ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ​ກ່າວ​ຫາ ສຫລ ວ່າ ວາງແຜນເຂົ້າກວດຄົ້ນ ສະຖານທີ່ການທູດຂອງຕົນ ແບບຜິດກົດໝາຍ


ຜູ້ຄົນຜ່ານກາຍທາງໄດ້ຢຸດເບິ່ງຄວັນດໍາໆ ທີ່ອອກມາຈາກຫລັງຄາຂອງສະຖານກົງສຸນໃຫຍ່ ຣັດເຊຍຢູ່ນະຄອນ San Francisco ໃນວັນທີ 1 ກັນຍາ, 2017.
ຜູ້ຄົນຜ່ານກາຍທາງໄດ້ຢຸດເບິ່ງຄວັນດໍາໆ ທີ່ອອກມາຈາກຫລັງຄາຂອງສະຖານກົງສຸນໃຫຍ່ ຣັດເຊຍຢູ່ນະຄອນ San Francisco ໃນວັນທີ 1 ກັນຍາ, 2017.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ຫາ​ຫ້ອງການ​ສັນ​ຕິ​ບານ​ກາງ​ສະຫະລັດ (FBI) ​ວ່າວາງ​ແຜນກວດ​ຄົ້ນ​ສະຖານກົງ​ສຸນ​ຂອງ​ຕົນ​ຢູ່​ນະຄອນ San Francisco ​ໃນ​ວັນ​ເສົາ​ມື້​ນີ້ ຫລັງ​ຈາກໄດ້​ສັ່ງ​ປິດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ.

​ໂຄສົກກະ​ຊວງ​ຕ່າງປະ​ເທດ ທ່ານ​ນາງ Maria Zakharova ກ່າວ​ວ່າ ການກວດ
ຄົ້ນ​ທີ່​ສະຫະລັດ​ຍັງ​ບໍ່​ໄດ້​ຢືນຢັນຈະ “​ສ້າງ​ໄພ​ຂົ່ມຂູ່​ໂດຍ​ກົງ​ຕໍ່​ຄວາມ​ປອດ​ໄພ​ແກ່
ຄົນສັນຊາດຣັດ​ເຊຍ,”

ທ່ານ​ນາງ Zakharova ກ່າວ​ຢູ່​ໃນ​ຖ​ະ​ແຫລ​ງການ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ການ​ບໍລິການ​ພິ​ເສດອາ​ເມຣິກັນ ຕັ້ງ​ໃຈ​ທີ່​ຈະ​ປະຕິບັດການກວດ​ຄົ້ນສະຖານ​ກົງສຸນ​ຢູ່​ໃນນະຄອນ San Francisco ໃນ​ວັນ​ທີ 2 ກັນຍາ ຮວມ​ທັງ​ບ້ານ​ພັກ​ຂອງ​ພວກ​ພະນັກງານ ຜູ້​ທີ່ຢູ່​ໃນ​ຕຶກດັ່ງກ່າວ ແລະຜຸ້ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນທາງດ້ານ​ການ​ທູດອີດ​ດ້ວຍ.”

​ໃນ​ຂະນະ​ດຽວ​ກັນອົງການ​ຂ່າວ AP ​ໄດ້​ລາຍ​ງານ​ວ່າ ​ພວກ​ດັບ​ເພີງ​ໄດ້ຖືກເອີ້ນໃຫ້ໄປຫາ​ສະຖານ​ທີ່​ກົງສຸນ ​ແຕ່ເຂົາ​ເຈົ້າບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ທາງ​ໃນ ຫລັງ​ຈາກ​ຄວັນ​ໄຟ​ສີດຳ​ໄດ້​ເຫັນເປັນ​ແປວ​ອອກ​ມາ​ຈາກ​ທໍ່​ຄວັນ. ພວກ​ດັບ​ເພີງ​ໄດ້​ພິຈາລະ​ນາ​ວ່າ ​ໄຟ​ໄດ້​ຖືກຄວບ​ຄຸມ​ໃຫ້ໄໝ້​ແຕ່​ຢູ່​ເຕົາໄຟບ່ອນ​ໃດ​ບ່ອນ​ນຶ່ງ​ໃນ​ຕຶກດັ່ງກ່າວ.

​ໂຄສົກ​ຍິງ​ຂອງ​ໜ່ວຍ​ດັບເພີງ​ຂອງ​ນະຄອນ San Francisco ທ່ານ​ນາງ Mindy Talmadge ກ່າວຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ນາງ​ບໍ່​ໄດ້​ຊາບວ່າ​ແມ່ນ​ຄົນ​ໃດ​ທີ່ຢູ່​ໃນ​ຕຶກຈູດເຜົາຫຍັງ​ຢູ່ໃນ​ວັນ​ທີ່ອາກາດ​ຢູ່​ຂ້າງ​ນອກ​ມີ​ອຸນຫະພູມ​ປະມານ 35 ອົງສາແຊນ​ຊຽສ.

​ໃນ​ວັນພ​ະຫັດ​ວານ​ນີ້ສະຫະລັດ ​ໄດ້​ສັ່ງ​ໃຫ້ຣັດ​ເຊຍ​ປິດ​ກົງສຸນ​ຢູ່​ນະຄອນ San Francisco ​ແລະອີກ​ສອງ​ແຫ່ງ​ພາຍໃນ​ທ້າ​ຍສັບປະດາ​ນີ້. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່ມົສ​ກູທີ່​ບອກ​ໃຫ້ວໍ​ຊິງ​ຕັນຫລຸດຈຳ​ນວນພະນັກ​ງານ​ການ​ທູດ​ຢູ່​ໃນ​ມົສກູ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG