ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ປ່ອຍ​ຂ່າວ ເພື່ອ​ສ້າງ​ຄວາມ​ບາດ​ໝາງ ໃນ​ສະ​ຫະ​ລັດ ແລະ​ຖິ້ມ​ໂທດ​ໃສ່​ວໍ​ຊິງ​ຕັນ ເລື້ອງ​ຢູ​ເຄ​ຣນ


ຮູບພາບເຜີຍແຜ່ໂດຍກະຊວງປ້ອງກັນປະເທດຣັດເຊຍ ວັນທີ 4 ກຸມພາ 2022 ທະຫານຣັດເຊຍຄົນນຶ່ງ ຮ່ວມຊ້ອມລົບ ຢູ່ເບລາຣຸສ.
ຮູບພາບເຜີຍແຜ່ໂດຍກະຊວງປ້ອງກັນປະເທດຣັດເຊຍ ວັນທີ 4 ກຸມພາ 2022 ທະຫານຣັດເຊຍຄົນນຶ່ງ ຮ່ວມຊ້ອມລົບ ຢູ່ເບລາຣຸສ.

ຄວາມພະຍາຍາມຂອງຣັດເຊຍ ທີ່ຈະ​ປິດລ້ອມຢູເຄຣນດ້ວຍທະຫານຫຼາຍກວ່າ 150,000 ຄົນ ໄດ້ຕິດຕາມມາ ​ດ້ວຍ​ການປ່ຽນແປງ​ໃນ​ການປະຕິບັດງານ​ເຜີຍ​ແຜ່ຂໍ້ມູນ ຮວມທັງການສັງເກດ​ເຫັນ​ວ່າ ມີ​ການເພີ້ມການໂຄສະນາ​ຊວນ​ເຊື່ອທີ່ແນໃສ່ປະຊາຊົນຢູ່ໃນສະຫະລັດ ອີງຕາມເຈົ້າໜ້າທີ່ຄົນນຶ່ງຂອງ ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ.

ການໂຈມຕີ​ເພື່ອ​ສ້າງ​ອິດ​ທິ​ພົນທີ່​ເຊື່ອມ​ໂຍງກັບວັງເຄຣມລິນນັ້ນບໍ່ແມ່ນເລື້ອງໃໝ່. ພວກເຈົ້າໜ້າທີ່ສືບລັບສະຫະລັດ ແລະກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ ໄດ້ເຕືອນມາເປັນເວລາຫຼາຍເດືອນແລ້ວ ກ່ຽວ​ກັບຄວາມ​ພະ​ຍາ​ຍາມ​ແບບ​ຍືນ​ຍົງ ຂອງຣັດເຊຍ ເພຶ່ອ​ປູກຝັງຄວາມ​ບາດ​ໝາງ ​ດ້ວຍຂໍ້ມູນທີ່​ບິດ​ເບືອນ ຢູ່ໃນຫຼາຍໆເລື້ອງ ນັບ​ແຕ່​ການເລືອກຕັ້ງປະທານາທິບໍດີ​ສະ​ຫະ​ລັດ ໃນປີ 2020 ໄປຫາໄວ ຣັສໂຄໂຣນາ.

ແຕ່ວ່າໃນສອງສາມອາທິດທີ່ຜ່ານມານີ້ ໃນຂະນະທີ່ການສືບລັບ ຫລັ່ງໄຫລເຂົ້າມາວ່າ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ອາດໃກ້ຈະເລີ້ມການບຸກ​ລຸກເຂົ້າໄປ​ໃນຢູເຄຣນ ​ດ້ວຍນໍ້າສຽງແລະຄຳເວົ້າໃນການໂຄສະນາ​ຊວນ​ເຊື່ອແນໃສ່ປະຊາຊົນສະຫະລັດ ໄ​ດ້ເລີ້ມ​ຂຶ້ນ​ແລ້ວ.

ໄດ້ມີ “ການສົ່ງເສີມຫຼາຍ​ຂຶ້ນ ໃນຄວາມພະຍາຍາມ ​ເພື່ອ​ຊຸກ​ຍູ້​ໃນ​ການ​ທີ່​ຈະ​ຖິ້ມ​ໂທດ​ໃສ່ກ່ຽວ​ກັບວິກິດການຢູເຄຣນ ແລະໂອກາດທີ່​ຈະເພີ້ມ​ຄວາມ​ເຄັ່ງ​ຕຶງຂຶ້ນຢູ່ໃນການຂັດແຍ້ງດັ່ງກ່າວ ດ້ວຍ​ການ​ກະ​ທຳຂອງສະຫະລັດ” ​ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຈອນ ໂຄເຮັນ (John Cohen) ເຈົ້າໜ້າທີ່ອະວຸໂສທີ່ປະຕິບັດໜ້າທີ່ຮອງ​ຫົວ​ໜ້າສືບລັບແລະ​ນັກວິເຄາະຢູ່ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍໃນ. “ໂດຍພະຍາຍາມທີ່ຈະຫັນປ່ຽນການ​ຖືກ​ຕ້ອງ​ຕິຈາກຄວາມພະຍາຍາມຂອງຣັດເຊຍ.”

ພວກເຈົ້າໜ້າທີ່ຍັງຢ້ານກົວວ່າ ການ​ໃຊ້​ສຳ​ນວນໂວຫານ​ຂອງຣັດເຊຍ ກ່ຽວກັບຢູເຄຣນ ເວລາປະສົມກັບຂໍ້ມູນທີ່ແນ​ໃສ່​ເພື່ອ​ສ້າງ​ຄວາມໂກດແຄ້ນ ແລະແມ່ນ​ກະ​ທັງຍຸແຍ່ ໃຫ້ບາງສ່ວນຂອງສັງຄົມອາເມຣິກັນ ອາດເຮັດເປັນຮູບພາບ​ຂອງການຂົ່ມຂູ່ຢູ່ໃນສະຫະລັດ ທີ່ເປັນອັນຕະລາຍຫຼາຍຂຶ້ນນັ້ນ.

“ການເພີ້ມຄວາມເຄັ່ງຕຶງລະຫວ່າງຣັດເຊຍແລະຢູເຄຣນແມ່ນມີໂອກາດທີ່ຈະ​ເຮັດ ​ໃຫ້​ເກີດ​ສະ​ພາບການຂົ່ມຂູ່ເພີ້ມ​ຂຶ້ນ​ຢູ່ທີ່ນີ້ ໂດຍສະເພາະ ພົວພັນກັບການ​ໂຄ​ສະ​ນາ​ບິດ​ເບືອນຂໍ້ມູນໂດຍຣັດເຊຍ ແລະມາດຕະການເທັກນິກທີ່ໃຊ້ຢູ່” ອີງ​ຕາມ​ຄຳເວົ້າ​ຂອງທ່ານໂຄເຮັນ ​ທີ່ໄດ້ກ່າວໃນວັນອັງຄານທີ່ຜ່ານມາລະຫວ່າງກອງປະຊຸມ ທາງອອນລາຍ.

ພວກເຈົ້າໜ້າທີ່ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນຂອງສະຫະລັດ ໃນຕອນ ຕົ້ນເດືອນນີ້ ໄດ້ອອກຖະແຫຼງການແນະນຳ ບອກເຖິງລະບົບເຕືອນໄພການກໍ່ການຮ້າຍແຫ່ງຊາດ ທີ່ມີ​ຄວາມ​ຫຼໍ່​ແຫຼມ​ເພີ້ມ​ຂຶ້ນ ທຳນາຍບໍ່ໄດ້ ແລະ ​ສະ​ພາບ​ການຂົ່ມຂູ່ທີ່ສະຫລັບຊັບຊ້ອນ ມີຄວາມຈຳເປັນທີ່ສະຫະລັດຕ້ອງຢູ່ໃນພາວະຕຽມພ້ອມ​ຂຶ້ນ​ສູງ ເພື່ອ​ໃຫ້​ລະ​ວັງຕໍ​່ການໂຈມຕີກໍ່ການຮ້າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG