ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັດ​ເຊຍ ຈັດການເຈລະຈາ ແກ້ໄຂບັນຫາ ອັຟການິສຖານ ທີ່ເປັນບົດບາດ ສຳຄັນ ໃນຕາເວັນອອກກາງ


ບັນ​ດາ​ຜູ້​ເຂົ້າ​ຮ່ວມການເຈລະຈາ ​ຂໍ້ຂັດແຍ້ງອັ​ຟ​ກາ​ນິ​ສ​ຖານ ໂດຍມີບັນ​ດາ​ຜູ້​ຕາງ​ໜ້າ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ແລະ​ຕາ​ລິ​ບານ.
ບັນ​ດາ​ຜູ້​ເຂົ້າ​ຮ່ວມການເຈລະຈາ ​ຂໍ້ຂັດແຍ້ງອັ​ຟ​ກາ​ນິ​ສ​ຖານ ໂດຍມີບັນ​ດາ​ຜູ້​ຕາງ​ໜ້າ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ແລະ​ຕາ​ລິ​ບານ.

ໃນວັນສຸກວານນີ້ ຣັດເຊຍ ໄດ້ເປັນເຈົ້າພາບຈັດການເຈລະຈາ ລະຫວ່າງກຸ່ມບັນດາທູດ
ພິເສດ ທີ່ພົວພັນກັບລັດຖະບານ ອັຟການິສຖານ ພ້ອມດ້ວຍ ກຸ່ມຕາລີບານ ທີ່ເປັນຄູ່
ປໍລະປັກ ຂອງພວກເຂົາເຈົ້າ ເຊິ່ງເປັນຄວາມພະຍາຍາມຂອງວັງເຄຣມລິນ ທີ່ຈະຍຸຕິ
ຂໍ້ຂັດແຍ້ງທີ່ແກ່ຍາວມາໄດ້ 17 ປີ ແລະເປັນແຫ່ງທີ່ຄວາມພະຍາຍາມຂອງປະເທດ
ຕາເວັນຕົກ ໄດ້ລົ້ມແຫຼວຊ້ຳແລ້ວຊ້ຳອີກ.

ລັດຖະມົນຕີວ່າການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວ໌ຣັອຟ ໄດ້ກ່າວໃນຖະແຫລງ
ການເປີດການເຈລະຈາ ຢູ່ໃນະຄອນຫຼວງມຸສກູ ວ່າ “ຣັດເຊຍ ຍຶດຖື ການຮັກສາໄວ້ ຊຶ່ງ
ຄວາມເປັນນຶ່ງ ອັຟການິສຖານ ແລະບໍ່ສາມາດແບ່ງແຍກໄດ້ ທີ່ກຸ່ມຊົນເຜົ່າທັງໝົດ
ທີ່ດຳລົງຊີວິດຢູ່ປະເທດນີ້ ຈະຕ້ອງອາໄສຢູ່ຮ່ວມກັນ ຢ່າງສັນຕິ ແລະຜາສຸກ.”

“ຂ້າພະເຈົ້າ ເຊື່ອໝັ້ນວ່າ ພວກທ່ານຈະສົນທະນາກັນ ຢ່າງເອົາຈິງເອົາຈັງ ແລະສ້າງ
ສັນ ເພື່ອຄວາມຫວັງ ຂອງປະຊາຊົນ ອັຟການິສຖານ ທີ່ສົມຄວນຈະໄດ້ຮັບ”
ທ່ານ
ລາວ໌ຣັອຟ ໄດ້ກ່າວໄປ ແລະກ່າວຕື່ມອີກ ໂດຍຮຽກຮ້ອງໃຫ້ “ເປີດໜ້າປະຫວັດສາດ
ໃໝ່ ຂອງອັຟການິສຖານ.”

ລັດຖະມົນຕີວ່າການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວ໌ຣັອຟ ທີ​ສອງ​ຈາ​ກຊ້າຍ ກ່າວ​ຕໍ່​ບັນ​ດາ​ຜູ້​ຕາງ​ໜ້າ​ອັ​ຟ​ກາ​ນິ​ສ​ຖານ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ທີ່​ນະ​ຄອນ​ມົ​ສ​ກູ ວັນ​ທີ 9 ພະ​ຈິກ 2018.
ລັດຖະມົນຕີວ່າການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວ໌ຣັອຟ ທີ​ສອງ​ຈາ​ກຊ້າຍ ກ່າວ​ຕໍ່​ບັນ​ດາ​ຜູ້​ຕາງ​ໜ້າ​ອັ​ຟ​ກາ​ນິ​ສ​ຖານ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ທີ່​ນະ​ຄອນ​ມົ​ສ​ກູ ວັນ​ທີ 9 ພະ​ຈິກ 2018.

ເຖິງແມ່ນວ່າ ຄຳເວົ້າອາດຈະສູງສົ່ງກໍຕາມ ບັນດາເຈົ້າໜ້າທີ່ຂອງຣັດເຊຍ ກໍໄດ້ຕັ້ງຄວາມ
ຄາດໝາຍໄວ້ໃນລະດັບຕ່ຳເສຍກ່ອນສຳລັບເຫດການນີ້. ການເຈລະຈານດັ່ງກ່າວ ໄດ້ຖືກ
ຈັດໃຫ້ເປັນພຽງແຕ່ ການຕໍ່ລອງກັນ ທີ່ແນໃສ່ເພື່ອໃຫ້ໄດ້ມາຊຶ່ງການເຈລະຈາສັນຕິພາບ
ໃນອະນາຄົດ--ໂດຍຜົນສຳເລັດນີ້ ກຳນົດດ້ວຍການພຽງແຕ່ນຳເອົາທັງສອງຝ່າຍເຂົ້າມາ
ນັ່ງຮ່ວມກັນໄດ້ ເທົ່ານັ້ນ.

ຄວາມພະຍາຍາມຂອງຣັດເຊຍ ໃນການຈັດໃຫ້ມີການເຈລະຈາລະດັບສູງ ສອງຄັ້ງໃນ
ເມື່ອກ່ອນ ກໍໄດ້ຖືກຍົກເລີກໄປ ໃນນາທີສຸດທ້າຍ ຫຼັງຈາກທີ່ ລັດຖະບານ ອັຟການິສຖານ
ໄດ້ປະຕິເສດທີ່ຈະເຂົ້າຮ່ວມນຳ.

ລັດຖະມົນຕີວ່າການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວ໌ຣັອຟ (ກາງ) ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ຕ​າງ​ໜ້າອັ​ຟ​ກາ​ນິ​ສ​ຖານ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ທີ່​ນະ​ຄອນ​ມົ​ສ​ກູ ຣັດ​ເຊຍ ວັນ​ທີ 9 ພະ​ຈິກ 2018.
ລັດຖະມົນຕີວ່າການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວ໌ຣັອຟ (ກາງ) ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ຕ​າງ​ໜ້າອັ​ຟ​ກາ​ນິ​ສ​ຖານ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ທີ່​ນະ​ຄອນ​ມົ​ສ​ກູ ຣັດ​ເຊຍ ວັນ​ທີ 9 ພະ​ຈິກ 2018.

ໃນຂະນະທີ່ ຄັ້ງນີ້ ກໍບໍ່ໄດ້ມີຄວາມແຕກຕ່າງເລີຍ--ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ
ກາບູລ ໄດ້ປະຕິເສດທີ່ຈະເຂົ້າການເຈລະຈາໂດຍກົງ ອີກເທື່ອນຶ່ງ--ຊຶ່ງວິທີແກ້ໄຂບັນຫາ
ເພື່ອຮັກສາຊື່ສຽງໄດ້ມີຂຶ້ນ ດ້ວຍການນຳເອົາທູດພິເສດຈາກລັດຖະບານເຂົ້າມາມີສ່ວນ
ຮ່ວມນຳ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນສະພາສູງເພື່ອສັນຕິພາບ. ສະພາສູງນີ້ ບໍ່ໄດ້ຕາງໜ້າ
ໃຫ້ແກ່ ລັດຖະບານ ຫາກແຕ່ ເປັນສະພາເພື່ອກຳກັບນຳ ຄວາມພະຍາຍາມໃຫ້ເກີດ
ສັນຕິພາບ.

ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງແລ້ວ ການເຈລະຈາ ບໍ່ໄດ້ເກີດຜົນຫຍັງເລີຍ ພຽງ
ແຕ່ ເປັນຄວາມຄື່ນຂົມເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG