ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ປ່າໃນຣັດເຊຍ


ເຈົ້າໜ້າທີ່ຣັດເຊຍກ່າວວ່າ ໄຟປ່າກຳລັງຂົ່ມຂູ່ຕໍ່ໂຮງໄຟຟ້າ ນິວເຄລຍແຫ່ງນຶ່ງ ຢູ່ໃນຂົງເຂດ ທີ່ເຄີຍໄດ້ຮັບຄວາມເສຍ ຫາຍມາແລ້ວ ຍ້ອນກຳມັນຕະພາບລັງສີ ຈາກໄພພິບັດ ໂຮງໄຟຟ້ານິວເຄລຍ Chernobyl ຂອງຢູເຄຣນ ເມື່ອປີ 1986 ນັ້ນ.

ທາງ​ການໄດ້​ມອດໄຟໄໝ້ປ່າ ຢ່າງນ້ອຍຢູ່ 6 ບ່ອນ ໃນສັບປະດານີ້ ຢູ່ໃນເຂດ Bryansk ຊຶ່ງເປັນບ່ອນຕັ້ງ ຂອງໂຮງໄຟຟ້ານິວເຄລຍ Kursk. ເຈົ້າໜ້າທີ່ ໄດ້ເພີ້ມ ຈຳນວນພະນັກງານມອດໄຟ ຢູ່ຂົງເຂດຕື່ມອີກ.

ກະຊວງສະຖານະການສຸກເສີນຂອງຣັດເຊຍ ກ່າວໃນມື້ວານນີ້ວ່າ ພວກນັກຊ່ຽວຊານ ຍັງບໍ່ທັນພົບເຫັນເທື່ອວ່າ ມີການເພີ້ມຂຶ້ນ ຂອງລະດັບ ກຳມັນຕະພາບລັງສີ ຈາກພື້ນດິນ ທີ່ມີກຳມັນຕະພາບລັງສີ ເຈືອປົນຢູ່​ແລ້ວ ຈາກໄພພິບັດ ໂຮງໄຟຟ້ານິວເຄລຍ Chernobly ນັ້ນ.

ສ່ວນຢູ່ບ່ອນອື່ນໆ ພວກມອດໄຟ ໃກ້ໆນະຄອນຫຼວງມົສກູ ​ໄດ້ເລີ້ມປ່ອຍນໍ້າ ເຂົ້າໄປຖ້ວມໄຟ ທີ່ພວມລຸກໄໝ້ ໃນບໍລິເວນໜອງ ຢູ່ນອກເມືອງ. ຄວັນໜາກຸ້ມ ແລະມົນ​ລະ​ພິດ​ ທີ່​ເຮັດ​ໃຫ້ ຫາ​ຍ​ໃຈ​ບໍ່​ໄດ້ ຈາກການເຜົາໄໝ້ດັ່ງກ່າວ ໄດ້ປົກຄຸມ​ໄປ​ທົ່ວ ​ເມືອງຫຼວງຂອງຣັດເຊຍ ມາໄດ້ ຫຼາຍມື້ແລ້ວ ແລະເຮັດໃຫ້ເປັນໄພອັນຕະລາຍ ຕໍ່ການອອກໄປຂ້າງນອກ.

XS
SM
MD
LG