ບັນດາເຈົ້າໜ້າທີ່ ຣັດເຊຍ ພາກັນເລີ້ມສອບສວນ ຄວາມຜິດ
ຕ້ານ ນັກເຄື່ອນໄຫວທີ່ມີຊື່ສຽງ ທ່ານ Alexei Navalny ໃນ
ຖານສົງໄສ ຕົ້ວຕົ້ມ ແລະຟອກເງິນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ທ່ານ Navalny ກໍາລັງຖືກສອບສວນ ໃນຂໍ້ຫາລັກເງິນ ຈໍານວນ 1 ລ້ານ 8 ແສນໂດລາ ຈາກບໍລິສັດນຶ່ງຂອງທ່ານ.
ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ເປີດຄະດີນຶ່ງ ຂໍ້ຫາດ້ານການເງິນຕໍ່ ທ່ານ Navalny ແລ້ວ. ພວກສືບສວນ ກ່າວໃນຕົ້ນປີນີ້ວ່າ ເຂົາເຈົ້າສົງໄສ ທ່ານ Navalny ວ່າມີສ່ວນໃນການລັກສົມບັດຈາກ ບໍລິສັດຕັດໄມ້ຂອງລັດຖະບານ ຮວມມູນຄ່າ ປະມານ 5 ແສນ ໂດລາ ໃນຂະນະທີ່ທ່ານເປັນ ທີ່ປືກສາໃຫ້ແກ່ ຜູ້ປົກຄອງລັດທ້ອງຖິ່ນ ໃນປີ 2009.
ທ່ານ Navalny ບໍ່ຍອມຮັບຕໍ່ການກ່າວຫາດັ່ງກ່າວ ທີ່ຜູ້ກະທໍາຜິດມີສິດ ຖືກລົງໂທດຕິດຄຸກ ເຖິງ 10 ປີນັ້ນ.