ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ໂຈມ​ຕີ​ທ່າເຮືອ ຢູ​ເຄ​ຣນ ດ້ວຍ​ໂດ​ຣນ


ນັກ​ດັບ​ເພີງມອດ​ໄຟ​ທີ່​ກຳ​ລ​ັງ​ໄໝ້​ລົດ​ບັນ​ທຸກ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ ຢູ່​ທ່າ​ເຮືອ​ໃນ​ແມ່​ນ້ຳ​ ດາ​ນູບ ໃນ​ພາກ​ພື້ນ ໂອ​ເດ​ຊາ, ຢູ​ເຄ​ຣນ 26 ກັນ​ຍາ 2023. (State Emergency Service of Ukraine, via Reuters)
ນັກ​ດັບ​ເພີງມອດ​ໄຟ​ທີ່​ກຳ​ລ​ັງ​ໄໝ້​ລົດ​ບັນ​ທຸກ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ ຢູ່​ທ່າ​ເຮືອ​ໃນ​ແມ່​ນ້ຳ​ ດາ​ນູບ ໃນ​ພາກ​ພື້ນ ໂອ​ເດ​ຊາ, ຢູ​ເຄ​ຣນ 26 ກັນ​ຍາ 2023. (State Emergency Service of Ukraine, via Reuters)

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ໃຊ້​ໂດ​ຣນ 38 ລຳ​ເພື່ອ​ໂຈມ​ຕີ​ປະ​ເທດ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ແລະ ວ່າ​ບາງ​ລຳ​ໄດ້​ລອດ​ຜ່ານ​ລະ​ບົບ​ປ້ອງ​ກັນໄພ​ທາງອາ​ກາດ ຢູ​ເຄ​ຣນ ແລະ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢູ່​ທ່າ​ເຮືອ​ໃນ​ພາກ​ພື້ນ ໂອ​ເດ​ຊາ.

ທ່ານ ໂອ​ເລ ຄີ​ເປີ, ຜູ້​ປົກ​ຄອງ​ພາກ​ພື້ນ ໂອ​ເດ​ຊາ, ໄດ້​ກ່າວ​ໃນ Telegram ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ທ່າ​ເຮືອ​ໃນ​ເຂດ​ ອີສ​ເມ​ລ, ເຊິ່ງ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ ຢູ​ເຄ​ຣນ ໃນ​ແມ່​ນ້ຳ ດາ​ນູບ.

ທ່ານ ຄີ​ເປີ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສອງ​ຄົນ​ບາດ​ເຈັບ ແລະ ລົດ​ເສຍ​ຫາຍຫຼາຍກວ່າ 30 ຄັນ.

ກອງ​ທັບ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ໂດ​ຣນ ຊາ​ເຮັດ ທີ່​ຜະ​ລິດ​ໂດຍ ອີ​ຣ່ານ 26 ຈາກ 38 ລຳ​ທີ່​ຖືກ​ສົ່ງ​ໄປ​ໂດຍ ຣັດ​ເຊຍ.

ໃນ​ພາກ​ພື້ນ ເຄີ​ສັນ ທາງ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 4 ຄົນ​ບາດ​ເຈັບ.

ຜູ້​ປົກ​ຄອງ​ພາກ​ພື້ນ ເຄີ​ສ ຂອງ ຣັດ​ເຊຍ, ເຊິ່ງ​ມີ​ຊາຍ​ແດນ​ຕິດ​ກັບ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ໂດ​ຣນ​ລຳ​ນຶ່ງ​ຂອງ ຢູ​ເຄ​ຣນ ໄດ້​ຖິ້ມ​ລະ​ເບີດ​ໃສ່​ສະ​ຖາ​ນີ​ໄຟ​ຟ້າ, ເຮັດ​ໃຫ້​ຫຼາຍ​ບ້ານບໍ່​ມີ​ໄຟ​ຟ້າ​ໃຊ້.

ທ່ານ ໂຣ​ມັນ ສ​ຕາ​ໂຣວອຍ ໄດ້​ກ່າວ​ໃນ Telegram ວ່າບໍ່​ມີ​ລາຍ​ງານ ກ່ຽວ​ກັບ ຜູ້​ໄດ້​ຮັບ​ບາດ​ເຈັບ​ຈາ​ກ​ການ​ໂຈມ​ຕີ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG