ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ສືບ ຣັດ​ເຊຍ ສ້າງ​ຄວາມ​ຜິດ​ພາດ ຈາກ​ການ​ຢາກຫຼີກ​ລ່ຽງ​ ຄ່າ​ປັບ​ໄໝ ​ຈະ​ລາ​ຈອນ


ໜັງ​ສື​ເດີນ​ທາງ​ການ​ທູດ​ຂອງ​ຜູ້​ຕ້ອງ​ສົງ​ໄສວ່າ​ເປັນ​ນັກ​ສືບ
ຣັດ​ເຊຍ ທີ່​ຖືກ​ກ່າວ​ຫາ ພະ​ຍາ​ຍາ​ມ​ທຳ​ລາຍ​ເຄືອ​ຂ່າຍ​ຄອມ​
ພິວ​ເຕີ​ໃນ​ປະ​ເທດ ໂຮນ​ລັງ ສາ​ມາດ​ເຫັນ​ໄດ້​ຢູ່​ໃນ​ຮູບ (ແຫຼ່ງ​
ທີ່​ມາ​ຂອງ​ຮູບ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂຮນ​ລັງ ຜ່ານ​ກະ
​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ).
ໜັງ​ສື​ເດີນ​ທາງ​ການ​ທູດ​ຂອງ​ຜູ້​ຕ້ອງ​ສົງ​ໄສວ່າ​ເປັນ​ນັກ​ສືບ ຣັດ​ເຊຍ ທີ່​ຖືກ​ກ່າວ​ຫາ ພະ​ຍາ​ຍາ​ມ​ທຳ​ລາຍ​ເຄືອ​ຂ່າຍ​ຄອມ​ ພິວ​ເຕີ​ໃນ​ປະ​ເທດ ໂຮນ​ລັງ ສາ​ມາດ​ເຫັນ​ໄດ້​ຢູ່​ໃນ​ຮູບ (ແຫຼ່ງ​ ທີ່​ມາ​ຂອງ​ຮູບ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂຮນ​ລັງ ຜ່ານ​ກະ ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ).

ການ​ລະ​ບຸ​ໂຕ​ຢ່າງ​ເປີດ​ຂອງ​ຜູ້​ຕ້ອງ​ສົງ​ໄສ​ ເປັນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ
ກອງທັບ ຣັດເຊຍ ຫຼື ນັກສືບລັບ GRU ຫຼາຍກວ່າ 300 ຄົນ ໃນສັບປະດານີ້, ແມ່ນ
ໄດ້ຖືກຂະໜານນາມ ໂດຍບັນດານັກວິເຄາະການຮັກສາຄວາມປອດໄພວ່າ ເປັນ
ຄວາມຜິດພາດ ດ້ານການສືບລັບທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຫຼັງສົງຄາມເຢັນຂອງ
ຣັດເຊຍ.

ແລະ ສາ​ເຫດ​ສຳ​ລັບ​ຄວາມ​ຜິດ​ພາດ​ນັ້ນ ​ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ, ມາ​ຈາກ​ປັດ​ໄຈຂອງ​ມະ​
ນຸດ ກ່ຽວກັບ ການຢາກຫຼີກລ່ຽງຄ່າປັບໄໝ ດ້ານການຈະລາຈອນ, ລວມທັງການເມົາ
ເຫຼົ້າຂັບລົດ.

ດ້ວຍ​ແຮງ​ກະ​ຕຸ້ນ ​ຈາກ​ການ​ເປີດ​ເຜີຍ​ ໃນ​ກາງ​ສັບ​ປະ​ດາ​ທີ່​ຜ່ານ​ມາ​ ກ່ຽວ​ກັບ ຂໍ້​ມູ​ນ​ສ່ວນ
​ຕົວ​ຂອງ​ເຈົ້າ​ໜ້າ​ທີ່​ສືບ​ລັບ ຣັດ​ເຊຍ 4 ຄົນ​ ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ ໂຮນ​ລັງ ກັບ ອັງ​ກິດ
ນັ້ນ ເຊິ່ງຖືກກ່າວຫາ ກ່ຽວກັບ ການພະຍາຍາມທີ່ຈະລັກເຈາະຂໍ້ມູນ ສຳນັກງານໃຫຍ່
ຂອງກຸ່ມສິ້ງຊອມອາວຸດເຄມີຂອງໂລກ, ຕໍ່ມາສະມາຄົມການຂ່າວສືບສວນສອບສວນ
ແບລລິງແຄັດ (Bellingcat) ກໍໄດ້ຄົ້ນຫາຂໍ້ມູນສະຖິຕິການສັນຈອນທາງຖະໜົນຂອງ
ຊາວ ຣັດເຊຍ ທີ່ມີຢູ່ທົ່ວໄປ ເພື່ອເປີດເຜີຍຊື່ ແລະ ຂໍ້ມູນຂອງບຸກຄົນອື່ນໆ 305 ຄົນ ທີ່
ຖືກຄິດວ່າ ໄດ້ເຮັດວຽກໃຫ້ອົງການສືບລັບ ຣັດເຊຍ.

ເລກ​ໜັງ​ສື​ເດີນ​ທາງ ແລະ ໃນຫຼາຍ​ກໍ​ລະ​ນີ​ນັ້ນ, ເລກ​ໂທ​ລະ​ສັບ ແມ່ນ​ໄດ້​ລວມ​ຢູ່​ໃນ​ທະ​
ບຽນລົດ.

ສະ​ມາ​ຄົມ Bellingcat ໄດ້​ກວດ​ກາ​ຂໍ້​ມູນ​ຈາ​ລະ​ຈອນ​ຢ່າງ​ຖີ່​ຖ້ວນ ຫຼັງ​ຈາກຊື່​ຂອງ​ນຶ່ງ​ໃນ
ຈຳນວນເຈົ້າໜ້າທີ່ GRU 4 ຄົນໄດ້ຖືກເປີດເຜີຍໂດຍ ໂຮນລັງ ແລະ ອັງກິດ ເມື່ອວັນ
ພະຫັດທີ່ຜ່ານມານັ້ນ ໄດ້ຖືກພົບເຫັນຢູ່ທະບຽນລົດ ລາດາ (Lada) ຂອງລາວໃນປີ
2011 ທີ່ໃຊ້ທີ່ຢູ່ຂອງຄ້າຍທະຫານສືບລັບ GRU ເຊິ່ງເປັນບ່ອນເຮັດວຽກຂອງໜ່ວຍ
ສອດແນມທາງຄອມພິວເຕີ 26165 ຂອງລາວ.

ໜ່ວຍ​ດັ່ງ​ກ່າວ​ໄດ້​ຖືກ​ກ່າວ​ຫາ​ ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ, ລວມ​ທັງ ສະ​
ຫະລັດ ກ່ຽວກັບ ຄວາມຮັບຜິດຊອບສຳລັບການໂຈມຕີທາງຄອມພິວເຕີຫຼາຍຄັ້ງ ແລະ
ການລັກເຈາະຂໍ້ມູນ ຂອງເຄືອຂ່າຍຄອມພິວເຕີຂອງ ອົງການຕໍ່ຕ້ານການໃຊ້ສານກະ
ຕຸ້ນສາກົນ ພ້ອມກັບອົງການຕ່າງໆທີ່ກຳລັງສືບສວນສອບສວນ ການໃຊ້ສານເຄມີພິດ
ຂອງ ຣັດເຊຍ ລວມທັງການກ່າວຫາ ໃຊ້ສານພິດທຳລາຍປະສາດຕໍ່ອະດີດນັກສືບ
ຣັດເຊຍ ທ່ານ ເຊີເກ ສກຣິບປາລ ກັບລູກສາວຂອງລາວ ນາງ ຢູເລຍ ໃນເມືອງ
ໂຊລສແບຣີ ຂອງ ອັງກິດ ໃນຕົ້ນປີນີ້ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG