ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍປັບໃໝ ກຸ່ມສັງເກດການ ການເລືອກຕັ້ງ ອິດສະຫຼະ


ເຈົ້າໜ້າທີ່ເລືອກຕັ້ງຂອງຣັດເຊຍ ພວມກະກຽມການເລືອກຕັ້ງ ທີ່ໜ່ວຍປ່ອນບັດແຫ່ງນຶ່ງໃນກຸງມົສກູ (3 ທັນວາ 2011)
ເຈົ້າໜ້າທີ່ເລືອກຕັ້ງຂອງຣັດເຊຍ ພວມກະກຽມການເລືອກຕັ້ງ ທີ່ໜ່ວຍປ່ອນບັດແຫ່ງນຶ່ງໃນກຸງມົສກູ (3 ທັນວາ 2011)

ຜູ້ພິພາກສາຣັດເຊຍຄົນນຶ່ງໄດ້ພົບເຫັນວ່າ ກຸ່ມສັງເກດການເລືອກຕັ້ງທີ່ເປັນອິດສະຫຼະແຕ່ພຽງ
ກຸ່ມດຽວໃນຣັດເຊຍ ມີຄວາມຜິດ ໃນການລະເມີດກົດໝາຍເລືອກຕັ້ງທີ່ໄດ້ພິມເຜີຍແຜ່ຄຳຮ້ອງ
ທຸກຂອງພວກມີສິດປ່ອນບັດທາງອິນເຕີແນັດ ກ່ອນໜ້າການເລືອກຕັ້ງສະພາແຫ່ງຊາດໃນວັນ
ອາທິດມື້ອື່ນນີ້.

ສານແຫ່ງນຶ່ງທີ່ກຸງມົສກູໄດ້ປັບໃໝ ກຸ່ມ Golos ຊຶ່ງເປັນກຸ່ມສັງເກດການເລືອກຕັ້ງອິດສະຫຼະ
ທີ່ມີສຳນັກງານໃນກຸງມົສກູ ປະມານ 1,000 ໂດລາທີ່ເກັບກຳເອົາການລ່ວງລະເມີດກົດໝາຍ
ເລືອກຕັ້ງແລະພິມເຜີຍແຜ່ທາງອິນເຕີແນັດ. ກຸ່ມ Golos ຊຶ່ງມີຄວາມໝາຍຄວາມວ່າ “ປ່ອນ
ບັດ” ນັ້ນ ໄດ້ຮັບຄຳຮ້ອງທຸກເກືອບ 5,000 ສະບັບ ກ່ຽວກັບການກ່າວຫາໃນການລ່ວງລະ
ເມີດໂດຍຜ່ານທາງການສົ່ງຂໍ້ຄວາມທາງໂທລະສັບມືຖື ອີແມລ ແລະໂທລະສັບ.

ຜູ້ຈັດການຝ່າຍປະຊາສຳພັນຂອງກຸ່ມ Golos ທ່ານ Dmitry Merezhko ກ່າວຕໍ່ວີໂອເອ
ວ່າການຕັດສິນຂອງສານ ຈະບໍ່ສາມາດກີດກັນບໍ່ໃຫ້ກຸ່ມຂອງທ່ານປະຕິບັດໜ້າທີ່ຂອງພວກ
ເຂົາເຈົ້າໄດ້ໃນວັນອາທິດມື້ອື່ນນີ້.

ກຸ່ມ Golos ກ່າວຕໍ່ວີໂອເອວ່າ ຕົນຈະປະທ້ວງການຕັດສິນຂອງສານແຕ່ຫຼັງຈາກໄດ້ມີການ
ສັງເກດການໃນການເລືອກຕັ້ງແລ້ວສຳເລັດ.

XS
SM
MD
LG