ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກວິເຄາະ ການເມືອງ ຣັດ​ເຊຍ ສົນທະນາ ກ່ຽວກັບ ອະນາ​ຄົດ​ ຂອງປະເທດ ຫຼັງ​ການ​ເລືອກ​ຕັ້ງ​


​ປະທານາທິບໍດີ​ຣັດ​ເຊຍ ທ່ານ ວລາ​ດິ​ເມຍ ປູ​ຕິນ (Vladimir Putin) ​ເດີນທາງ​ໄປ​ເຖິງ​ສະຖານ​ທີ່​ປ່ອນ​ບັດ ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ມົສກູ, ຣັດ​ເຊຍ, 18 ມີນາ 2018.
​ປະທານາທິບໍດີ​ຣັດ​ເຊຍ ທ່ານ ວລາ​ດິ​ເມຍ ປູ​ຕິນ (Vladimir Putin) ​ເດີນທາງ​ໄປ​ເຖິງ​ສະຖານ​ທີ່​ປ່ອນ​ບັດ ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ມົສກູ, ຣັດ​ເຊຍ, 18 ມີນາ 2018.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຣັດ​ເຊຍ ໃນວັນ​ທີ 18 ມີນາ ຜ່ານ​ມາ​ນີ້ ​ໄດ້​ນຳ​ມາ​
ຊຶ່ງ​ຄວາມແປກໃຈບາງຢ່າງ​ໃຫ້ແກ່ຊາວຣັດ​ເຊຍ ​ແລະຊາວ​ຕາ​ເວັນ​ຕົກ ​ເຊັ່ນ​ກັນ.
ປະທານາທິບໍດີ​ ວລາ​ດິ​ເມຍ ປູ​ຕິນ ຈະ​ຍັງ​ຄົງ​ຢູ່​ ໃນ​ຕຳ​ແໜ່​ງຕໍ່ໄປອີກຕື່ມ ​6 ປີ. ​ແຕ່​ໃນ
ຂະນະ​ທີ່ວັງແຄຣມລິນ ຢືນຢັດ​ວ່າ ການ​ເລືອກ​ຕັ້ງດັ່ງກ່າວ ​ແມ່ນ​ທ່ຽງ​ທຳ ​ແລະ​ໂປ່​ງ​ໃສ
ແລ້ວນັ້ນ, ​ກໍຍັງມີພວກ​ນັກວິ​ເຄາະຣັດ​ເຊຍຊັ້ນນຳດ້ານການເມືອງຫຼາຍທ່ານ ພາກັນ
ສະແດງຄວາມເປັນຫ່ວງອອກມາ ແລະ​ຄາດ​ຄະ​ເນວ່າ ຈະເກີດວິ​ກິດ​ການຢູ່​ໃນ​ປະ​ເທດ
ເປັນເນືອງນິດ​ ໃນ​ປີ 2024 ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍລະ​ອຽດເລື່ອງນີ້ ມາສະ​ເໜີ​ທ່ານ.

ຄະ​ແນນ​ສຽງ​ທັງ​ໝົດ​ແມ່ນ​ເກັບ​ກຳມາ​ໄດ້​ແລ້ວ ​ແລະ​ປະທານາທິບໍດີ​ ວລາ​ດິ​ເມຍ ປູ​ຕິນ
ກໍແມ່ນຍັງຄົງ​ຢູ່​ໃນ​ອຳນາດ​ໃນຣັດ​ເຊຍຢູ່ຄືເກົ່າ ທີ່ຈະ​ນຳພາ​ປະ​ເທດ​ຊາດ ​ໄປ​ອີກຕື່ມ
6 ປີ. ໂຄ​ສົກ​ຂອງ​ທ່ານ​ປູ​ຕິນ ທ່ານ ດິມິ​ທຣີ ​ເພສຄອບ (Dmitry Peskov) ກ່າວ​ວ່າ
ຜົນ​ຂອງ​ການ​ເລືອກ​ຕັ້ງ ​ແມ່ນ​ບົ່ງ​ບອກໃນ​ຕົວ​ຂອງ​ມັນ​ເອງ​ແລ້ວ ຊຶ່ງ​ທ່ານກ່າວ​ເປັນ​ພາສາ
ຣັດ​ເຊຍ​ວ່າ:“ການ​ເລືອກ​ຕັ້ງ​ທີ່​ມີ​ຂຶ້ນ​ໃນວັນ​ທີ 18 ມີນາ ຜ່ານ​ມາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​
ແລ້ວ​ວ່າ ສັງຄົມ​ຂອງ​ພວກ​ເຮົາ​ ແມ່ນ​ໄດ້ສາມະຄີກັນດີ ​ແລະ​ມັນ​ບໍ່​ແມ່ນການນຮວມຕົວ
ກັນ ຍ້ອນ​ການໂຈມ​ຕີ​ຂອງຜູ້ໃດຜູ້ນຶ່ງ, ແຕ່ມັນເປັນຍ້ອນແຜນການຕ່າງໆທີ່ຈະ​ພັດທະນາສ້າງສາປະ​ເທດຊາດຕໍ່ໄປ​ໃນ​ອະນາ​ຄົດ​ຕ່າງຫາກ ທີ່​ ສະ​ແດງ​ອອກໃຫ້​ເຫັນຢູ່ໃນຜົນຂອງ​ການເລືອກ​ຕັ້ງດັ່ງກ່າວ.”

ມີ​ຫຼາຍ​ຄົນ​ທີ່​ບໍ່​ໄດ້ເຫັນ​ໄປ​ແບບ​ນີ້. ຮວມຢູ່​ໃນ​ນັ້ນ ກໍ​ແມ່ນມີພວກ​ນັກລັດຖະສາດລັດ​ເຊຍ
ທີ່​ກ້າວໜ້າຫຼາຍທ່ານ ຊຶ່ງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ໄດ້ມານັ່ງ​ລົມ​ກັບ​ວີ​ໂອ​ເອ ພາກ​ພາສາ​ຣັດ​ເຊຍ ຊຶ່ງໃນນັ້ນກໍມີ ​ທ່ານ ດິມິ​ທຣີ ​ໂອ​ແຣສກິນ (Dmitry Oreshkin) ຜູ້ນຶ່ງທີ່ກ່າວວ່າ “ທ່ານ​
ປູ​ຕິນ​ໄດ້ຊະນະ ແລ້ວເລື່ອງຫຽັງ ຂ້າພະ​ເຈົ້າ​ຈຶ່ງບໍ່​ດີໃຈ
? ການ​ເລືອກ​ຕັ້ງ​ດັ່ງກ່າວ ເປັນ​ຄື
​ກັນ​ກັບການ​ເລືອກ​ຕັ້ງ​ໃນສະ​ໄໝ​ໂຊ​ຫວຽດ. ກ່ອນ​ອື່ນ​ໝົດ​ກໍແມ່ນ​ວ່າ ບໍ່​ມີ​ຜູ້ອື່ນມາແທນ
ປູ​ຕິນ.ຄ້າຍຄື​ກັນ​ນັ້ນ ບັດ​ເລືອກ​ຕັ້ງ​ໂຊ​ຫວຽດ ​ແມ່ນ​ມີ​ແຕ່ພຽງ​ຊື່​ຜູ້ດຽວ​. ອັນ​ທີ 2 ມາກໍ​
ແມ່ນ​ວ່າ r;dພວກຜູ້ຄົນທີ່ມີສິດເລືອກ​ຕັ້ງຈະຖືກນຳພາໄປ​ຫາ​ສະຖານ​ທີ​ປ່ອນ​ບັດ. ພວກເຂົາເຈົ້າຈະບໍ່ມີຜູ້ໃດ​ສາມາດ​ສ່ຽງ​ໄພໃນການ​ເມືອງ. ພວກ​ຫົວໜ້າ​ຂອງ​ເຂົາ​ເຈົ້າ​
ບອກເຮັດເຂົາ​ເຈົ້າ​ກໍຈະເຮັດ​.”

ນັກວິ​ໄຈ ອີກ​ທ່ານ​ນຶ່ງ ຄື​ທ່ານນາງ ອີ​ກັດ​ເຕີຣີນາ ​ໂຊ​ລມານ (Ekaterina Schulmann)
​ເຊື່ອ​ວ່າ ການ​ເລືອກ​ຕັ້ງ​ດັ່ງກ່າວ​ນີ້ ອາດ​ຈະ​ບໍ່​ທ່ຽ​ງທຳ ກໍ​ເປັນ​ໄດ້.

ທ່ານນາງ ອີ​ກັດ​ເຕີຣີນາ ​ໂຊ​ລມານ (Ekaterina Schulmann) ນັກລັດຖະສາດ ກ່າວ​ເປັນ​ພາສາຣັດ​ເຊຍ​ວ່າ “ຂ່າວຊ່າລືອັນນຶ່ງ​ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ກໍຄື ​ຖະ​ແຫຼ​ງການ​ຂອງ​
ລັດຖະມົນຕີ​ກະຊວງພາຍໃນຂອງຣັດ​ເຊຍ ທ່ານ​ເຊີ​ເກ ​ໂຊ​ຍກຸຍ
(Sergey Shoigui)
ທີ່​ວ່າ 99 ​ເປີ​ເຊັນ​ ຂອງ​ພວກ​ທະຫານ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ໄດ້​ລົງ​
ປ່ອນ​ບັດ ​ລວມທັງ 89 ​ເປີ​ເຊັນ ຂອງ​ພວກ​ທີ່​ສະໜັບສະ ໜຸນຜູ້ບັງຄັບບັນຊາການສູງສຸດ
ຂອງຣັດ​ເຊຍ ນັ້ນນຳ ຊຶ່ງນີ້ກໍ​ແມ່ນ​ເປັນ​ບ້າ​ເທົ່ານັ້ນແລ້ວ, ​ເພາະວ່າ​ພວກ​ພະນັກງານ
ທະຫານ ​ແມ່ນລົງ​ຄະ​ແນນ​ສຽງ ​ຢູ່ໃນ​ສະຖານ​ທີ່​ປ່ອນ​ບັດ​ບ່ອນ​ດຽວ​ກັນ ກັບ​ຄົນ​ອື່ນໆ
(ຍົກ​ເວັ້ນປະຊາ​ຄົມ​ທະຫານແລະ​ຄ້າຍທະຫານ​ທັງຫຼາຍ.) ​ແລະ​ມັນ​ຈະ​ບໍ່​ເປັນ​ໄປ​ໄດ້
ເດັດຂາດ ທີ່​ຈະ​ຮູ້​ໄດ້ວ່າ ​ແມ່ນ​ຜູ້​
ໃດ​ລົງຄະ​ແນນສຽງ​ເອົາໃຜ. ນັ້ນ​ມັນຈຶ່ງ​ເຮັດ​ໃຫ້​ຖະ​ແຫຼ​ງ
ການ​ສະບັບ​ນີ້ ວ່າ​ມີ​ຄວາມສົງ​ໄສ
ຫຼື​ບໍ່ ກໍ​ເປັນ​ການ​ປອມແປງ.”

ສຳລັບອະນາ​ຄົດ​ຂອງຣັດ​ເຊຍແລ້ວ ໂອ​ແຣສກິນ​ ແມ່ນ​ເບິ່ງ​ໄປ​ໃນ​ທາງ​ລົບ. ທ່ານ​ກ່າວ​ວ່າ
ຣັດ​ເຊຍ ສາມາດ​ທີ່​ຈະ​ທີ່​ຈະ​ປ່ຽນ​ແປງ​ແດ່ເລັກ​ນ້ອຍ ຖ້າ​ຫາກ​ຈະມີ ​ໃນ​ຂະນະ​ທີ່​ປູ​ຕິນ
ຍັງຈະສືບ​ຕໍ່​ນຳພາ​ປະ​ເທດຊາດ​ໄປຢູ່​ ໃນແບບ​ສະບັບ​ຂອງ​ທ່ານ​ທີ່​ເຫັນ​ວ່າ​ເໝາະ​ສົມ.
ມີ​ຫຍັງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ປີ 2024 ຕອນ​ທີ່​ທ່ານບໍ່​ສາມາດ​ທີ່​ຈະ​ລົງ​ແຂ່ງຂັນເປັນ​ປະທານາທິບໍດີອີກຕື່ມ​ແລ້ວ.

​ແມ່ນ​ໃຜ​ຈະ​ເປັນຜູ້​ຈະ​ມາ​ແທນ​ທ່ານ​ປູ​ຕິນຕໍ່​ໄປ? ປູ​ຕິນ ນັ້ນ​ລະ. ພວກ​ເຮົາ ກໍ​ບໍ່​ສາມາດ
​ຢັ່ງ​ຮູ້​ເຖິງ​ນ້ຳໜັກ ຄວາມ​ອາດ​ສາມາດ ທີ່​ວ່າ ທ່ານ​ຈະ​ມາ​ເປັນ​ນາຍົກລັດຖະມົນຕີ ຫຼື​ບໍ່
ກໍ​ຜູ້ນຳ​ຂອງ​ປະ​ເທດໃໝ່, ​ແຕ່​ວ່າ ມັນ​ຈະ​ເປັນການ​ຍາກ ​ທີ່​ທ່ານຈະ​ອອກ​ໄປ ​ແລະແຕ່ລະ​ປີ
ມັນກໍມີແຕ່ຈະ​ຍາກ​ຂຶ້ນໄປເລື້ອຍໆ.

ທ່ານໂອ​ແຣສກິນ ກ່າວ​ວ່າ ​ແມ່ນຜູ້​ໃດ​ກໍ​ຕາມ ທີ່​ຈະຂຶ້ນ​ມາແທນທ່ານ​ປູ​ຕິນ ​ແມ່ນ​ຈະ​ຕ້ອງ
​ໄດ້ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ເອົາ​ໃຈ​ພວກຫົວກະທິ​ທັງຫຼາຍ ​ໃນ​ຂະນະ​ທີ່ຍັງ​ຈົງ​ຮັກ​ພັກດີ
​ຕໍ່​ປູ​ຕິນຢູ່.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG