ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຣັດເຊຍ, ອີຣ່ານ ແລະ ຊີເຣຍ ເຕືອນສະຫະລັດ ວ່າບໍ່ໃຫ້ໂຈມຕີຊີເຣຍ ອີກ


ລູກສອນໄຟທີ່ນຳພາໂດຍດາວທຽມ USS Porter (DDG 78) ທີ່ຍິງໂຈມຕີຈາກກຳປັ່ນລົບທີ່ຢູ່ໃນທະເລ Mediterranean ຕໍ່ຊີເຣຍໃນວັນທີ 7 ເມສາ 2017
ລູກສອນໄຟທີ່ນຳພາໂດຍດາວທຽມ USS Porter (DDG 78) ທີ່ຍິງໂຈມຕີຈາກກຳປັ່ນລົບທີ່ຢູ່ໃນທະເລ Mediterranean ຕໍ່ຊີເຣຍໃນວັນທີ 7 ເມສາ 2017

ຣັດ​ເຊ​ຍ, ຊີ​ເຣຍ ​ແລະ​ອີຣ່ານ ​ໄດ້​ເຕືອນ​ສະຫະລັດບໍ່​ໃຫ້​ຍິງ​ໂຈມ​ຕີ​ໃສ່ຊີ​ເຣຍອີກແລະ
​ໄດ້​ຮຽກຮ້ອງ​ໃຫ້ສາ​ກົນທໍາ​ການ​ສືບສວນ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄ​ມີຢູ່​ໃນ​ຊີ​ເຣຍ.

ບັນດາ​ລັດຖະມົນຕີ​ຈາກຣັ​ດເຊຍ ຊີ​ເຣຍ ​ແລະ​ອີຣ່ານ ​ທີ່​ໄປປະຊຸມ​ກັນ​ຢູ່​ນະຄອນມົສກູ​
ໃນ​ວັນ​ສຸກ​ວານ​ນີ້ ກ່າວ​ວ່າ ​ການ​ກະທໍາ​ແຕ່​ຝ່າຍ​ດຽວ​ໃດໆກໍ​ຕາມ ​ໂດຍ​ສະຫະລັດ​ໃນ
​ຊີ​ເຣຍ ຈະ​ປະສົບ​ກັບ “ຜົນຕາມ​ມາທີ່​ຮ້າຍ​ແຮງ” ​ແລະ​ເຮັດ​ໃຫ້​ເປັນ​ອັນຕະລາຍ​ແກ່​
ໂລກ​ທັງ​ໝົດ.

ສະຫະລັດ​ໄດ້​ຍິງ​ລູກ​ສອນ​ໄຟ Tomahawk 59 ​ໃສ່ຖານ​ທັບອາກາດ al-Shayrat ​
ໃນ​ຊີເຣຍ ​ໃນວັນ​ສຸກ​ອາທິດແລ້ວ​ນີ້ ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການໃຊ້ອາ​ວຸດ​ເຄມີ​
ໂຈມ​ຕີ​ໃນ​ຊີ​ເຣຍ ​ໃນ​ຫລາຍ​ວັນກ່ອນ​ໜ້າ​ນັ້ນ.

ລັດຖະມົນຕີການ​ຕ່າງປະ​ເທດ​ຣັດ​ເຊຍ, ທ່ານ Segei Lavrov, ກ່າ​ວວ່າ ສະພາບ​
ການ​ທີ່ ກ່ຽວຂ້ອງ​ກັບ​ການ​ໂຈມ​ຕີຢູ່​ໃນເມືອງ Kahn Sheikhoun ຂອງຊີ​ເຣຍ ທີ່​ໄດ້
​ເຮັດໃຫ້ 80 ຄົນ​ເສຍ​ຊີວິດນັ້ນ ​ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ​ເທື່ອ.

ທ່ານ​ໄດ້​ຕິ​ຕຽນ​ກຸ່ມສັງ​ເກດ​ການ​ອາວຸດ​ເຄມີຂອງໂລກ ​ໃນ​ນາມທີ່​ເປັນ​ອົງການ​ເ​ກືອດ
​ຫ້າມ​ອາວຸດ​ເຄມີນັ້ນ ​ວ່າບໍ່​ໄດ້​ສົ່ງ​ບັນດາ​ຜູ້​ຊ່ຽວຊານ​ໄປສືບສວນ​ຢູ່​ສະຖານ​ທີ່ຖືກໂຈມ
​ຕີນັ້ນ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຖືວ່າ ການ​ຈະ​ວິໄຈ​ເຫດ​ການຢູ່​ທາງ​ໄກ ​ແມ່ນ​ເປັນ​ເລື່ອງທີ່​
ຍອມຮັບ​ບໍ່​ໄດ້​”. ທ່ານ Lavrov ກ່າວ​ວ່າ ການ​ສືບສວນກໍຄວນ​ຈະຂະຫຍາຍກວ້າ​ງ
​ອອກ​ໄປ ​ເພື່ອຮວມ ເອົາ​ບັນດາ​ນັກ​ຊ່ຽວຊານ​ຈາກ​ຫລາຍໆ​ປະ​ເທດ ​ເຂົ້າຮ່ວມ​ນໍາ​ອີກ.

ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກທີ່ວ່າ ປະທານາ
ທິບໍດີຊີ​ເຣຍ ທ່ານ Bashar al-Assad ​ໄດ້​ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີນັ້ນ. ຣັດ​ເຊຍ​
ໄດ້​ກ່າວອ້າງ​ວ່າ​ບັນດາ​ຜູ້ໄດ້​ຮັບເຄາະ​ຮ້າຍ​ໄດ້​ເສ​ຍຊີວິດໃນເວລາ​ເຮືອບິນ​ລົບ​ຊີ​ເຣຍ
​ໂຈ​ມຕີ ສາງ​ອາວຸດ​ເຄມີ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ. ສະຫະລັດ​ໄດ້​ກ່າວ​ຫາທ່ານ
Assad ວ່າ​ມີເຈດ​ຕະນາ​ທໍາ​ການໂຈມ​ຕີດັ່ງກ່າວ​ນັ້ນ.

ລັດຖະມົນຕີການຕ່າງປະເທດຈາກ 3 ປະເທດ: ທ. Sergei Lavrov (ກາງ) ຣັດເຊຍ, ທ. Syrian Walid Muallem (ຊ້າຍ) ຊີເຣຍ, ແລະ ທ. Mohammad Javad Zarif ຈາກອີຣ່ານ ທີ່ກອງປະຊຸມໃນວັນທີ 14 ເມສາ 2017 ຜ່ານມານີ້
ລັດຖະມົນຕີການຕ່າງປະເທດຈາກ 3 ປະເທດ: ທ. Sergei Lavrov (ກາງ) ຣັດເຊຍ, ທ. Syrian Walid Muallem (ຊ້າຍ) ຊີເຣຍ, ແລະ ທ. Mohammad Javad Zarif ຈາກອີຣ່ານ ທີ່ກອງປະຊຸມໃນວັນທີ 14 ເມສາ 2017 ຜ່ານມານີ້

ລັດຖະມົນຕີ​ການຕ່າງປະ​ເທດ​ອີຣ່ານ ທ່ານ Mohammad Javad Zarif ກ່າວ​ວ່າ
“ການ​ໃຊ້ອາວຸດ​ເຄມີ​ເປັນຂໍ້​ອ້າງໃຫ້​ທໍາ​ການ​ຝ່າຝືນຕໍ່ອະທິປະ​ໄຕ ​ແລະສິດອໍານາດ​
ບົນ​ຜືນແຜ່ນ​ຂອງ​ປະ​ເທດທີ່​ມີ​ເອກ​ກະລາດ ທີ່​ເປັນສະມາຊິກ​ຂອງສະຫະ​ປະຊາ​ຊາດ
​ປະ​ເທດ​ນຶ່ງ. ມັນເປັນການ​ກະທໍາທີ່​ເປັນ​ອັນຕະລາຍ​ທີ່​ສຸດ.” ທ່ານ​ໄດ້​ກ່າວ​ຕື່ມ​ອີກ​ວ່າ
“ມັນ​ມີ​ຄວາມ​ຈໍາ​ເປັນ​ທີ່​ພວກ​ເຮົາ ຕ້ອງ​ໄດ້​ຫ້າມບໍ່​ໃຫ້​ການ​ກະທໍາ​ ທີ່ຄືເຫັນ​ຢູ່​ໃນ​ເຫດ
​ການເກີດ​ຂຶ້ນ​ໃນເມືອງ Khan Sheikhoun ນັ້ນ​ເກີດ​ຂຶ້ນອີກ ​ໃນ​ອານາ​ຄົດ.

ທ່ານ Lavrov ກ່າວ​ອີກວ່າ ການ​ໂຈ​ມຕີ​ດ້ວຍ​ລູກ​ສອນ​ໄຟຂອງ​ສະຫະລັດຢູ່​ໃນ​ຊີເຣຍ
ເປັນ​ການ​ຊອກຫາ “ຂໍ້​ອ້າງ​ເພື່ອ​ຢາກ​ປ່ຽນ​ແປງລະບອບ.” ທ່ານ​ກ່າວ​ເພີ້​ມອີກວ່າ
“ຄວາມ​ພະຍາ​ຍາມເຫລົ່າ​ນີ້​ຈະ​ບໍ່ປະສົບ​ຜົນສຳ​ເລັດ ​ເພາະ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ໄດ້.”

ບັນດາຜູ້ເຄາະຮ້າຍທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ.
ບັນດາຜູ້ເຄາະຮ້າຍທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ.

ທ່ານ Lavrov ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຂອງ​ທ່ານຈາກ​ຊີ​ເຣຍ ແລະ​ອີຣ່ານ​ໃນ​ວັນ​ສຸກ
​ວານ​ນີ້ ພາຍຫລັງ​ທີ່​ລັດຖະມົນຕີການ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ Rex Tillerson
​ໄດ້​ຢ້ຽມຢາມ​ນະຄອນມົສກູໃນ​ຕົ້ນ​ອາທິດ​ນີ້. ລັດຖະມົນຕີ​ການຕ່າງປະ​ເທດ​ຊີ​ເຣຍ
ທ່ານ Walid Moallem ກ່າວ​ວ່າ ການ​ປະຊຸມໃນ​ວັນ​ສຸກ​ວານ​ນີ້​ໄດ້​ສົ່ງ "ຂໍ້ຄວາມ​ອັນ
ແຮງ” ຕໍ່​ວໍ​ຊິງ​ຕັນ.

ຣັດ​ເຊຍ ​ແລ​ະອີ​ຣ່ານ​ເປັນ​ພັນທະ​ມິດ​ທີ່​ແຂງແຮງ​ຂອງ ລັດຖະບານ​ທ່ານ Assad​ແລະ
​ໄດ້​ໜູນ​ຫລັງ​ປະທານາທິບໍດີ​ Assad ​ໃນ​ໄລຍະ​ຫົກ​ປີ​ ທີ່​ມີສົງຄາມ​ກາງ​ເມືອງ​ໃນຊີ​ເຣຍ​.

Russia Syria Iran
please wait
Embed

No media source currently available

0:00 0:01:54 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG