ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຜູ້ເສຍຊີວິດເພີ້ມຂຶ້ນ ໃນເຫດລະເບີດຢູ່ຣັດເຊຍ


ຈຳນວນຜູ້ເສຍຊີວິດ ຈາກການໂຈມຕີດ້ວຍລະເບີດສະລະ ຊີບ ໃນເຂດພາກເໜືອຂອງພູໂກກາຊັສທີ່ວຸ້ນວາຍຂອງຣັດ ເຊຍ ໄດ້ເພີ້ມຂຶ້ນເປັນ 17 ຄົນ ໃນວັນສຸກມື້ນີ້ ຂະນະທີ່ ແຂວງດັ່ງກ່າວ ໄວ້ທຸກເປັນເວລານຶ່ງມື້ ໃຫ້ແກ່ພວກ ເຄາະຮ້າຍ.

ຕຳຫຼວດຣັດເຊຍ ໄດ້ຈັບຜູ້ຊາຍ 3 ຄົນ ທີ່ສົງໄສວ່າ ພົວ ພັນໃນການໂຈມຕີ ໃນມື້ວານນີ້ ທີ່ເມືອງ Vladikavkaz ເມືອງເອກຂອງແຂວງ Ossetia ເໜືອ.

ມີ 100 ກວ່າຄົນ ຍັງໄດ້ຮັບການປິ່ນປົວທີ່ໂຮງພະຍາບານ. ເຈົ້າໜ້າທີ່ກ່າວວ່າ 11 ຄົນ ຂອງພວກທີ່ ໄດ້ຮັບບາດເຈັບ ສາຫັດທີ່ສຸດ ໄດ້ຖືກສົ່ງໂດຍທາງເຮືອບິນ ໄປຮັບການພະ ຍາບານໂຕ ທີ່ກຸງມົສກູ.

ເຈົ້າໜ້າທີ່ສືບສວນຂອງຣັດເຊຍກ່າວວ່າ ຜູ້ໂຈມຕີສະລະຊີບ ໄດ້ໂຈມຕີຕະຫຼາດກາງແຈ້ງ ທີ່ແອອັດໄປດ້ວຍຜູ້ຄົນແຫ່ງນຶ່ງ ໂດຍໄດ້ສັງຫານໂຕເອງແລະ ບີບຄະນວນລະເບີດ ໜັກ 30 ກິໂລ ທີ່ໃຊ້ຊິ້ນສ່ວນໂລຫະເປັນສະເກັດ ໃຫ້ແຕກຂຶ້ນຢູ່ ນອກທາງເຂົ້າ ບໍ່ດົນກ່ອນຕອນທ່ຽງຂອງມື້ວານນີ້. ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບ ຜິດຊອບ ໃນການໂຈມຕີເທື່ອ.

ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ກ່າວວ່າ ອາຊະຍາກຳເຊັ່ນການໂຈມຕີ ດ້ວຍລະເບີດ ໄດ້ກໍ່ຂຶ້ນເພື່ອສ້າງຄວາມແຕກແຍກ ລະຫວ່າງບັນດາຊົນຊາດຊົນເຜົ່າ ແລະຈະ ຕ້ອງມີການຢຸດຕິ.

XS
SM
MD
LG