາກ ອີຣ່ານ ແລະ ກຸ່ມ Hezbollah ຈາກປະເທດ Lebanon ຫຼາຍກວ່າ, ເຊິ່ງເປັນ ພວກທີ່ສະໜັບສະໜູນທ່ານ Assad ໃນ ຊີເຣຍ.

ທ່ານ Netanyahu ຢາກໃຫ້ທ່ານ Putin ຮັບປະກັນຄວາມປອດໄພວ່າກຸຸ່ມພວກ ນີ້, ເຊິ່ງ ໄດ້ປະຕິຍານທີ່ຈະທຳລາຍ ອິສຣາແອລ, ຈະບໍ່ໄດ້ຮັບອາວຸດທີ່ທັນສະໄໝຂອງ ຣັດເຊຍ ທີ່ຖືກໃຊ້ໃນຄວາມຂັດແຍ້ງ ຊີເຣຍ ຜ່ານພັນທະມິດຂອງ ມອສໂກ ໃນນະຄອນຫຼວງ Damascas.

ທ່ານ Sergey Balmasov ຈາກສະຖາບັນແຫ່ງພາກຕາເວັນອອກກາງ ແລະ ສະພາ ການຕ່າງປະເທດ ຣັດເຊຍ ໄດ້ກ່າວໃນອີເມລທີ່ຂຽນຕອບວີໂອເອວ່າ “ທ່ານ Netanyahu ບໍ່ສາມາດທີ່ຈະເຂົ້າໃຈ ເຖິງແມ່ນວ່າ ຣັດເຊຍ ຈະໃຫ້ການ ຢືນຢັນວ່າຈະບໍ່ສົ່ງອາວຸດໃຫ້ ພວກ Hezbollah ກໍຕາມ, ພວກເຂົາເຈົ້າບໍ່ໄດ້ ຢູ່ໃນຕຳແໜ່ງທີ່ຈະຄວບຄຸມການເຊື່ອມ ຕໍ່ຫຼາຍຢ່າງ ລະຫວ່າງ ນະຄອນ ຫຼວງ Teheran ກັບ Damascus, ເຊິ່ງໜ່ວຍປະຕິບັດ ການພິເສດຂອງພວກເຂົາ ເຈົ້າໄດ້ສະໜອງ ແລະ ຈະສືບຕໍ່ສະໜອງທຸກໆຢ່າງທີ່ມີ ຄວາມຈຳເປັນຕໍ່ຝ່າຍ ຂອງພະ Allah.”

ຣັດເຊຍ ແລະ ອິສຣາແອລ ໄດ້ສະແດງຄວາມເພິງພໍໃຈກັບຂໍ້ຕົກລົງຄວາມໝັ້ນ ຄົງທີ່ໄດ້ ສ້າງຂຶ້ນໃນການເດີນທາງຢ້ຽມຢາມ ມອສໂກ ຂອງທ່ານ Netanyahu ໃນຄັ້ງທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG