ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສິດທິ ກ່າວວ່າ ມີການຝ່າຝືນ ສິດທິມະນຸດ ໃນຢູເຄຣນ


ພວກກະບົດ ແບ່ງແຍກດິນແດນ ນິຍົມຣັດເຊຍ ຍິງປືນໃຫຍ່ ໄປໃສ່ເມືອງ Donetsk ທີ່ພາກຕາເວັນອອກຂອງ ຢູເຄຣນ
ພວກກະບົດ ແບ່ງແຍກດິນແດນ ນິຍົມຣັດເຊຍ ຍິງປືນໃຫຍ່ ໄປໃສ່ເມືອງ Donetsk ທີ່ພາກຕາເວັນອອກຂອງ ຢູເຄຣນ

ສອງ​ອົງການຈັດ​ຕັ້ງສາກົນສຳຄັນ ທີ່​ສິ້ງຊອມ​ສິດທິ​ມະນຸດ ​
ກ່າວ​ຫາ​ວ່າ ມີການ​ຝ່າ​ຝືນສິດທິ​ມະນຸດ ​ແລະ​ກໍ່ອາຊາ​ຍະ​ກຳ
​ສົງ​ຄາມ ​ຢູ່ໃນພາກ​ຕາ​ເວັນ​ອອກຂອງ​ ຢູ​ເຄຣນ​ໃນ​ປີ​ນີ້ ບ່ອນ
​ທີ່​ການ​ປະ​ທະ​ກັນລະຫວ່າງ ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​
ນິຍົມຣັດ​ເຊຍ ​ແລະ​ກຳລັງ​ສະໜັບສະໜູນລັດຖະບານ​ໃນ​ນະ
ຄອນຫລວງ Kyiv ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ຢ່າງ​ໜ້ອຍ
3,500 ຄົນ ນັບ​ແຕ່​ເດືອນ​ເມສາເປັນ​ຕົ້ນ​ມາ.

​ໃນ​ວັນ​ຈັນວານ​ນີ້ ອົງການ​ນິລະ​ໂທດ​ກຳສາກົນ ​ລາຍ​ງານ​ວ່າ
ຕົນ​ມີ​ຫລັກ​ຖານ “ໜັກ​ແໜ້ນ” ​ທີ່ສ​ະ​ແດງ​ໃຫ້​ເຫັນ​ວ່າ ​ທັງ​ສອງ
ຝ່າຍ​ໄດ້​ທຳ​ການ​ສັງຫານ​ຜູ້​ຄົນ ນອກ​ລະບົບ​ກົດໝາຍ.

ຢູ່​ໃນ​ກໍລະນີ​ນຶ່ງ ບັນດາ​ນັກ​ສືບສວນ​ໄດ້​ພົບ​ເຫັນ ​ເກົ້າສົບ ​ຢູ່​ໃນ​ຂູ​ມຝັງ​ໝູ່​. ຫ້າ​ຄົນ​ທີ່​ເສຍ​
ຊີວິດ​ນັ້ນ​ປາກົດ​ວ່າ ​ເປັນ​ພວກ​ສະໜັບສະໜູນ​ແບ່ງ​ແຍກ​ດິນ​ແດນ​ນິຍົມ ຣັດ​ເຊຍ ທີ່ເສຍ
ຊີວິດ​ໃນ​ເວລາ​ສູ້​ລົບ ​ໃນ​ຂະນະທີ່​ອີກສີ່​ຄົນ​ ​ໄດ້​ຖືກ​ “ສັງຫານ​ໂດຍພະລະການ ​ໂດຍກອງ
ກຳລັງຂອງ​ລັດຖະບານ Kyiv.”

ອົງການ​ສິ້​ງຊອມ​ສິດທິ​ມະນຸດ HRW ກໍ​ໄດ້ກ່າວ​ເຊັ່ນ​ກັນ ໃນ​ວັນ​ຈັນ​ວານ​ນີ້​ວ່າ ຫລັງ​ຈາກ
​ນຶ່ງ​ອາທິດ​ຂອງ​ການ​ສືບ​ສວນ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ຕົນ​ໄດ້​ເກັບ​ກຳ​ແລະ​
ບັນທຶກຂໍ້​ມູນ ກ່ຽວ​ກັບ “ການ​ໃຊ້ລະ​ເບີດ​ລູກ​ວ່າ​ນ​ຢ່າງ​ແຜ່​ຫລາຍ” ໃນ​ການ​ປະ​ທະ​ກັນ
ລະຫວ່າງ ພວກ​ແບ່ງ​ແຍກ​ດີ​ນ​ແດນ​ນິຍົມຣັດ​ເຊຍ ​ແລະ​ກຳລັງ​ລັດຖະບານ.

ອົງການ HRW ກ່າວ​ວ່າ ຕົນບໍ່​ສາມາດ​ພິສູດ​ໄດ້​ວ່າ ຝ່າຍ​ໃດ​ກັນ​ແທ້​ທີ່​ໃຊ້ອາວຸດ​ດັ່ງກ່າວ
​ແຕ່​ວ່າຫລັກ​ຖານ “​ຊີ້​ໄປໃສ່​ກຳລັງ​ລັດຖະບານ​ຢູ​ເຄຣນ​ ວ່າ​ເປັນ​ຜູ້​ຮັບ ຜິດຊອບ” ຕໍ່ການ​
ໃຊ້​ລະ​ເບີດ​ລູກ​ວ່າ​ນ ​ທຳ​ການ​ໂຈມ​ຕີຫລາຍໆ​ບັ້ນ ຕໍ່​ທີ່​ໝັ້ນ​ຂອງ ພວກ​ກະບົດ​ແບ່ງ​ແຍກ​
ດິນ​ແດນ​ນິຍົມ​ຣັດ​ເຊຍ ທີ່​ເມືອງ Donetsk.

XS
SM
MD
LG