ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ເນໂຕ້ ວ່າ ຣັດເຊຍ ກຳລັງກ້າວສູ່ ເສັ້ນທາງ ອັນຕະລາຍ (ວີດີໂອ)


ທ່ານ Anders Fogh Rasmussen ເລຂາທິການໃຫຍ່ ຂອງອົງການເນໂຕ້
ທ່ານ Anders Fogh Rasmussen ເລຂາທິການໃຫຍ່ ຂອງອົງການເນໂຕ້
ເລຂາທິການ​ໃຫຍ່ ອົງການ NATO ທ່ານ Anders Fogh
Rasmussen ກ່າວ​ວ່າ ຣັດ​ເຊຍກຳລັງ​ລົງ​ສູ່່ ​“ເສັ້ນທາງ​ອັນ
ຕະລາຍ” ​ໂດຍ​ການ​ຜະໜວກຫລືເຂົ້າຄອບຄອງເອົາເຂດ
Crimea ຈາກຢູ​ເຄຣນ.

ທ່ານ Fogh Rasmussen ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ຣັດ​ເຊຍ​ບໍ່​ຫົວຊາ​ຕໍ່​ການ​ຮ້ອງ​ຂໍໃດໆ ​ເພື່ອ​ໃຫ້ຖອນ​ຄືນ​ ກັບ
ມາສູ່ຂອບເຂດ ຂອງ​ກົດໝາ​ຍສາກົນ. ທ່ານກ່າວ​ວ່າ ບໍ່​ມີ
ພັນທະ​ມິດອົງການ NATO ​ໃດໆ ​ທີ່​ຈະ​ຮັບ​ຮູ້ ໃນອັນ​ທີ່​
ທ່ານ​ຮ້ອງ​ວ່າ ການເຄື່ອນໄຫວທີ່ຜິດ​ກົດໝາຍ ​ແລະບໍ່​ຖືກ​ຕ້ອງຊອບທຳ.

ທຳນຽບຂາວ ກ່າວ​ວ່າ ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ໂອ້ລົມ​ທາງໂທ ລະສັບ ​ໃນ​ວັນ​ອັງຄານ​ວານ​ນີ້​ກັບ ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ Angela Merkel ​ແລະ​ໄດ້ຕົກລົງກ່ຽວກັບຄວາມຈຳເປັນ​ອັນ​ຮີບ​ດ່ວນ ທີ່ຈະສົ່ງ​ຄະນະສັງ​ເກ​ດການຂອງ​ນາໆ​ຊາດໄປຍັງ​ພາກ​ໃຕ້ແລະ​ພາກ​ຕາ​ເວັນ​ອອກ​ຂອງຢູ ເຄຣນໃນທັນທີ.

​ນອກນັ້ນແລ້ວໃນ​ວັນ​ອັງຄານ​ວານນີ້ ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ທີ່ກຳລັງຢ້ຽມຢາມປ​ະ​ເທດ Poland ​ແລະ​ໄດ້ຮ້ອງ ການເຂົ້າຄວບຄຸມ ເຂດໄຄຣເມຍຂອງ
ຣັດ​ເຊຍວ່າ “ຍາດ​ເອົາ​ດິນ.” ທ່ານກ່າວ​ວ່າ ເຫດຜົນ​ທີ່ຣັດ​ເຊຍ ​ເຂົ້າ​ໄປ​ເອົາ Crimea ນັ້ນ
ແມ່ນ “ຜິດ​ພາດ.”

ນາຍົກລັດຖະມົນຕີ Poland ທ່ານ Donald Tusk ກ່າວ​ວ່າ ມັນສະ​ແດງ​ໃຫ້​ເຫັນ​ເຖິງບັນ
ຫາ​ຄວາມ​ປອດ​ໄພ ​ສຳລັບທັງໝົດຂົງ​ເຂດ​.

​ໃນ​ຂະນະ​ທີ່ຢ້ຽມຢາມຢູ​ໂຣບຕາເວັນອອກນັ້ນ ທ່ານ Biden ຍັງ​ຈະ​ພົບ​ປະ​ກັບ ບັນດາ​ຜູ້​ນຳ Estonia Latvia ​ແລະ Lithuania.

ລັດຖະມົນຕີຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergai Lavrov ກ່າວ​ຕໍ່ ລັດຖະມົນ ຕີຕ່າງ
ປະ​ເທດ ສະຫະລັດ ທ່ານ John Kerry ​ໂດຍ​ທາງ​ໂທລະ​ສັບ ​ໃນ​ວັນ​ອັງ ຄານ​ວານ​ນີ້​
ວ່າ ການ​ລົງ​ໂທດ​ຂອງ ສະຫະລັດ ຕໍ່ ບັນດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ນັ້ນເປັນ​ທີ່​ຮັບ​ເອົາ​ບໍ່​
ໄດ້ ​ແລະ​ຈະ​ມີ​ຜົນ​ກະທົບຕິດຕາມ​ມາ.

​ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີຕ່າງປະ​ເທດຝຣັ່ງ ທ່ານ Laurent Fabius ​ໄດ້ ​ກ່າວ
​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການ​ເຂົ້າ​ຮ່ວມ​ໃນ​ກຸ່ມ 8 ​ມະຫາອຳນາດ​ເສດຖະກິດ ນັ້ນ ​ໄດ້​ຖືກ
ໂຈະເປັນການຊົ່ວຄາວ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ສະມາຊິກ​ອື່ນໆ​ຍັງບໍ່​ທັນ​ໄດ້​ຢືນຢັນ
​ກ່ຽວກັບຄຳຖະ​ແຫລ​ງດັ່ງກ່າວ.

US Reassures Allies as Tensions Mount on Russian Borders
please wait

No media source currently available

0:00 0:02:50 0:00


XS
SM
MD
LG