ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ການສ້າງ ເສັ້ນທາງ ມະນຸດສະທຳ ຂອງ ຣັດເຊຍ ໃນຊີເຣຍ ເປັນເລື່ອງຕະລົກ


ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ​ນາງ​ແຮ​ເຕີ
ນາວ​ເອີ​ດທ໌ ກຳລັງກ່າວ ໃນລະຫວ່າງການຖະແຫລງຂ່າວ ປະຈຳວັນ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ​ນາງ​ແຮ​ເຕີ ນາວ​ເອີ​ດທ໌ ກຳລັງກ່າວ ໃນລະຫວ່າງການຖະແຫລງຂ່າວ ປະຈຳວັນ.

ໂຄ​ສົກກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ແນວ​ຄິດ​ຂອງຣັດ​ເຊຍ​ຕໍ່​ການສ້າງເສັ້ນ
ທາງມະນຸດສະທຳ ເພື່ອຈະ​ຍົກ​ຍ້າຍ​ພົນລະ​ເຮືອນ ​ອອກ​ຈາກ​ເຂດ​ທີ່ຖືກປິດລ້ອມ ໃນບໍລິ
ເວນຊານ​ເມືອງ ນະຄອນຫຼວງດາ​ມັສກັສນັ້ນ ​ເປັ​ນ​ເລື່ອງ “ທີ່ໜ້າ​ຢາກຫົວ​.”

ທ່ານ​ນາງ​ແຮ​ເຕີ ນາວ​ເອີ​ດທ໌ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ສິ່ງ​ທີ່​ຕ້ອງການ ຢາກໃຫ້​ເກີດ​
ຂຶ້ນ​ກໍແມ່ນການ​ຢຸດ​ຍິງໃນ​ທົ່ວ​ປະ​ເທດ ທີ່​ໄດ້​ລົງມະຕິດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ຢູ່​
ສະຫະ​ປະຊາ​ຊາດວັນ​ເສົາ​ແລ້ວ​. ສິບ​ຫ້າ​ປະ​ເທດ​ໃຫ້ການ​ສະໜັບ ສະໜູນ ຂໍ​ໃຫ້​ຂ້າພະ​
ເຈົ້າໄດ້​ເຕືອນຄວາມຊົງຈຳຂອງ​ທ່ານ​. ເຊັ່ນດຽວກັນກັບຣັດ​ເຊຍ​.”

ທ່ານ​ນາງ​ນາວ​ເອີ​ດທ໌ ກ່າວ​ວ່າ ການ​ຢຸດ​ຍິງ 30 ມື້​ໃນເຂດ​ກູຕາຕາເວັນອອກ ທີ່​ໄດ້​ຮັບ​ການອະນຸມັດ ​ໂດຍ​ສະພາ​ຄວາມ​ໝັ້ນຄົງນັ້ນ “​ເປັນ​ທີ່​ແຈ້ງບໍ່​ໄດ້ຜົນ. ​ເຂົາ​ເຈົ້າ​ຍັງຈະສືບ
ຕໍ່ສັງຫານພົນ​ລະ​ເຮືອນທີ່​ໄຮ້​ດຽງສາ. ພວກ​ເຮົາ​ໄດ້​ເຫັນ​ຫຼາຍ​ກວ່າ 100 ຄົນ​ໄດ້​ເສຍ​
ຊີວິດແລ້ວ ​ພຽງ​ແຕ່​ວັນ​ເສົາ​ແລ້ວເປັນ​ຕົ້ນມາ​ເທົ່າ​ນັ້ນ.”

ທ່ານ​ນາງ​ກ່າວ​ວ່າ “ຣັດ​ເຊຍ​ມີ​ຄວາມ​ຮັບຜິດຊອບ​ຢູ່​ໃນ​ພາກສ່ວນ​ນີ້ ຍ້ອນວ່າ​ເຂົາ​ເຈົ້າ
ຍັງສືບຕໍ່ໃຫ້ການ​ເຝິກ​ແອບ ​ຕິດອາວຸດ ​ແລະ​ປະຕິບັດ​ງານ​ກັບ​ລັດຖະບານ​ຊີ​ເຣຍ” ​ແລະ
ກ່າວເພີ້ມວ່າ “ພວກ​ເຮົາ​ໄດ້​ຕິດຕາມ​ເລື່ອງ​ດັ່ງກ່າວຢ່າງ​ລະມັດລະວັງ. ມັນ​ເປັນ​ເລື່ອງ​ທີ່
ສຳຄັນ​ທີ່​ສຸດ​ຕໍ່​ລັດຖະບານ​ສະຫະລັດ.”

ວໍ​ຊິງ​ຕັນ ​ໄດ້​ຮຽກ​ຮ້ອງ​ໃຫ້ຣັດ​ເຊຍ ກົດ​ດັນ​ຊີ​ເຣຍ​ເພື່ອໃຫ້ພວກເຂົາໃຊ້ຄວາມ​ຢັບຢັ້ງ​
​ແລະ​ຫລຸດຜ່ອນ​ການ​ສູ້​ລົບ ບໍ່​ພຽງ​ແຕ່​ໃນເຂດກູຕາຕາເວັນອອກເທົ່ານັ້ນ ​ແຕ່​ໃນທຸກໆ​
ແຫ່ງ.

​ຣັດ​ເຊຍ​ໄດ້ປະກາດໃນວັນຈັນຜ່ານມານີ້​ໃຫ້​ມີ​ການ​ຢຸດ​ຍິງແຕ່ພຽງຝ່າຍດຽວເປັນເວລາ
​ຫ້າ​ຊົ່ວ​ໂມງ​ ໃນແຕ່​ລະ​ວັນ ​ຢູ່​ໃນ​ເຂດ​ກູຕາຕາເວັນອອກ ທີ່ຄວບຄຸມໂດຍ​ ພວກ​ຕໍ່ຕ້ານ​ລັດຖະບານ​ ​ເພື່ອ​ໃຫ້​ພົນລະ​ເຮືອນ​ສາມາດຫລົບ​ໜີ​ຜ່ານເສັ້ນທາງມະ ນຸດສະທຳ.

ທູດພິເສດສະຫະປະຊາຊາດແກ່ຊີເຣຍ ທ່ານສະແຕັຟຟານ ເດີ ມິສຕູຣາ ຖະແຫງຕໍ່ສະພາຄວາມໝັ້ນຄົງ ທີ່ກອງປະຊຸມກ່ຽວກັບສະພາບການໃນຊີເຣຍ ທີ່ສະຫະປະຊາຊາດ.
ທູດພິເສດສະຫະປະຊາຊາດແກ່ຊີເຣຍ ທ່ານສະແຕັຟຟານ ເດີ ມິສຕູຣາ ຖະແຫງຕໍ່ສະພາຄວາມໝັ້ນຄົງ ທີ່ກອງປະຊຸມກ່ຽວກັບສະພາບການໃນຊີເຣຍ ທີ່ສະຫະປະຊາຊາດ.

ແຕ່​ບໍ່​ມີ​ຜູ້​ໃດສວຍໃຊ້ການຢຸດຍິງດັ່ງກ່າວ ໃນແຕ່​ລະວັນເທື່ອ ຍ້ອນບໍ່​ເຊື່ອ​ໃຈຣັດ​ເຊຍ
ຫຼື​ຊີ​ເຣຍ ​ແລະ​ບໍ່​ມີ​ການສົ່ງການ​ຊ່ວ​ຍ​ເຫຼືອ​ເຂົ້າ​ໄປ.

ທ່ານ​ຢານ ອີ​ເກີ​ແລນ​ດ໌ ຫົວໜ້າຊ່ວຍ​ເຫຼືອດ້ານ​ມະນຸດສະທຳຂອງ​ສະຫະ​ປະຊາ​ຊາດ
​ ຢູ່ໃນ​ຊີ​ເຣຍ ໄດ້​ຮ້ອງ​ແຜນການຂອງຣັດ​ເຊຍ​ວ່າ “ເປັນ​ແຜນທີ່​ດີ” ​ແຕ່​ “ບໍ່​ພຽງພໍ.”

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຮູ້​ວ່າ ບໍ່​ມີ​ອົງການໃຫ້ຄວາມຊ່ວຍເຫຼືອ​ດ້ານ​ມະ​ນຸດ​ສະ​ທໍາ
ໃດໆ ທີ່ຄິດ​ວ່າ ​ຫ້າ​ຊົ່ວ​ໂມງ​ເປັນ​ທີ່ພຽງພໍ ສຳລັບພວກ​ເຮົາ ເພື່ອຈະສາມາດ​ຈັດ​ສົ່ງ
ເຄື່ອງ​ບັນ​ເທົາ​ທຸກ ​ເຂົ້າ​ໃນເຂດກູຕາຕາເວັນອອກ ​ແລະ​ຈັດ​ຕັ້ງ​ການຍົກ ຍ້າຍ​ທາງດ້ານ
ການແພດຢ່າງເປັນລະບຽບອອກ​ໄປຈາກເຂດດັ່ງກ່າວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Cease Fire
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG