ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ຢາກໄດ້ ການລົງທຶນ ແລະເຊື່ອມໂຍງ ດ້ານການຄ້າ ກັບທາງສາຍໄໝຈີນ


ພວກຄົນງານ ພວມຕິດຕັ້ງສາຍໄຟ ໃສ່ໂຄງຂົວຄຳ ຂອງທາງສາຍໄໝ ຢູ່ນອກສູນປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ.
ພວກຄົນງານ ພວມຕິດຕັ້ງສາຍໄຟ ໃສ່ໂຄງຂົວຄຳ ຂອງທາງສາຍໄໝ ຢູ່ນອກສູນປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກຳລັງ​ເດີນທາງ​ມຸ່ງ​ໜ້າ​ໄປ​ປະ​ເທດ​ຈີນ ​
ໃນ​ວັນ​ອາທິດ​ມື້ອື່ນ​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ນຶ່ງ​ສາຍພານ ນຶ່ງ​ຖະໜົນ ທີ່
​ເອີ້ນຫຍໍ້​ວ່າ OBOR ກັບ​ພວກ​ຜູ້ນຳ​ຂອງ​ປະ​ເທດ​ອື່ນໆ​ອີກ 27 ປະ​ເທດ​ທີ່​ນະຄອນຫຼວງ
ປັກ​ກິ່ງ.

​ໂຄງການ​ຂະໜາດ​ໃຫຍ່ ​ທີ່​ນຳພາ​ໂດຍ​ຈີນ​ດັ່ງກ່າວ​ນີ້ ​ແມ່ນ​ແນ​ໃສ່ ​ເພື່ອ​ຟື້ນຟູ​ເສັ້ນທາງ
​ສາຍ​ໄໝ​ໃນ​ສະ​ໄໝ​ໂບຮານແລະ​ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ ​ໂດຍ​ຈະຂະຫຍາຍ​ການ​
ລົງທຶນ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ເຊື່ອມ​ໂຍງ​ທະວີບ​ເອ​ເຊຍ ອາຟຣິກາ​ແລະ​ຢູ​ໂຣບ.

ປ້າຍຄຳຂວັນ ກ່ຽວກັບກອງປະຊຸມ OBOR
ປ້າຍຄຳຂວັນ ກ່ຽວກັບກອງປະຊຸມ OBOR

ໃນ​ຂະນະ​ທີ່​ຈີນ​ ວາງ​ແຜນ​ຈະ​ລົງທຶນ ​ຫຼາຍສິບພັນ​ລ້ານ​ໂດ​ລາ​ເພື່ອໃຫ້​ທຶນ​ສະໜັບ​ສະ​
ໜຸນໂຄງການ​ທີ່​ສຳຄັນ​ຕ່າງໆ​ ແຕ່​ກໍ​ບໍ່​ໄດ້​ມີ​ການ​ໃຫ້​ລາຍ​ລະອຽດ​ ທີ່​ຈະ​ແຈ້ງ​ໃດໆ ກ່ຽວ​
ກັບ​ວ່າ​ໂຄງການ​ນີ້ຈະ​ດຳ​ເນີນແບບ​ໃດ.

ການ​ຂາດ​ລາຍ​ລະອຽດ ​ທີ່​ສະ​ເພາະ​ເຈາະ​ຈົງ ​ແລະ ​ໂອກາດ ໃນໄລຍະ​ຍາວ​ຂອງ​ໂຄງ
ການພາ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ​ສະຫຼຸບ​ວ່າ ເສັ້ນທາງ​ສາຍໄໝ​ອັນ​ໃໝ່ຂອງ
​ຈີນ ມາ​ຮອດ​ປັດຈຸບັນ​ນີ້ແມ່ນ​ກ່ຽວ​ກັບ​ເລື່ອງ​ການ​ເມືອງແລະ​ເປັນ​ພຽງ​ສັນຍາລັກ. ​ແຕ່​
ພວກ​ນັກວິ​ເຄາະ​ທີ່​ມົສກູ​ກ່າ​ວວ່າ ຣັດ​ເຊຍ​ເຂົ້າຮ່ວມ ກໍ​ແມ່ນ​ຍ້ອນ​ເລື່ອງເງິນ.

ທ່ານ Petr Topychkanov ຈາກ​ສູນ​ກາງ​ຄາ​ເນກີ້​ໃນ​ນະຄອນຫຼວງມົສກູ່າວວ່າ “ກ່ອນ
​ອື່ນ​ໝົດ ຣັດ​ເຊຍ​ເສດຖະກິດ ຕ້ອງການໆ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ​ກໍ​ຫວັງ​ວ່າ ຈະ​
ໄດ້​ຮັບ​ທຶນ​ຈຳນວນ​ນຶ່ງ​ຈາກ​ໂຄງການ OBOR. ສອງ​ມາ ຣັດ​ເຊຍ ຕ້ອງການ​ຢາກ​ຈະ​ນຳ​
ເອົາ​ແຮງ​ຂັບ​ດັນ​ໃໝ່ ມາສູ່​ສະຫະພັນ​ເສດຖະກິດ​ຢູ​ໂຣບ​ເອເຊຍທີ່​ພວມ​ຈະ​ສິ້ນຊີບ​ຢູ່​ນັ້ນ
ເພື່ອ​ມາ​ເຊື່ອມ​ໂຍງ​ ໃສ່​ກັບ​ໂຄງການ OBOR. ສາມ ຣັດ​ເຊຍ​ຕ້ອງ​ການ​ຢາກ​ຈະ​ຊົດ​ເຊີຍ​
ການ​ຫາຍ​ສາບ​ສູນ​ໄປ​ກ່ຽວ​ກັບ​ເລື່ອງ​ເສດຖະ ກິດ​ຂອງ​ອົງການໆ​ຮ່ວມ​ມື​ຊຽງ​ໄຮ້​ຫຼື SCO
ດ້ວຍ​ໂຄງການ OBOR. ສີ່ຣັດ​ເຊຍຕ້ອງການຢາກ​ໃຫ້​ບັນດາ​ປະ​ເທດ​ໃນ​ຢູ​ໂຣບມີ​ຄວາມ
​ບໍ່​ສະບາຍ​ໃຈ​ຫຼາຍຂຶ້ນ ກ່ຽວກັບ​ໂອກາດ​ ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ
ຣັດ​ເຊຍ​ກັບ​ຈີນ.”

ໃນ​ໄລຍະ​ສອງ​ສາມ​ປີຜ່ານ​ມານີ້ ຈີນ​ໄດ້​ລົງທຶນ​ຫຼາຍກວ່າ 300 ພັນ​ລ້ານ​ໂດ​ລາ​ຢູ່​ໃນ​ໂຄງ
ການ​ນຶ່ງ​ສາຍພານ​ນຶ່ງ​ຖະໜົນ ​ໃນ​ຫຼາຍໆ​ປະ​ເທດ ​ແລະ​ເຈົ້າ​ໜ້າ​ທີ່ຈີນ​ກ່າວວ່າ ຈະ​ມີ​ການ
​ເຊັນ​ສັນ​ຍາ​ຕ່າງໆ​ຫຼາຍກວ່າ 50 ສະບັບທີ່​ນະຄອນຫຼວງປັກ​ກິ່ງ​ໃນອາທິດ​ໜ້ານີ້.

ພວກ​ຜູ້ນຳ​ທີ່​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ແມ່ນ​ຮວມທັງ​ສອງ​ປະ​ເທດ​ສະມາຊິກ​ກໍ່ຕັ້ງສະ
ຫະພັນ​ເສ​ດຖະກິດ​ຢູ​ໂຣບ​ເອ​ເຊຍພາຍ​ໃຕ້​ການ​ນຳພາ​ຂອງຣັດ​ເຊຍທີ່ພວມ​ປະສົບ​ບັນຫາ​
ໃນ​ເວລາ​ນີ້ ​ໄດ້​ແກ່​ເບຣາຣຸສ ​ແລະ​ກາ​ຊັກ​ສະຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG