ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳ​ຫຼວດ​ສາ​ກົນ ເລືອກ​ເອົາ ທ່ານກ​ິ​ມ ຈົງ ຢັງ ຊາວເກົາ​ຫຼີ​ໃຕ້ ເປັນ​ປະ​ທານຄົນ​ໃໝ່


​ຮູບ​ພ​າບ ທ່ານກ​ິ​ມ ຈົງ ​ຢັງ ​ເມື່ອວັນ​ທີ 23 ມັງ​ກອນ 2018 ເວ​ລາ​ນັ້ນ​ເປັນ​ຮອງ​ປະ​ທານ​ອະ​ວຸ​ໂສ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ ອົງ​ການຕຳ​ຫຼວດ​ສາ​ກົນ.
​ຮູບ​ພ​າບ ທ່ານກ​ິ​ມ ຈົງ ​ຢັງ ​ເມື່ອວັນ​ທີ 23 ມັງ​ກອນ 2018 ເວ​ລາ​ນັ້ນ​ເປັນ​ຮອງ​ປະ​ທານ​ອະ​ວຸ​ໂສ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ ອົງ​ການຕຳ​ຫຼວດ​ສາ​ກົນ.

ກອງ​ປະ​ຊຸມໃຫຍ່​ຂອງ​ອົງ​ການ​ຕຳ​ຫຼ​ວດ​ສາ​ກົນ ໃນ​ວັນ​ພຸດ​ມື້​ນີ້ ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​
ເອົາ ທ່ານ​ກິ​ມ ຈົງ ​ຢັງ ຊາວ​ເກົາ​ຫຼີ​ໃຕ້ ເປັນ​ປະ​ທານ​ຄົນ​ໃໝ່.

ທ່ານ​ກິມ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ຊົ່ວ​ຄາວ​ຂອງ​ອົງ​ການ​ດັ່ງ​ກ່າວ ແລະ​ຈະ​ຮັບໜ້າທີ່ກຳ​
ແໜ່ງ​ເປັນ​ເວ​ລາ 2 ປີ ອີງ​ຕາມ​ຄຳ​ປະ​ກາດ​ຂອງ​ອົງ​ການຕຳ​ຫຼວດສາ​ກົນ.

ທ່ານຈະ​ຮັບ​ໜ້າ​ທີ່ແທນ ທ່ານ​ເມັງ ຮົງ​ເວ ຊາວ​ຈີນຜູ້​ທີ່​ໄດ້​ຫາຍ​ສາບ​ສູນ​ໃນ​ຂະ​ນະ​ທີ່​ເດີນ
​ທາງ​ໄປ​ຢ້ຽ​ມ​ຢາມ​ບ້ານ​ເກີດ​ເມືອງນອນ​ຂອງ​ທ່ານໃນ​ທ້າຍ​ເດືອນ​ກັນ​ຍາ​ຜ່ານ​ມາ ແລະ​
ຕໍ່​ມາ​ມີ​ຂ່າວວ່າ ທ່ານ​ໄດ້​ຖືກ​ກັກ​ຂັງ​ໃນ​ຂໍ້​ກ່າວ​ຫາ​ຮັບ​ສິນ​ບົນ.

ກ່ອນ​ໜ້າ​ການ​ລົງ​ຄະ​ແນນ​ສຽງ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ
​ພຽວ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ຂັນ​ຕໍ່​ທ່ານ​ກິ​ມ ​ເພື່ອໃຫ້​ຊະ​ນະ.

ທ່ານ​ພອມ​ພຽວ​ກ່າວ​ວ່າ “ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທັງ​ໝົດ ແລ​ະ​ອົງ​ການ​ຈັດ​ຕັ້ງ​
ຕ່າງໆ ທີ່​ເປັນ​ພາກ​ສ່ວນ​ ຂອງ​ຕຳ​ຫຼວ​ດ​ສາ​ກົນ ແລະ​ນັບ​ຖືການ​ປົກ​ຄອງ ດ້ວຍ​ຕົວ​ບົດ​
ກົດ​ໝາຍ ຈົ່ງ​ເລືອກ​ເອົາ​ຜູ້​ນຳ​ທີ່​ມີຄວາມ​ເຊື່ອ​ຖື ແລະ​ກຽດ​ສັກ​ສີ ທີ່​ສະ​ທ້ອນ​ໃຫ້​ເຖິງ​ນຶ່ງ
ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງປະ​ຕິ​ບັດ​ກົດ​ໝາຍທີ່​ສຳ​ຄັນ​ສຸດ​ຂອງ​ໂລກ.”

ຜົນ​ການ​ເລືອກ​ຕັ້ງ​ໃນວັນ​ພຸດມື້​ນີ້ແມ່ນ​ເປັນ​ທີ່​ແປກ​ໃຈ​ບໍ່​ນ້ອຍ ຫຼັງ​ຈາ​ກ​ຫຼາຍ​ຄົນ​ໄດ້​ພິ​ຈາ​
ລະ​ນາ​ວ່າ ທ່ານອາ​ເລັກ​ຊານ​ເດີ​ ໂປ​ຣກອ​ປ​ຈັກຮອງ​ປະ​ທານ​ຕຳຫຼວດສາກົນ ທີ່​ເປັນ
ຊາວ​ຣັດ​ເຊຍ ​ແມ່ນຜູ້​ແຂ່ງ​ຂັນທີ່​ມີ​ຄະ​ແນນ​ນຳ​ໜ້າ.

ບັນ​ດາຜູ້​ຕິ​ຕຽນ​ວັງ​ເຄ​ຣມ​ລິນກ່າວ​ວ່າ ​ການມອບ​ໜ້າ​ທີ່​ໃຫ້ແກ່ທ່ານ​ໂປ​ຣກອ​ປ​ຈັກ ເປັນ​
ຜູ້​ຄວບ​ຄຸມ​ຕຳ​ຫຼວດ​ສາ​ກົນ ຈະເ​ຮັດ​ໃຫ້​ອົງ​ການ​ດັ່ງ​ກ່າວ ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ທາງ​
ການເມືອງ​. ສະ​ມາ​ຊິກ​ສະ​ພາ​ສູງສະ​ຫະ​ລັດ​ກຸ່ມ​ນຶ່ງ ທີ່​ປະ​ກອບ​ດ້ວຍ 4 ທ່ານ ​ໄດ້​ກ່າວ​

ທ່ານ​ໄມ​ຄ໌ ພ​ອມ​ພຽວ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ທ່ານ​ໄມ​ຄ໌ ພ​ອມ​ພຽວ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ກະ​ຊວງ​ຕ່າງ​ປະ​ເທດ ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ຫາ​ທ່ານໂປ​ຣກອ​ປ​ຈັກ​ວ່າ “​ມີ​ສ່ວນ​ພົວ​ພັນ” ໃນ​ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ ການ​ລະ​ເມີດ
ຂອງ​ຣັດ​ເຊຍ​ທີ່​ມີຢູ່​ເປັນ​ປະ​ຈຳ ທີ່​ຈະ​ສວຍ​ໃຊ້​ອົງ​ການຕຳ​ຫຼວດ​ສາ​ກົນເພື່ອ​ຈຸດ​ປະ​ສົງ
​ການ​ແກ້​ແຄ້ນ ແລະ​ຮາ​ວີ​ບັນ​ດານັກ​ການ​ເມືອງຝ່າຍ​ຄ້ານ​ ຜູ້​ທີ່​ບໍ່​ເຫັນ​ພ້ອມ ແລະຕໍ່​ບັນ​
ດາ​ນັກ​ຂ່າວ.

ວັງ​ເຄັມ​ລິນ ກ່າວ​ວ່າ ​ການ​ຄັດ​ຄ້ານ​ຕໍ່​ຜູ້ສະ​ໝັກ​ຊາວ​ຣັດ​ເຊຍແມ່ນ​ເທົ່າ​ກັບ​ເປັນ​ການ
ແຊກ​ແຊງ​ຕໍ່​ການ​ເລືອກ​ຕັ້ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG