ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຢູເຄຣນ ແລະຣັດເຊຍ ກຽມພ້ອມສຳລັບ ການເຈລະຈາສັນຕິພາບຮອບສອງ ຂະນະທີ່ ກີຢິບ ຮຽກຮ້ອງໃຫ້ຢຸດຍິງ


ລົດຂົນສົ່ງກຳລັງທະຫານຂອງຢູເຄຣນ ຖືກທຳລາຍ ສາມາດເຫັນໄດ້ຢູ່ດ້ານນອກຂອງໂຮງຮຽນແຫ່ງນຶ່ງ ຊຶ່ງອີງຕາມພົນລະເມືອງໃນທ້ອງຖິ່ນແລ້ວ, ມັນຖືກໄຟໄໝ້ ຍ້ອນຖືກຍິງດ້ວຍປືນໃຫຍ່, ຂະນະທີ່ການບຸກລຸກຢູເຄຣນ ຂອງຣັດເຊຍ ມີຢູ່ຕໍ່ເນື່ອງ, ໃນເມືອງ ຄາຣກີບ ຂອງຢູເຄຣນ, ວັນທີ 28 ກຸມພາ 2022.
ລົດຂົນສົ່ງກຳລັງທະຫານຂອງຢູເຄຣນ ຖືກທຳລາຍ ສາມາດເຫັນໄດ້ຢູ່ດ້ານນອກຂອງໂຮງຮຽນແຫ່ງນຶ່ງ ຊຶ່ງອີງຕາມພົນລະເມືອງໃນທ້ອງຖິ່ນແລ້ວ, ມັນຖືກໄຟໄໝ້ ຍ້ອນຖືກຍິງດ້ວຍປືນໃຫຍ່, ຂະນະທີ່ການບຸກລຸກຢູເຄຣນ ຂອງຣັດເຊຍ ມີຢູ່ຕໍ່ເນື່ອງ, ໃນເມືອງ ຄາຣກີບ ຂອງຢູເຄຣນ, ວັນທີ 28 ກຸມພາ 2022.

ມົສກູ ແລະກີຢິບ ຈະຈັດການເຈລະຈາສັນຕິພາບ ຮອບສອງອີກ ອີງຕາມລັດ ຖະບານຂອງທັງສອງຝ່າຍ ຫຼັງຈາກທີ່ຄະນະຜູ້ແທນຂອງຢູເຄຣນ ໄດ້ຮຽກຮ້ອງໃຫ້ຢຸດຍິງໃນທັນທີ ແລະຖອນກຳລັງທະຫານຂອງຣັດເຊຍອອກ ໃນລະຫວ່າງການເຈລະຈາໃນເບື້ອງຕົ້ນເມື່ອວັນຈັນວານນີ້ ຢູ່ທີ່ເຂດຊາຍແດນຕິດກັບເບລາຣຸສ.

ການເຈລະຈາສັນຕິພາບໃຊ້ເວລາຫ້າຊົ່ວໂມງ ແລະບໍ່ໄດ້ບັນລຸການຢຸດຍິງເລີຍ. ໃນຊ່ວງເລີ້ມຕົ້ນຂອງການເຈລະຈາ ກະຊວງພາຍໃນຂອງຢູເຄຣນ ໄດ້ກ່າວວ່າ ພົນລະເຮືອນຫຼາຍສິບຄົນ ໄດ້ຖືກຂ້າຕາຍ ແລະອີກຫຼາຍຮ້ອຍຄົນ ໄດ້ຮັບບາດ ເຈັບຈາກການຍິງປືນໃຫຍ່ໃສ່ເມືອງຄາຣກີບ ຢູ່ໃກ້ເຂດຊາຍແດນຕິດກັບຣັດເຊຍ.

ເຈົ້າໜ້າທີ່ສະຫະລັດ ໄດ້ສະແດງຄວາມສົງໄສກ່ຽວກັບເຈດຕະນາຂອງຣັດເຊຍ ໃນລະຫວ່າງການເຈລະຈາສັນຕິພາບນັ້ນ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ ວ່າ “ການທູດທີ່ມີປາຍປືນຈໍ່ໃສ່ ແລະການທູດທີ່ມີປາຍປືນຂອງລົດຖັງຈໍ່ໃສ່ຢູ່ ອັນນັ້ນບໍ່ແມ່ນການທູດທີ່ແທ້ຈິງ. ພວກເຮົາພ້ອມແລ້ວແລະເຕັມໃຈ ເຊັ່ນດຽວກັນກັບຝ່າຍຄູ່ພາຄີຈາກຢູເຄຣນຂອງພວກເຮົາ ເຊັ່ນດຽວກັນກັບຝ່າຍພັນທະມິດຂອງພວກເຮົາ ທີ່ຈະພົວພັນໃນດ້ານການທູດແບບແທ້ຈິງ ແບບມີຄວາມໝາຍ ແບບຈິງໃຈ ເພື່ອເບິ່ງວ່າ ພວກເຮົາສາມາດຊອກຫາທາງອອກໃນສິ່ງທີ່ບໍ່ມີຄວາມຈຳເປັນແລະຈາກຄວາມໂຫດຮ້າຍຂອງບັນຫາຂັດແຍ້ງ.”

ໃນອີກດ້ານນຶ່ງ ນັກເຈລະຈາຂອງຣັດເຊຍ ທ່ານວລາດີເມຍ ເມດິນສ໌ກີ ໄດ້ກ່າວໃນວັນຈັນວານນີ້ ວ່າ ເປົ້າໝາຍຂອງຣັດເຊຍ ແມ່ນໃຫ້ບັນບັນລຸຂໍ້ຕົກລົງທີ່ເປັນຜົນປະໂຫຍດຂອງທັງສອງຝ່າຍ.

ການຕໍ່ຕ້ານຂອງຢູເຄຣນ ບວກກັບຄວາມລົ້ມແຫຼວດ້ານການລຳລຽງຫຼືໂລຈິສຕິກຂອງຣັດເຊຍ ໄດ້ເຮັດໃຫ້ການບຸກລຸກຢູເຄຣນຂອງມົສກູ ຊັກຊ້າລົງ. ຫຼັງຈາກທີ່ກ້າວເຂົ້າເປັນມື້ທີຫ້າຂອງການສູ້ລົບ ກອງທັບຂອງຣັດເຊຍ ກໍບໍ່ສາມາດຍຶດເອົາເມືອງທີ່ສຳຄັນໆຂອງຢູເຄຣນ ໄດ້ ແມ່ນແຕ່ເມືອງດຽວ ໂດຍທີ່ “ການຊຸກຍູ້ຕົ້ນຕໍ” ໄປສູ່ນະຄອນຫຼວງກີຢິບທີ່ມີໄລຍະທາງປະມານ 25 ກິໂລແມັດຈາກນອກເມືອງໄປຫາໃຈກາງເມືອງ ຫຼັງຈາກເຄື່ອນກຳລັງໄປໄດ້ພຽງບໍ່ເທົ່າໃດກິໂລແມັດເທົ່ານັ້ນ ໃນວັນອາທິດ ອີງຕາມເຈົ້າໜ້າທີ່ອະວຸໂສ ຂອງກະຊວງປ້ອງກັນປະເທດສະຫະລັດ.

ທ່ານຈອນ ເຄີບີ ໂຄສົກທຳນຽບຫ້າແຈ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ ວ່າ “ທ່ານຕ້ອງຍົກຍ້ອງຊາວຢູເຄຣນທັງຫຼາຍຜູ້ທີ່ໄດ້ຕໍ່ສູ້ ຢ່າງໜັກເພື່ອປະເທດຊາດຂອງພວກເຂົາ ແລະໄດ້ສົ່ງຜົນກະທົບ ແລະເຮັດໃຫ້ຄວາມອາດສາມາດຂອງທ່ານປູຕິນ ເສຍຫາຍ.” ທ່ານກ່າວຕື່ມວ່າ “ແຕ່ພວກເຂົາຈະຮຽນຮູ້. ພວກ ຣັດເຊຍ ຈະຮຽນຮູ້ຈາກອັນນີ້.”

ໃນວີດີໂອຂອງຢູທູບ ໂຄສົກກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ພວກທະຫານໃນເມືອງລູການສ ທີ່ໄດ້ຮັບການໜຸນຫຼັງໂດຍສະຫະພັນຣັດເຊຍ ​ໄດ້​ບຸກ​ຄືບ​ໜ້າໄດ້ 23 ກິໂລແມັດ ໂດຍຍຶດເອົາຄຸ້ມບ້ານ ໂນວາຢາ (Novaya) ອາສຕຣາຄານ (Astrakhan) ແລະບໍໂຣເວັນກີ (Borovenki). ທ່ານຍັງກ່າວວ່າ ກອງກຳລັງຢູ່ເຂດໂດເນສ ໄດ້​ປິ​ດ​ລ້ອມເມືອງມາຣຸຍໂປລ (Maruipol).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG