ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ເຢຍຣະມັນ ແລະ ຝຣັ່ງ ຈະຈັດການປະຊຸມ ລະດັບລັດຖະມົນຕີ ກ່ຽວກັບຢູເຄຣນ 


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເປັນປະທານ ກອງປະຊຸມກັບປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ທາງອອນລາຍນ໌ ທີ່ບ້ານພັກລັດຖະບານ Novo-Ogaryovo ນອກມົສກູ ເມື່ອວັນທີ 11 ຕຸລາ 2021.
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເປັນປະທານ ກອງປະຊຸມກັບປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ທາງອອນລາຍນ໌ ທີ່ບ້ານພັກລັດຖະບານ Novo-Ogaryovo ນອກມົສກູ ເມື່ອວັນທີ 11 ຕຸລາ 2021.

ຣັດເຊຍ ເຢຍຣະມັນ ແລະຝຣັ່ງ ໄດ້ຕົກລົງກັນ ໃຫ້ລັດຖະມົນຕີການຕ່າງປະເທດຂອງຕົນ ພົບປະກັນ ເພື່ອຫາລືກ່ຽວກັບບັນຫາຂັດແຍ້ງທີ່ກຳລັງດຳເນີນຢູ່ໃນພາກຕາເວັນອອກຂອງປະເທດຢູເຄຣນ.

ປະທານາທິບໍດີຂອງຝຣັ່ງ ທ່ານເອັມມານູແອລ ມາກຣົງ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກ ໄດ້ໂອ້ລົມກັນທາງໂທລະສັບ ໃນວັນຈັນວານນີ້ ກ່ຽວກັບບັນຫາໃນປະເທດຢູເຄຣນ.

ທັງລັດຖະບານຂອງເຢຍຣະມັນ ແລະຣັດເຊຍຕ່າງກໍກ່າວວ່າ ພວກຜູ້ນຳທັງສອງໄດ້ຕົກລົງກັນ ໃຫ້ລັດຖະມົນຕີການຕ່າງປະເທດຂອງປະເທດທັງສອງພົບປະກັນໂດຍໄວ ເພື່ອແກ້ໄຂບັນຫາຂັດແຍ້ງດັ່ງກ່າວ.

ວັງເຄຣັມລິນກ່າວວ່າ ໃນລະຫວ່າງການໂອ້ລົມກັນທາງໂທລະສັບນັ້ນ ທ່ານປູຕິນຍັງໄດ້ກ່າວຫາເຈົ້າໜ້າທີ່ຢູເຄຣນວ່າ “ຫາທາງຫຼີກລ່ຽງແບບດື້ດ້ານ” ຕໍ່ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆທີ່ບັນລຸກັນໃນການເຈລະຈາສັນຕິພາບ.

ຖະແຫຼງການຂອງວັງເຄຣັມລິນ ບໍ່ໄດ້ກ່າວວ່າ ຢູເຄຣນຈະເຂົ້າຮ່ວມ ໃນການພົບປະຂອງລັດຖະ ມົນຕີການຕ່າງປະເທດ ຊຶ່ງຈະມີຂຶ້ນໃນໄວໆນີ້ຫຼືບໍ່.

ລັດຖະບານເຢຍຣະມັນ ກ່າວວ່າ ທ່ານນາງເມີໂກ ແລະປະທານາທິບໍດີມາກຣົງຍັງໄດ້ໂອ້ລົມກັນໃນວັນຈັນວານນີ້ ກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງມິງສ໌ ທີ່ແນໃສ່ເພື່ອຫາທາງຍຸຕິບັນຫາຂັດແຍ້ງຢູ່ໃນຢູເຄຣນດ້ວຍສັນຕິວິທີ.

ຝຣັ່ງ ແລະເຢຍຣະມັນໄດ້ຫາທາງໄກ່ເກ່ຍບັນຫາຂັດແຍ້ງລະຫວ່າງຢູເຄຣນແລະພວກກະບົດແບ່ງແຍກດິນແດນທີ່ນິຍົມຣັດເຊຍ ມາແຕ່ປີ 2015 ແລະຍັງເປັນຜູ້ກຳກັບນຳການຢຸດຍິງທີ່ຍັງບໍ່ມີຄວາມໝັ້ນຄົງນັ້ນ.

ຢູເຄຣນໄດ້ທຳການສູ້ລົບກັບພວກກະບົດແບ່ງແຍກດິນແດນ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍ ໃນເຂດດອນບາສ ທາງພາກຕາເວັນອອກຂອງປະເທດ ນັບແຕ່ປີ 2014 ເປັນຕົ້ນມາ ຊຶ່ງເປັນບັນຫາຂັດແຍ້ງທີ່ເກີດຂຶ້ນຫຼັງຈາກຣັດເຊຍໄດ້ປະກາດໂຮມເອົາແຫຼມໄຄຣເມຍເຂົ້າເປັນດິນແດນຂອງຕົນ. ຢູເຄຣນໄດ້ກ່າວຫາຣັດເຊຍວ່າ ໃຫ້ການສະໜັບສະໜຸນແກ່ພວກແບ່ງແຍກດິນແດນ ຊຶ່ງເປັນຂໍ້ກ່າວຫາທີ່ມົສກູໄດ້ປະຕິເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG