ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຫາທາງຮັດແໜ້ນ ສາຍພົວພັນ ດ້ານປ້ອງກັນຊາດ ແລະການຄ້າ ກັບອິນເດຍ

ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຈັບມືກັບທ່ານ Mohmohan Singh ນາຍົກລັດຖະມົນຕີອິນເດຍ ກ່ອນເລີ້ມຕົ້ນ ພົບປະກັນ ທີ່ເຮືອນພັກຂອງນາຍົກລັດຖະມົນຕີ ອິນເດຍ ຢູ່ນະຄອນຫລວງນີວແດນລີ ໃນວັນທີ 24 ທັນວາ 2012 REUTERS/Mustafa Quraishi/Pool (INDIA - Tags: POLITICS)

ປະທານາທິບໍດີຣັດເຊຍ ແລະນາຍົກລັດຖະມົນຕີອິນເດຍ ໄດ້
ພົບປະກັນໃນວັນ ຈັນມື້ນີ້ ຢູ່ນະຄອນນີວແດນລີ.

ເປັນທີ່ຄາດກັນວ່າ ການພົບປະກັນລະຫວ່າງທ່ານ Vladimir
Putin ແລະທ່ານ Mohmohan Singh ຈະຊ່ວຍຮັດແໜ້ນ ສາຍພົວພັນດ້ານການປ້ອງກັນປະເທດ ແລະສົ່ງເສີມການຄ້າ
ຂອງຣັດເຊຍກັບອິນເດຍ.

ຄັ້ງນຶ່ງ ຣັດເຊຍເກືອບວ່າ ເປັນຜູ້ຜູກຂາດທັງໝົດຕະຫລາດອາວຸດຂອງອິນເດຍ ແຕ່ວ່າ ເມື່ອໄວໆມານີ້ ມົສກູໄດ້ເສຍສັນຍາຫລາຍຕື້ໂດລາຫລາຍສະບັບ ໃຫ້ແກ່ພວກຜະລິດ ອາວຸດຈາກບັນດາປະເທດຕາເວັນຕົກ.

ສະຖານທີ່ປະຊຸມໄດ້ຖືກຍ້າຍ ຍ້ອນຄວາມເປັນຫ່ວງດ້ານການຮັກສາຄວາມປອດ ໄພ. ກອງປະຊຸມໄດ້ມີກໍານົດໃຫ້ມີຂຶ້ນ ທີ່ເຮືອນພັກ Hyderabad ຊຶ່ງປົກກະຕິ ແລ້ວ ແມ່ນເປັນ ທໍານຽບສໍາລັບການພົບປະດ້ານການທູດ. ແຕ່ວ່າໄດ້ຖືກຍ້າຍໄປຈັດຢູ່ໃນເຮືອນພັກຂອງ ນາຍົກລັດຖະມົນຕີ ຍ້ອນພວກປະທ້ວງຫລາຍພັນຄົນ ໄດ້ພາກັນເດີນຂະບວນຢູ່ໃນເຂດ ຄຸ້ມ Hyderabad ເພື່ອທວງໃຫ້ມີການເລັ່ງ ດ່ວນການລົງໂທດຕໍ່ພວກແກ້ງຜູ້ຊາຍ ທີ່ທໍາ ການຂົ່ມຂືນຊໍາເລົານັກສຶກສາຍິງ ອາຍຸ 23 ປີ ໃນອາທິດແລ້ວນີ້.
XS
SM
MD
LG