ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ ໂຮງງານ ຜະລິດເສື້ອຜ້າ ແຫ່ງນຶ່ງ ໃນຣັດເຊຍ


ເຫດໄຟໄໝ້ ທີ່ໂຮງງານຜະລິດເສື້ອຜ້າ ທີ່ເມືອງ Yegoryevsk
ເຫດໄຟໄໝ້ ທີ່ໂຮງງານຜະລິດເສື້ອຜ້າ ທີ່ເມືອງ Yegoryevsk
ເກີດໄຟໄໝ້ໂຮງງານ​ຜະລິດເສື້ອ​ຜ້າ​ແຫ່ງ​ນຶ່ງ​ໃນ​ປະ​ເທດຣັດ​ເຊຍທີ່​ຕັ້ງຢູ່ທາງ​ ທິດໃຕ້ກຸງ​ Moscow ​ທີ່​ຍັງຜົນ​ໃຫ້​ຄົນ​ງານ​ຕ່າງ​ດ້າວ ຊາວ​ຫວຽດນາມ​ 14 ຄົນເສຍ​ຊີວິດ ​ເມື່ອ​ວັນ​ອັງຄານ​ວານ​ນີ້.

ໄຟ​ໄດ້​ລຸກໄໝ້​ຢູ່​ຊັ້ນ​ສອງ​ຂອງຕຶກນ້ອຍ​ຫຼັງນຶ່ງທີ່​ເມືອງ Yegor-
yevsk ປະ​ເທດຣັດ​ເຊຍ. ເຈົ້າໜ້າ​ທີ່​ສຸກ​ເສີນຄົນ​ນຶ່ງທີ່ນະຄອນ
ຫຼວງກ່າວ​ວ່າ ປະຕູທັງ​ໝົດ​ຖືກ​ປິດ​ລັອກ​ໄວ້ ​ແລະ​ເປັນ​ທີ່​ປະກົດ​ວ່າ ​ພວກ​ຄົນ​ງານ​ພາກັນ​ທຸບ​ປະຕູ​ດ້ວຍ​ຄ້ອນ​ຕີ​ເພື່ອຫຼົບ​ໄພ. ສາ​ເຫດ​ຂອງ​ໄຟ​ໄໝ້​ດັ່ງກ່າວ​ນີ້ ຍັງ​ຢູ່​ພາຍ​ໃຕ້​ການ​ສືບສວນ​ສອບ​ສວນຢູ່.

ມີຄົນ​ງານ​ຕ່າງ​ດ້າວ​ຊາວ​ເອ​ເຊຍ ທໍາ​ງານ​ຢູ່​ຕາມ​ໂຮງ​ຈັກ​ໂຮງງານ​ຢູ່​ທົ່ວ​ປະ ​ເທດຣັດ​ເຊ​ຍ ຊຶ່ງ​ໂດຍ​ປົກກະຕິ​ແລ້ວ​ຈະຢູ່​ກັນ​ແບບ​ແອ​ອັດ
ແລະ​ໃນ​ສະພາບ​ທີ່​ບໍ່​ປອດ​ໄພ. ເຊັ່ນເຫດການໄຟ​ໄໝ້ທີ່​ຕະຫຼາດ​ແຫ່ງ​ນຶ່ງ ນອກ​ນະຄອນຫຼວງ Moscow ​ເມື່ອ​ຕົ້ນ​ປີ​ນີ້ ທີ່ຍັງ​ຜົນ​ໃຫ້ພວກ​ຄົນ​ງານ​ຈາກ Tajikistan 17 ຄົນເສຍ​ຊີວິດນັ້ນ.
XS
SM
MD
LG