ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດ​ເຊຍ ສັງ​ຫານ 15 ຄົນ ​ໃນ​ການ​ໂຈມ​ຕີ​ຕຶກ​ອາ​ພາດ​ເມັ້ນ​ ໃນ ຢູ​ເຄ​ຣນ


ນັກ​ກູ້​ໄພ​ກອບ​ກູ້​ສົບ​ຜູ້​ເສຍ​ຊີ​ວິດ​ຈາກ​ຕຶກ​ທີ່​ພັກ​ອາ​ໄສ​ທີ່​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໃນ​ເມືອງ ຈາ​ຊິບ ຢາ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ,10 ກໍ​ລະ​ກົດ, 2022.
ນັກ​ກູ້​ໄພ​ກອບ​ກູ້​ສົບ​ຜູ້​ເສຍ​ຊີ​ວິດ​ຈາກ​ຕຶກ​ທີ່​ພັກ​ອາ​ໄສ​ທີ່​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໃນ​ເມືອງ ຈາ​ຊິບ ຢາ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ,10 ກໍ​ລະ​ກົດ, 2022.

ຢ່າງ​ໜ້ອຍ 15 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ​ ໃສ່​ຕຶກ​ອາ​ພາດ​ເມັ້ນ 5 ຊັ້ນ​ໃນ​ເມືອງ ຈ​າ​ຊິບ ຢາ (Chasiv) ຂອງ ຢູ​ເຄ​ຣນ ແລະ ບາງ​ເທື່ອ​ອີກ 20 ຄົນ​ ອາດ​ຕິດ​ຄ້າງ​ຢູ່​ໃນ​ຊາກ​ຫັກ​ພັງ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໃນ​ວັນ​ອາ​ທິດ​ວານນີ້.

ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ ແມ່ນ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ໄດ້​ເຮັດ​ໃຫ້​ມີ​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຈຳ​ນວນຫຼາຍ, ແນວ​ໃດ​ກໍ່​ຕາມ ຣັດ​ເຊຍ ໄດ້​ໂຕ້​ແຍ້ງວ່າ​ພວກ​ເຂົາ​ມີ​ແຕ່​ແນ​ເປົ້າ​ໃສ່​ການ​ປະ​ຕິ​ບັດ​ການ​ທະ​ຫານ​ຂອງ ຢູ​ເຄ​ຣນ. ການ​ໂຈມ​ຕີ​ເມືອງ ຈາ​ຊິບ ຢາ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ເສຍ​ຊີ​ວິດ​ຂອງ​ຢ່າງ​ໜ້ອຍ 19 ຄົນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າໃນ​ເມືອງ ເຄ​ຣ​ເມັນ​ຊຸກ ເມື່ອ​ທ້າຍ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ ແລະ 21 ຄົນ​ຢູ່​ຕຶກ​ອາ​ພາດ​ເມັ້ນ ແລະ ສະ​ຖານ​ທີ່​ພັກ​ຜ່ອນ​ໃນ​ພາກ​ພື້ນ ໂອ​ເດ​ຊາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໃນ​ເດືອນນີ້.

ເມືອງ ຈາ​ຊິບ ຢາ ແມ່ນ​ຕັ້ງ​ຢູ່​ປະ​ມານ 20 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອ​ສຽງ​ໃຕ້​ຂອງ​ເມືອງ ຄ​ຣາ​ມາ​ຕອ​ສ, ເປັນ​ເມືອງ​ທີ່​ຄາດ​ວ່າ​ ຈະ​ເປັນ​ເປົ້າ​ໝາຍຫຼັກ​ໃນ​ການ​ໂຈມ​ຕີ​ຂອງກອງ​ກຳ​ລັງ ຣັດ​ເຊຍ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ໄດ້​ທຳ​ກາ​ນ​ຜັກ​ດັນ​ອອກ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ເຂົ້າ​ສູ່​ແຂວງ ໂດ​ເນັດ​ສ໌ ຫຼັງ​ຈາກ​ໄດ້​ອ້າງ​ເອົາ​ໄຊ​ຊະ​ນະ​ເມື່ອ​ນຶ່ງ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ແຂວງ​ລູ​ຮານ​ສ໌ ທີ່​ຢູ່​ໃກ້​ຄຽງ.

ທ່ານ ປາ​ວ​ໂລ ຄີ​ຣີ​ເລັນ​ໂກ (Pavlo Kyrylenko) ຜູ້​ປົກ​ຄອງ​ພາກ​ພື້ນ ໂດ​ເນັດ​ສ໌ ທີ່​ລວມ​ມີ​ເມືອງ ຈາ​ຊິບ ຢາ ນັ້ນ, ໄດ້​ກ່າວ​ວ່າ​ເມືອງ​ທີ່​ມີ​ປະ​ຊາ​ຊົນ 12,000 ຄົນ​ດັ່ງ​ກ່າວ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ຈະຫຼວດ ອູ​ຣາ​ການ, ເຊິ່ງ​ຖືກ​ຍິງ​ຈາກ​ລະ​ບົບ​ເທິງ​ລົດ​ບັນ​ທຸກ. ໜ່ວຍ​ບໍ​ລິ​ການ​ສຸກ​ເສີນ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ບັນ​ດາ​ນັກ​ກູ້​ໄພ​ໄດ້​ທຳ​ການ​ຕິດ​ຕໍ່​ດ້ວຍ​ສຽງ​ກັບ​ຢ່າງ​ໜ້ອຍ 3 ຄົນ​ທີ່​ຕິດ​ຄ້າງ​ຢູ່​ໃນ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ພາດ​ເມັ້ນ.

ຢູ​ເຄ​ຣນ ຍັງ​ໄດ້​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ແລະ ຈະຫຼວດ​ຢ່າງ​ໜັກ​ຂອງ ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ ແລະ ໃຕ້​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ. ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຄັ້ງ​ນຶ່ງ​ໃນ​ເມືອງ ຄາ​ກີບ ທາງ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ ໄດ້​ເຮັດ​ໃຫ້​ພົນ​ລະ​ເຮືອນ​ບາດ​ເຈັບ 3 ຄົນ, ອີງ​ຕາມ​ການ​ກ່າວ​ຂອງ​ຜູ້ປົກ​ຄອງ​ພາກ​ພື້ນ​ຂອງ​ເຂົາ​ເຈົ້າ, ແນວ​ໃດ​ກໍ່​ຕາມ​ການ​ໂຈມ​ຕີ​ທີ່​ສຳ​ຄັນ​ຂອງ ຣັດ​ເຊຍ ປາ​ກົດ​ວ່າ​ໄດ້​ເພັ່ງ​ເລັງ​ໃສ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ພາກ​ພື້ນ​ອຸດ​ສາ​ຫະ​ກຳ ດອນ​ບາ​ສ ຢູ່​ພາກ​ຕາ​ເວັນ​ອອກ, ພາກ​ພື້ນ​ດັ່ງ​ກ່າວ​ປະ​ກອບ​ມີ​ເມືອງ ລູ​ຮານ​ສ໌ ແລະ ໂດ​ເນັດ​ສ໌.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ລາຍ​ງານການ​ໂຈ​ຕີ​ທັງ​ໃນ​ເມືອງ ລູ​ຮານ​ສ໌ ແລະ ໂດ​ເນັດ​ສ໌, ໃນ​ຂະ​ນະ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ໄດ້​ກ່າວ​ວ່າ ມົ​ສ​ກູ ໄດ້​ດຶງ​ເອົາ​ກອງ​ກຳ​ລັງ​ສຳ​ຮອງ​ຈາກ ຣັດ​ເຊຍ ແລະ ນຳ​ເອົາ​ເຂົາ​ເຈົ້າ​ໄປ​ຢູ່​ໃກ້ ຢູ​ເຄ​ຣນ.

ການ​ຢຸດ​ປະ​ຕິ​ບັດ​ການທີ່​ຖືກ​ປະ​ກາດຫຼາຍ​ວັນ​ທີ່​ຜ່ານ​ມາ​ໂດຍ ຣັດ​ເຊຍ ແມ່ນບໍ່​ໄດ້​ເປັ​ນ​ຈິງ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໃນ​ພາກ​ພື້ນ ດອນ​ບາ​ສ.

ທ່ານ ຄີ​ຣີ​ເລັນ​ໂກ ໄດ້​ກ່າວ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ​ສົ່ງ​ຂໍ້​ຄວາມ ເທ​ເລ​ແກ​ຣມ ວ່າລູກ​ສອນ​ໄຟ​ ຣັດ​ເຊຍ ໄດ້​ຕົກ​ໃສ່​ເມືອງ ດ​ຣູ​ສ​ກິບ​ກາ, ເຊິ່ງ​ແມ່ນ​ເມືອງ​ທີ່​ຢູ່​ເບື້ອງຫຼັງ​ແນວ​ໜ້າ, ແລະ ໄດ້​ລາຍ​ງານ​ການ​ລະ​ດົມ​ຍິງ​ໃນ​ສູນ​ກາງ​ທີ່​ມີ​ປະ​ຊາ​ກອນ​ອາ​ໄສ​ຢູ່​ອື່ນ​ໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG