ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

38 ຄົນ ເສຍຊີວິດ ຍ້ອນ ໄຟໄໝ້ ໂຮງໝໍ ໂຣກຈິດ ຢູ່ຣັດເຊຍ (ສະໄລດ໌/ວີດີໂອ)


ພະນັກງານ ຈາກກະຊວງຮັບມືກັບສະຖານະການສຸກເສີນ ແລະພວກດັບໄຟ ຂອງຣັດເຊຍ ພວມຊ່ອຍກັນມອດໄຟ ທີ່ໂຮງໝໍໂຣກຈິດແຫ່ງນຶ່ງ ໃກ້ໆກຸງມົສກູ (26 ເມສາ 2013)
ພະນັກງານ ຈາກກະຊວງຮັບມືກັບສະຖານະການສຸກເສີນ ແລະພວກດັບໄຟ ຂອງຣັດເຊຍ ພວມຊ່ອຍກັນມອດໄຟ ທີ່ໂຮງໝໍໂຣກຈິດແຫ່ງນຶ່ງ ໃກ້ໆກຸງມົສກູ (26 ເມສາ 2013)
ເຈົ້າໜ້າທີ່ຣັດເຊຍກ່າວວ່າ ໄຟໄດ້ລຸກໄໝ້ທີ່ໂຮງໝໍໂຣກຈິດແຫ່ງນຶ່ງ ໃກ້ໆກຸງມົສກູເຮັດໃຫ້ມີຜູ້ເສຍຊີວິດ 38 ຄົນຮວມທັງພວກຄົນປ່ວຍ
36 ຄົນແລະເຈົ້າໜ້າທີ່ການແພດອີກ 2 ຄົນ.

ເຈົ້າໜ້າທີ່ກະຊວງສາທາລະນະສຸກເວົ້າວ່າ ມີຄົນປ່ວຍ 2 ຄົນແລະ
ເຈົ້າໜ້າທີ່ການແພດຜູ້ນຶ່ງ ສາມາດຫຼົບໜີອອກມາໄດ້ ໃນວັນສຸກມື້
ນີ້ ທີ່ເມືອງ Ramensky.

ເຈົ້າໜ້າທີ່ກ່າວວ່າ ໄຟໄດ້ໄໝ້ລາມຢ່າງວ່ອງໄວໄປທົ່ວຕຶກອາຄານຊັ້ນດຽວ ທີ່ມີລູກກົງກັນປະ
ຕູປ່ອງຢ້ຽມ. ອົງການຂ່າວຝຣັ່ງກ່າວເຖິງໂຄງສ້າງຂອງຕຶກອາຄານນີ້ວ່າເຮັດດ້ວຍໄມ້ທັງໝົດ ແລະສ້າງແຕ່ປີ 1952.

ໄຟໄໝ້ ໂຮງໝໍໂຣກຈິດ ຣັດເຊຍ
please wait

No media source currently available

0:00 0:00:20 0:00


ເຈົ້າໜ້າທີ່ ຈາກກະຊວງຮັບມືກັບເຫດການສຸກເສີນຂອງຣັດເຊຍເວົ້າວ່າ ພວກດັບໄຟໄດ້ໄປ
ຮອດໂຮງໝໍດັ່ງກ່າວ ນຶ່ງຊົ່ວໂມງຫລັງຈາກໄດ້ຮັບໂທລະສັບຮ້ອງຂໍການຊ່ວຍເຫຼືອສຸກເສີນ.

ເຂົາເຈົ້າກ່າວວ່າ ພວກດັບໄຟໄດ້ຊັກຊ້າຍ້ອນມີການອັດຫົນທາງຫຼາຍໆບ່ອນຂະນະທີ່ມຸ່ງໜ້າ
ໄປຫາໂຮງໝໍ.

ສາເຫດຂອງໄຟໄໝ້ໃນຄັ້ງນີ້ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.


XS
SM
MD
LG