ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງກຳລັງ ຣັດເຊຍ ລະດົມຍິງຫຼາຍເມືອງ, ປະກາດເສັ້ນທາງມະນຸດສະທຳ


ສູນກິລາແຫ່ງນຶ່ງຖືກທຳລາຍໂດຍການລະດົມຍິງໃນລະຫວ່າງຄວາມຂັດແຍ້ງ ຢູເຄຣນ ແລະ ຣັດເຊຍ, ເມືອງ ຄາຄີຟ, ຢູເຄຣນ, 5 ມີນາ, 2022.
ສູນກິລາແຫ່ງນຶ່ງຖືກທຳລາຍໂດຍການລະດົມຍິງໃນລະຫວ່າງຄວາມຂັດແຍ້ງ ຢູເຄຣນ ແລະ ຣັດເຊຍ, ເມືອງ ຄາຄີຟ, ຢູເຄຣນ, 5 ມີນາ, 2022.

ກອງກຳລັງ ຣັດເຊຍ ໄດ້ລະດົມຍິງເມືອງຕ່າງໆໃນພາກເໜືອ ແລະ ພາກໃຕ້ຂອງ ຢູເຄຣນ ໃນວັນຈັນມື້ນີ້, ໃນຂະນະທີ່ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ເຕືອນວ່າ ຣັດເຊຍ ອາດຫຍັບເຂົ້າໃກ້ກວ່າເກົ່າເພື່ອໂຈມຕີນະຄອນຫຼວງ ກີຢິບ ແລະ ກອງທັບຂອງ ຣັດເຊຍ ໄດ້ປະກາດແຜນການທີ່ບໍ່ໄດ້ຜົນຄັ້ງຫຼ້າສຸດ ເພື່ອສ້າງຕັ້ງເສັ້ນທາງມະນຸດສະທຳ ສຳລັບພົນລະເຮືອນທີ່ຕິດຄ້າງຢູ່ທ່າມກາງການບຸກ ລຸກຂອງເຂົາເຈົ້າ.

ຄະ​ນະ​ເສ​ນາ​ທິ​ການຂອງກອງ​ທັບ ຢູເຄຣນ ໄດ້ກ່າວວ່າກອງກຳລັງ ຣັດເຊຍ ໄດ້ເພັ່ງເລັງໃສ່ການປິດລ້ອມນະຄອນຫຼວງ ກີຢິບ, ເມືອງ ຄາຄີຟ, ເຊີນີຮີຟ, ຊູມີ ແລະ ມີໂຄລາຢິຟ. ຖະແຫຼງການໃນວັນຈັນມື້ນີ້ ໄດ້ກ່າວຫາ ຣັດເຊຍ ກ່ຽວກັບ ການລ່ວງລະເມີດກົດໝາຍມະນຸດສະທຳສາກົນດ້ວຍການລະດົມຍິງໃສ່ພົນລະເຮືອນ ແລະ ສ້າງວິກິດການດ້ານມະນຸດສະທຳ ໃນເຂດທີ່ຖືກຄອບຄອງ.

ຖະແຫຼງການຂອງກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວວ່າ ສຳລັບ “ຈຸດ ປະສົງດ້ານມະນຸດສະທຳນັ້ນ,” ກອງກຳລັງ ຣັດເຊຍ ຈະປະກາດ “ກົດເກນແຫ່ງຄວາມສະຫງົບ” ເລີ່ມຕົ້ນວັນຈັນມື້ນີ້ ເພື່ອເປີດຊ່ອງທາງໃຫ້ປະຊາຊົນໜີອອກຈາກນະຄອນຫຼວງ ກີຢິບ, ເມືອງ ຄາຄີຟ, ຊູມີ ແລະ ມາຣີວໂປລ. ຜູ້ທີ່ໜີອອກຈາກ ກີຢິບ ຈະຖືກຂົນສົ່ງດ້ວຍເຮືອບິນໄປ ຣັດເຊຍ ອີງຕາມການກ່າວຂອງຖະ ແຫຼງການດັ່ງກ່າວ. ຖະແຫຼງການນັ້ນໄດ້ກ່າວຕື່ມວ່າ ການເຄື່ອນໄຫວທີ່ວ່ານັ້ນແມ່ນການຕອບສະ ໜອງຕໍ່ການຂໍຮ້ອງໂດຍກົງຈາກປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ຕໍ່ປະທານາທິ ບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ການຕົກລົງກັນໃນຄັ້ງທີ່ຜ່ານມາເພື່ອສ້າງເສັ້ນທາງດ້ານມະນຸດສະທຳດັ່ງກ່າວແມ່ນໄດ້ພັງລົງຢ່າງວ່ອງໄວ, ລວມທັງໃນເມືອງ ມາຣິວໂປລ, ບ່ອນທີ່ການປະ ຕິບັດການອົບພະຍົບໃນເມືອງທ່າເຮືອທີ່ຖືກລະດົມຍິງນັ້ນໄດ້ລົ້ມແຫຼວເມື່ອວັນອາທິດວານນີ້ເປັນວັນທີສອງລຽນຕິດ.

ຄະນະກຳມະການສາກົນຂອງອົງການກາແດງໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ທ່າມກາງເຫດການທຸກທໍລະມານຢ່າງຮ້າຍ​ແຮງຂອງມະນຸດໃນເມືອງ ມາຣິວໂປລ ນັ້ນ, ການພະຍາຍາມຄັ້ງທີສອງ ໃນມື້ນີ້ເພື່ອເລີ່ມການອົບພະຍົບປະຊາຊົນທີ່ຄາດວ່າມີ 200,000 ຄົນ ອອກຈາກເມືອງດັ່ງກ່າວໄດ້ຢຸດຊະງັກ. ການພະຍາຍາມທີ່ໄດ້ລົ້ມແຫຼວ ມື້ວານນີ້ ກັບມື້ນີ້ໄດ້ເນັ້ນຢໍ້າໃຫ້ເຫັນການຂາດລາຍລະອຽດ ແລະ ການຕົກລົງທີ່ໄດ້ຜົນລະຫວ່າງຝ່າຍທີ່ຢູ່ໃນຄວາມຂັດແຍ້ງ.“

ການເຈລະຈາຮອບທີສາມລະຫວ່າງ ກີຢິບ ແລະ ມົສກູ ແມ່ນມີກຳນົດທີ່ຈະຈັດຂຶ້ນໃນວັນຈັນມື້ນີ້. ຄະນະຜູ້ແທນ ຢູເຄຣນ ແລະ ຣັດເຊຍ ໄດ້ພົບປະກັນສອງຄັ້ງໃນປະເທດ ເບລາຣຸສ ນັບຕັ້ງແຕ່ ຣັດເຊຍ ໄດ້ບຸກລຸກ ຢູເຄຣນ ໃນວັນທີ 24 ກຸມພາທີ່ຜ່ານມາ.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຫາກອງກຳລັງ ຣັດເຊຍ ກ່ຽວກັບ “ການຄາດຕະກຳໂດຍເຈຕະນາ” ໃນການກ່າວຄຳປາໄສທາງວິດີໂອ ແລະ ໄດ້ກ່າວວ່າ ຄົນໃດທີ່ “ກໍ່ຄວາມຊົ່ວຮ້າຍ” ຈະຖືກລົງໂທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG