ບໍລິສັດແກສປຣອມ (Gazprom) ຂອງຣັດເຊຍໄດ້ຢຸດສະໜອງອາຍແກັສ ໃຫ້ ແກ່ໂປແລນ ແລະບຸລກາເຣຍ ໃນວັນພຸດມື້ນີ້ ຊຶ່ງເປັນບາດກ້າວຫລ້າສຸດ ຂອງ ການຕໍ່ສູ້ທາງເສດຖະກິດ ທີ່ຕິດພັນກັບການບຸກລຸກ ຂອງຣັດເຊຍ ເຂົ້າໄປໃນຢູ ເຄຣນ.
ຣັດເຊຍໄດ້ຮຽກຮ້ອງໃຫ້ປະເທດຢູໂຣບ, ຊຶ່ງຫຼາຍປະເທດໃນນັ້ນແມ່ນເພິ່ງພາອາໄສຣັດເຊຍໃນການສະໜອງພະລັງງານສ່ວນໃຫຍ່ໃຫ້ ຈ່າຍຄ່າອາຍແກັສທຳມະຊາດເປັນເງິນຣູໂບຂອງຣັດເຊຍ.
ບໍລິສັດແກສປຣອມ (Gazprom) ກ່າວໃນວັນພຸດມື້ນີ້ວ່າ ໂປແລນແລະບຸລກາເຣຍບໍ່ໄດ້ເຮັດເຊັ່ນນັ້ນ ແລະເພາະສະນັ້ນການສະໜອງອາຍແກັສໃຫ້ເຂົາເຈົ້າຈຶ່ງຖືກໂຈະໄວ້.
ບັນດາເຈົ້າໜ້າທີ່ໂປແລນ ແລະບຸລກາເຣຍກ່າວວ່າ ການເຄື່ອນໄຫວຂອງບໍລິສັດ ແກສປຣອມ (Gazprom) ເປັນການລະເມີດສັນຍາ.
ສະມາຊິກຂອງສະຫະພາບຢູໂຣບຈໍານວນນຶ່ງໄດ້ຫັນປ່ຽນໄປຫາການຫຼຸດຜ່ອນ ຫຼື ລົບລ້າງການເພິ່ງພາອາໄສພະລັງງານຂອງຣັດເຊຍ, ລວມທັງການສະແຫວງຫາ ແຫຼ່ງອື່ນ ແລະການຊຸກຍູ້ການນໍາໃຊ້ພະລັງງານທົດແທນຂອງເຂົາເຈົ້າ.
ໃນການພັດທະນາເສດຖະກິດອີກແບບນຶ່ງ, ລັດຖະມົນຕີກະຊວງຍຸຕິທຳ ສະຫະ ລັດ, ທ່ານເມຣິກ ກາແລນ (Merrick Garland) ກ່າວຕໍ່ລັດຖະສະພາໃນວັນ ອັງຄານວານນີ້ວ່າ ທ່ານສະໜັບສະໜຸນນິຕິກຳ ທີ່ຈະອະນຸຍາດໃຫ້ຍຶດຊັບສິນ ຂອງຣັດເຊຍ ເພື່ອເອົາ “ໄປໃຫ້ຢູເຄຣນໂດຍກົງເລີຍ.”
ສະຫະລັດແລະປະເທດພັນທະມິດຂອງຕົນໄດ້ໃຫ້ສັນຍານໃນວັນອັງຄານວານນີ້ວ່າ ເຂົາເຈົ້າກຳລັງເຄື່ອນໄຫວຢ່າງວ່ອງໄວ ແລະແຂງຂັນເພື່ອສະໜັບສະໜູນກຳລັງທະຫານຢູເຄຣນ ແລະເພີ່ມທະວີຄວາມກົດດັນຕໍ່ເສດຖະກິດຂອງຣັດເຊຍ.
ທາງດ້ານສະຫະລັດນັ້ນ ໃນ "ຊຸມອາທິດທຳອິດ ທີ່ມີຄວາມຕ້ອງການ" ໃນການເຄື່ອນຍ້າຍອຸປະກອນການທະຫານ ແລະອາວຸດໄປໃຫ້ຢູເຄຣນ, ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານແອນໂທນີ ບລິງເຄັນ ໄດ້ກ່າວຕໍ່ຄະນະກໍາມະ ການພົວພັນຕ່າງປະເທດຂອງສະພາສູງ, ແຕ່ວ່າດຽວນີ້ ມັນມັກຈະສົ່ງອາວຸດຍຸດ ໂທປະກອນໃຫມ່ໄປໃຫ້ຢູເຄຣນໄດ້ພາຍໃນສາມມື້.
ທ່ານບລິງເຄັນກ່າວວ່າ ນັບຕັ້ງແຕ່ທ່ານ ແລະລັດຖະມົນຕີກະຊວງປ້ອງກັນປະເທດລອຍ ອອສຕິນ ໄດ້ພົບປະກັບປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ທີ່ນະຄອນຫລວງກີຢິບ ໃນທ້າຍອາທິດແລ້ວນີ້ ທັງສອງປະເທດ "ສ່ວນໃຫຍ່ແມ່ນເຫັນພ້ອມນຳກັນ ໃນສິ່ງທີ່ເຂົາເຈົ້າເວົ້າວ່າ ເຂົາເຈົ້າຕ້ອງການແລະສິ່ງທີ່ພວກເຮົາຄິດວ່າ ພວກເຮົາສາມາດສະໜອງໄດ້."