ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ກ່າວຫາສະຫະລັດ ຍຸແຍ່ໃຫ້ເກີດ ຄວາມວຸ້ນວາຍ


ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ກ່າວຕໍ່ກອງປະຊຸມ ແນວໂຮມມະຫາຊົນທີ່ກຸງມົສກູ (8 ທັນວາ 2011)
ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ກ່າວຕໍ່ກອງປະຊຸມ ແນວໂຮມມະຫາຊົນທີ່ກຸງມົສກູ (8 ທັນວາ 2011)

ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ໄດ້ໂຈມຕີສະຫະລັດ ໂດຍກ່າວຫາ
ສະຫະລັດວ່າ ຊຸກຍູ້ໃຫ້ພວກຝ່າຍຄ້ານບໍ່ພໍໃຈ.

ທ່ານ Putin ກ່າວໃນວັນພະຫັດມື້ນີ້ວ່າ ການໃຫ້ຄວາມເຫັນຂອງລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານນາງ Hillary Clinton ແມ່ນເປັນການໃຫ້ສັນຍານຕໍ່ພວກຝ່າຍ
ຄ້ານຂອງທ່ານ.

ທ່ານນາງ Clinton ກ່າວໃນວັນອັງຄານຜ່ານມານີ້ວ່າ ການເລືອກຕັ້ງສະພາແຫ່ງຊາດ
ຂອງຣັດເຊຍໄດ້ດຳເນີນໄປແບບບໍ່ມີທັງເສລີແລະຄວາມຍຸຕິທຳແລະຜົນຂອງການເລືອກ ຕັ້ງດັ່ງກ່າວໄດ້ພາໃຫ້ເກີດມີຄວາມວິຕົກກັງວົນເປັນທີ່ສຸດ.

ພວກຜູ້ນຳຝ່າຍຄ້ານຂອງຣັດເຊຍໄດ້ພາກັນໂຮມຊຸມນຸມປະທ້ວງເປັນເວລາສາມມື້ເພື່ອ
ສະແດງອອກ ຊຶ່ງຄວາມບໍ່ພໍໃຈ ກັບການເລືອກຕັ້ງ. ພວກນັກສັງເກດການນາໆຊາດ
ກ່າວວ່າ ການປ່ອນບັດໃນມື້ວັນອາທິດແລ້ວ ແມ່ນເຕັມໄປດ້ວຍ ການກ່າວຫາທີ່ມີກັນ
ຢ່າງແຜ່ກວ້າງກ່ຽວກັບການສໍ້ໂກງຄະແນນສຽງແລະການປະຕິບັດທີ່ບໍ່ຖືກລະບຽບການ
ອື່ນໆອີກ.

ອະດີດຜູ້ນຳຂອງສະຫະພາບໂຊວຽດ ທ່ານ Mikhail Gorbachev ໄດ້ຮຽກຮ້ອງໃຫ້
ການເລືອກຕັ້ງສະພາແຫ່ງຊາດຂອງຣັດເຊຍປະກາດເປັນໂມຄະແລະຈັດໃຫ້ມີການປ່ອນ
ບັດຄັ້ງໃໝ່. ອະດີດຜູ້ນຳໄວ 80 ປີທ່ານນີ້ເວົ້າວ່າຜົນຂອງການເລືອກຕັ້ງບໍ່ໄດ້ສະທ້ອນ ໃຫ້ເຫັນເຖິງຄວາມປາຖະໜາຂອງປະຊາຊົນ.

ໃນວັນພຸດວານນີ້ຕຳຫຼວດ 50,000 ຄົນທີ່ໄດ້ຮັບການສະໜັບສະໜຸນຈາກເຮືອບິນເຮ ຣີຄອບເຕີ້ຊຶ່ງໄດ້ພາກັນລາຕະເວນຖະໜົນຫົນທາງສາຍຕ່າງໆໃນກຸງມົສກູນັ້ນ ໄດ້ຈັບ
ພວກປະທ້ວງ 50 ຄົນ ໃນການສະແດງກຳລັງຂອງເຈົ້າໜ້າທີ່ ແລະເຈົ້າໜ້າທີ່ເວົ້າວ່າ
ມີ 550 ຄົນໄດ້ຖືກຈັບໃນການປະທ້ວງທີ່ກຸງມົສກູຄືນກ່ອນ.

ເວັບໄຊທ໌ຂອງຕາໜ່າງສື່ສັງຄົມນຶ່ງ ໃຫ້ຄຳໝັ້ນສັນຍາວ່າຈະທຳການປະທ້ວງໃນຕອນ
ກາງຄືນແຕ່ໂທລະພາບຂອງທາງການຣັດເຊຍບໍ່ໄດ້ກ່າວເຖິງການປະທ້ວງຫຼືການເສີມ ກຳລັງຂອງຕຳຫຼວດແຕ່ປະການໃດ.

XS
SM
MD
LG