ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກັງວົນ ກ່ຽວກັບ ອັນທີ່ອາດເປັນໄດ້ ວ່າ ຣັດເຊຍ ຂາຍລູກສອນໄຟ ໃຫ້ອີຣ່ານ


US Officials: Potential Delivery of Russian Anti-Missile System to Iran ‘Unhelpful’
please wait

No media source currently available

0:00 0:02:02 0:00

ເບິ່ງວີດີໂອ ລາຍງານນີ້

ລັດຖະບານທ່ານ​ໂອ​ບາ​ມາ ສະ​ແດງ​ຄວາມ​ກັງວົນ ​ໃນ​ວັນ​ຈັນ​
ວານ​ນີ້ ກ່ຽວ​ກັບ​ອັນ​ທີ່​ເປັນ​ໄປໄດ້​ ຂອງການ​ຂາຍ​ລະບົບ​ປ້ອງ​ກັນ
ທາງ​ອາກາດ ທີ່​ທັນ​ສະ​ໄໝ ລຸ້ນ S-300 ຂອງຣັດ​ເຊຍ ​ໃຫ້​ແກ່​ອີຣ່ານ
ຫຼັງຈາກ​ທີ່​ປະທານາທິບໍດີ Vladimir Putin ​ໄດ້​ຍົກ​ເ​ລີກ​ການ​ຫ້າມ​
ສະ​ໜອງລະບົບ​ລູກ​ສອນ​ໄຟ ທີ່ຍິງຈາກພາກ​ພື້ນ​ດິນຫາອາກາດ
ທີ່​ກ້າວໜ້າ ​ໃຫ້​ແກ່​ສາ​ທາ​ລະນະ​ລັດ​ອິສລາມ.

​ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ລັດຖະບານ
​ໄດ້​ສະ​ແດງ​ການ​ຄັດຄ້ານ​ຂອງ​ຕົນ ໃຫ້ຮັບ​ຮູ້​ໄປ​ແລ້ວ ຕໍ່ອັນ​ທີ່​ເປັນ​
ໄປໄດ້​ ຂອງການ​ຂາຍ S-300 ​ຂອງຣັດ​ເຊຍ ໃຫ້​ແກ່​ອີ​ຣ່ານ ນັ້ນ
​ແລະ ວ່າ​ລັດຖະມົນຕີ​ຕ່າງປະ​ເທດ John Kerry “ໄດ້ມີ​ໂອກາດ​ ຍົກ​ເອົາ​ຄວາມ​ກັງວົນ​
ເຫຼົ່ານັ້ນ ຂຶ້ນມາອີກ​ຄັ້ງນຶ່ງ ​ໃນ​ການ​ສົນທະນາ​ກັນ​ ເມື່ອ​ບໍ່​ນານ​ມາ​ນີ້”
ກັບ ລັດຖະມົນຕີ
​ຕ່າງປະ​ເທດຣັດເຊຍ ທ່ານ Sergei Lavrov.

ທ່ານ Earnest ກ່າວ​ອີກ​ວ່າ ຣັດ​ເຊຍ​ເຂົ້າ​ໃຈດີທີ່ວ່າ ສະຫະລັດ ​ເອົາ​ຈິງ​ເອົາ​ຈັງ​ນຳ​ເລື້ອງ
​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ ຂອງບັນດາພັນທະ​ມິດ​ຂອງຕົນ ​ໃນ​ຂົງ​ເຂດ​ນັ້ນ.

​ເມື່ອ​ຕອນ​ເຊົ້າວັນ​ຈັນ​ວານ​ນີ້ ​ເວັບ​ໄຊ​ຂອງວັງ Kremlin ​ໄດລາຍງານ​ວ່າ ທ່ານ ປູ​ຕິນ ​ໄດ້​
ລົງ​ນາມ​ໃນ​ດຳລັດ​ສະບັບ​ນຶ່ງ ວ່າ​ດ້ວຍ​ການ​ຍົກ​ເລີກ ຫ້າມ​ສະໜອງ ຕໍ່​ອີຣ່ານດ້ວຍ S-300.

ມົສກູ ​ໄດ້​ລົງ​ນາມ ​ໃນສັນຍາ​ສະບັບ​ນຶ່ງ ມູນ​ຄ່າ 800 ລ້ານ​ດອນ​ລາ ຜ່ານ​ມາ​ໃນ​ປີ 2007 ​
ເພື່ອ​ສະໜອງ​ໃຫ້ Tehran ດ້ວຍ S-300 ຫ້າເຄື່ອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຣັດ​ເຊຍ ​ໄດ້​ໂຈະ​
ສັນຍາ​ດັ່ງກ່າວ​ໄວ້ ​ເປັນ​ເວລາ 3 ປີ ຕໍ່​ມາ ຫຼັງຈາກ​ທີ່​ ສະພາ​ຄວາມ​ໝັ້ນຄົງ​ ອົງການສະຫະ​
ປະຊາ​ຊາດ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທ​ດຕ່າງໆ ຕໍ່​ອີຣ່ານ.

US Russia Iran
please wait
Embed

No media source currently available

0:00 0:01:39 0:00

The Obama administration expressed concern Monday over Russia's possible sale of sophisticated S-300 air defense systems to Iran, after President Vladimir Putin lifted a ban on supplying the advanced surface-to-air missile systems to the Islamic Republic.

White House spokesman Josh Earnest said the administration had previously made known its objection to Russia's possible sale of S-300s to Iran, and that Secretary of State John Kerry "had the opportunity to raise these concerns once again in a recent conversation" with Russian Foreign Minister Sergei Lavrov.

Earnest said Russia understands the U.S. takes seriously the safety and security of its allies in the region.

Earlier Monday, the Kremlin's website reported that Mr. Putin had signed a decree lifting a ban on providing Iran with S-300s.

Moscow signed a contract worth $800 million back in 2007 to supply Tehran with five S-300 batteries. Russia, however, froze the contract three years later after the United Nations Security Council imposed sanctions on Iran.

XS
SM
MD
LG