ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ເຊີນທູດ ​ຕ່າງ​ປະ​ເທດ ໄປ​ເບິ່ງ ບ່ອນທີ່​ເຂົ​າ​ເຈົ້າ​ວ່າ ຖືກ​ປືນ​ໃຫ​ຍ່ ຢູເຄຣນ (ວີດີໂອ)


ຜູ້ນິຍົມຣັດເຊຍຄົນນຶ່ງ ນຸ່ງເສື້ອຍືດທີ່ບອກວ່າ ເປັນອະດີດ ທະຫານພິເສດ ຂອງຢູເຄຣນ.
ຜູ້ນິຍົມຣັດເຊຍຄົນນຶ່ງ ນຸ່ງເສື້ອຍືດທີ່ບອກວ່າ ເປັນອະດີດ ທະຫານພິເສດ ຂອງຢູເຄຣນ.

ຣັດ​ເຊຍ ​ໄດ້​ເຊີ​ນບັນດາ​ນັກ​ການ​ທູດ​ຈາກ 18 ປະ​ເທດ ໃຫ້ໄປ
ຢ້ຽມຢາມເມືອງ ຊາຍ​ແດນ ບ່ອນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ໄດ້ຖືກ
ລູກປືນໃຫຍ່ຢູ​ເຄຣນ​ຕົກ​ລົງໃສ່ທີ່​ເຮັດ​ໃຫ້​ນຶ່ງ​ຄົນ​ເສຍ​ຊີວິດ.

ກະຊວງປ້ອງ​ກັນ​ປະ​ເທດຣັດ​ເຊຍ ກ່າວ​ວ່າ ການໄປ​ຢ້ຽມຢາມ
​ຂອງພວກນັກ​ຊ່ຽວຊານທາງທະຫານ​ຕ່າງປະເທດ ​ແລະ​ບັນ
ດາ​ນັກ​ຂ່າວຈະ​ມີ​ຂື້ນ​ໃນ​ວັນ​ອັງ ຄານ​ມື້​ນີ້ ຢູ່ທີ່ຂົງ​ເຂດ Rostov.
ຮອງລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ ​ຮ້ອງແຜນການໄປ
ຢ້ຽມຢາມ​ນີ້ວ່າ “​ເປັນການ​ເຄື່ອນໄຫວ ດ້ວຍຄວາມປາດຖະ
ໜາດີ."

​ໃນ​ວັນ​ຈັນ​ວານ​ນີ້ ພວກ​ແບ່ງ​ແຍກ​ດິນ​ແດນ ທີ່ນິຍົມຣັດ​ເຊຍ ​ຢູ່​ໃນພາກ​ຕາ​ເວັນ​ອອກຂອງ
ຢູ​ເຄຣນ ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນການ​ຍິງ​ເຮືອບິນ​ຂົນ​ສົ່ງທະ ຫານຢູ​ເຄຣນ ຕົກ. ​
ເຂົາ​ເຈົ້າກ່າວ​ວ່າ ພະນັກງານເຮືອບິນສີ່​ຄົນ​ໄດ້​ຖືກ​ຈັບເປັນ ຊະເລີຍ.

ອົງການ​ຂ່າວ Interfax ຂອງຣັດ​ເຊຍອ້າງ​ຄຳ​ເວົ້າ​ຂອງພວກ​ແບ່ງ​ແຍກ​ດິນ​ແດນ​ ຢູ່​ເມືອງ
Luhansk ບ່ອນ​ທີ່​ພວກ​ກະບົດ​ຄວບ​ຄຸມທີ່​ກ່າວວ່າ ພະນັກງານເຮືອບິນ ຈຸດັ່ງກ່າວ ຖືກຂັງ​
ຢູ່​ເມືອງຊາຍ​ແດນ Krasnodon ​ແລະ​ການ​ສືບສວນ​ກຳລັງ​ດຳ​ເນີນ​ຢູ່.

ກະຊວງ​ປ້ອງ​ກັນ​ປະ​ເທດຢູ​ເຄຣນ ກ່າວ​ວ່າ ​ເຮືອບິນລຳນີ້ ບິນ​ສູງ​ເກີນ​ໄປ​ຢູ່​ເທິງ ​ເມືອງ Luhansk ເກີນກວ່າລູກສອນໄຟທຳມະດາຈາກ​ພາກພື້ນດິນຈະສາມາດ ຍິງຕົກໄດ້ ຈຶ່ງ
ພາໃຫ້ມີການຄາດຄະເນກັນວ່າ ພວກ​ກະບົດ​ອາດ​ຈະ​ໃຊ້​ລູກສອນ​ໄຟ ​ທີ່ມີ​ຄວາມ​ແຮງ​ຫລາຍ​
ຂື້ນ​ຈາກຣັດ​ເຊຍ ຫລື ​ເຮືອບິນລຳນີ້​ຖືກ​ຍິງ ​ດ້ວຍລູກ​ສອນໄຟຣັດ​ເຊຍ ທີ່​ຍິງ​ມາ​ຈາກ ດິນ​ແດນ​
ຂອງຣັດ​ເຊຍເອງ.​

UKRAINE SOTVO
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG