ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດ​ເຊຍ​ ​ຕຳ​ໜິ ສົນທິສັນຍາ ຮ່ວມກັນ​​​ປ້ອງ​ກັນເຂດ Nordic ວ່າ ເປັນ “​​​ການ​ເກາະ​ຜິດ”


ພວກຜູ້ຊົມ ຢືນເບິ່ງເຫດການ ຢູ່ຂ້າງທຸງຊາດ ຣັດເຊຍ ແລະ ໄຄຣເມຍ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນຄົບຮອບ 1 ປີ ຂອງການຢຶດເອົາແຫຼມໄຄຣເມຍ ໃນ Black Sea ທີ່ຂຶ້ນກັບ ຢູເຄຣນນັ້ນ ເຂົ້າເປັນຂອງຣັດເຊຍ ຢູ່ໃນພາກກາງຂອງ Simferopol, ວັນທີ 16 ມີນາ 2015.
ພວກຜູ້ຊົມ ຢືນເບິ່ງເຫດການ ຢູ່ຂ້າງທຸງຊາດ ຣັດເຊຍ ແລະ ໄຄຣເມຍ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນຄົບຮອບ 1 ປີ ຂອງການຢຶດເອົາແຫຼມໄຄຣເມຍ ໃນ Black Sea ທີ່ຂຶ້ນກັບ ຢູເຄຣນນັ້ນ ເຂົ້າເປັນຂອງຣັດເຊຍ ຢູ່ໃນພາກກາງຂອງ Simferopol, ວັນທີ 16 ມີນາ 2015.

ຣັດ​ເຊຍ​ໄດ້​ຕຳ​ໜິຕິ​ຕຽນ 5 ປະ​ເທດ​ໃນເຂດ Nordic ທີ່​ໄດ້​ລົງ​ນາມ
ໃນ​ສົນທິສັນຍາຮ່ວມກັນ​ປ້ອງ​ກັນ ​ໂດຍ​ກ່າວ​ຫາ​ ລັດຖະບານ​ຂອງ
Iceland Norway Denmark Finland ​ແລະ Sweden ວ່າ
“ເອົາ​ທ່າ​ທີ ທີ່​ເປັນ​ການ​ເກາະ​ຜິດ” ຕໍ່​ບັນຫາ​ດ້ານ​ການ​ປ້ອງ​ກັນ ​
ແລະ ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ.

​ຄຳຕ້ອງ​ຕິ ຂອງກະຊວງຕ່າງປະ​ເທດຣັດ​ເຊຍ ໃນວັນ​ອາທິດ​ວານ​ນີ້
ມີຂຶ້ນພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ທີ່​ບັນດາ​ຜູ້ນຳ​ປະ​ເທດ​ເຂດ Nordic ​
ໄດ້ຕົກລົງ​ ໃນຄຳ​ປະກາດ​ຢ່າງ​ເປັນ​ທາງ​ການ ທີ່ຈະ​ສົ່ງເສີມ​ການ
​ຮ່ວມ​ມື ກັນທາງ​ດ້ານ​ທະຫານ ຕໍ່​ໜ້າ​ອັນ​ທີ່​ເອກະ​ສານນັ້ນ​ບັນ​ລະ​
ຍາຍວ່າ ​ເປັນພຶດຕິ​ກຳ​ທາງ​ທະຫານ​ ແບບ “ຮຸກຮານ” ຂອງ
ຣັດ​ເຊຍ ​ຢູ່​ໃນ​ຢູ​ເຄຣນ ​ແລະ ເຂດອື່ນໆ​ ໃນ​ຢູ​ໂຣບ.

ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ທະຫານ ລະຫວ່າງ ຣັດ​ເຊຍ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ
ໄດ້ຖີບສູງຂຶ້ນຫຼາຍ ​ໃນລະຍະ 12 ​ເດືອນຜ່ານ​ມາ ​ໃນ​ຂະນະ​ທີ່ ການ​ກໍ່​ກະບົດ​ຂອງພວກ
ນິຍົມຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ ​ຂອງ​ຢູ​ເຄຣນ ​ໄດ້​ເພີ້​ມກຳລັງ​ຂຶ້ນ ​ແລະ ການ​ມີ​ສ່ວນ​
ພົວພັນໂດຍ​ກົງ​ຂອງ​ທະຫານຣັດ​ເຊຍ ​ໃນ​ການ​ລຸກ​ຮືຂຶ້ນນັ້ນ ​ໄດ້​ປາ​ກົດໃຫ້​ເຫັນ​ຢ່າງ​ແຈ້ງ
​ຂາວ​ຂຶ້ນ​.

ບັນດາລັດຖະມົນຕີປ​ະ​ເທດ​ເຂດ Nordic ຍັງ​ໄດ້​ອ້າງ​ເຖິງ “ກິດຈະກຳ​ທີ່​ເພີ້​ມຂຶ້ນ ທາງ​
ດ້ານ​ທະຫານ ​ແລະ ດ້ານ​ສືບ​ລັບ ຂອງຣັດ​ເຊຍ ​ໃນ​ເຂດ Baltics ນັ້ນ”
​ແລະ ໃຫ້​ຂໍ້
​ສັງ​ເກດ ​ເຖິງ​ການ​ປະ​ເຊີນ​ໜ້າ​ກັນຢູ່​ຕໍ່​ມາ ​ກັບ​ທະຫານຣັດ​ເຊຍ ຢູ່​ຕາມ​ຊາຍ​ແດນ ຂອງ​
ບັນດາ​ປະ​ເທດ​ເຂດ Nordic ​ແລະ ບັນດາ​ປະ​ເທດ​ສະມາຊິກ NATO. ​ແລະ​ບັນ​ລະ​ຍາຍ
ກິດຈະກຳ​ຂອງ​ທະຫານຣັດ​ເຊຍ ວ່າ “​ເປັນ​ການ​ທ້າ​ທາຍ​ ອັນໃຫຍ່ທີ່​ສຸດ ຕໍ່ຄວາມ​
ໝັ້ນຄົງ​ ຂອງຢູ​ໂຣບ.”

XS
SM
MD
LG