ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພນໍ້າຖ້ວມ ທີ່ຣັດເຊຍ ຍັງຜົນໃຫ້ກວ່າ 144 ຄົນ ເສຍ​ຊີວິດ​


ປະຊາຊົນອາໃສຢູ່ເມືອງ Krymsk ໃນເຂດ Krasnodar ຢູ່ພາກໃຕ້ຂອງຣັດເຊຍ ພາກັນຢືນຢູ່ເດີ່ນບ້ານ ທີ່ຖືກນໍ້າຖ້ວມທໍາລາຍ ໃນວັນທີ 8 ກໍລະກົດ, 2012.
ປະຊາຊົນອາໃສຢູ່ເມືອງ Krymsk ໃນເຂດ Krasnodar ຢູ່ພາກໃຕ້ຂອງຣັດເຊຍ ພາກັນຢືນຢູ່ເດີ່ນບ້ານ ທີ່ຖືກນໍ້າຖ້ວມທໍາລາຍ ໃນວັນທີ 8 ກໍລະກົດ, 2012.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ໄປ​ກວດກາ​ເຂດ​ທີ່​ຖືກນໍ້າຖ້ວມ​ທໍາ
ລາຍເສຍ​ຫາຍເພພັງ ​ໃນ​ພາກ​ໃຕ້​ຂອງ​ຣັດ​ເຊຍ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແລະ​ສັ່ງ​ໃຫ້​ທໍາ​ການ
​ສືບສວນ​ເບິ່ງວ່າ ການ​ຮັບ​ມື​ທີ່​ຊັກ​ຊ້າ​ຂອງ​ບັນດາ​ເຈົ້າໜ້າ​ທີ່ທ້ອງ​ຖິ່ນ​ເມືອງ Krasnodar
ນັ້ນ​ອາດໄດ້ມີ​ສ່ວນ​ເຮັດໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປຫຼາຍກວ່າ 144 ຄົນ​ ນັ້ນ​ຫລື​ບໍ່.

​ໂທລະພາບ​ຂອງ​ລັດ ຖ່າຍ​ທອດ​ພາບທ່ານ​ພູ​ຕິນ ​ເວົ້າ​ລົມກັບ​ບັນດາ​ເຈົ້າໜ້າ​ທີ່​ກະຊວງ​
ສຸກ​ເສີນ ທີ່ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ທ່ານ​ພູ​ຕິ​ນວ່າ ​ໄພ​ນໍ້າ​ຖ້ວມ​ບໍ່​ໄດ້​ເກີດຂຶ້ນຍ້ອນ​ບັນຫາ​ຢູ່​ທີ່
ເຂື່ອນ​ກັ້ນ​ນໍ້າ​ໃກ້ໆນັ້ນ​ ຕາມ​ທີ່ມີ​ການ​ກ່າວ​ຫາ​ໂດຍ​ພວກຄົນ​ທ້ອງ​ຖິ່ນ​ນັ້ນ​ແຕ່​ຢ່າງ​ໃດ.

ພວກ​ຊາວ​ເມືອງ​ Krymsk ທີ່​ຖືກ​ນໍ້າ​ຖ້ວມ​ຮຸນ​ແຮງ​ກວ່າ​ໝູ່​ນັ້ນ ບໍ່​ໄດ້ຖືກ​ເຕືອນ​ໃຫ້​ຮູ້​ລ່ວງ
​ໜ້າ​ ກ່ອນເກີດ​ນໍ້າ​ປ່າ​ໄຫລ​ຖ້ວມເຂດ​ເມືອງ​ດັ່ງກ່າວ ຢ່າງ​ກະທັນຫັນ ​ໃນ​ຕອນ​ກາງຄືນ
ທີ່​ຖ້ວມ​ບ້ານ​ເຮືອນ ພັດ​ເອົາ​ລົດ​ລາ​ໄປ ​ແລະ​ທໍາລາຍ​ພື້ນຖະໜົນ ພ້ອມ​ທັງ​ຊາວ​ເມືອງຫຼາຍ
ຄົນ​ຈົມ​ນໍ້າ. ພວກ​ທີ່​ລອດ​ຊີວິດ ກ່າວ​ວ່າພວກ​ເຂົາ​ເຈົ້າຍັງບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃດໆ​
ຈາກ​ທາງ​ການ​ເລີຍ.

XS
SM
MD
LG